ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປະ​ທ້ວງ ຮົງ​ກົງ ປະ​ທະ​ກັບ ຕຳຫຼວດ ໃນ​ຄືນ​ກ່ອນ​ວັນ ຄ​ຣິ​ສ​ມັ​ສ


ຕຳຫຼວດປາບ​ປາມ​ຈະ​ລາ​ຈົນ ປະ​ເຊີນ​ໜ້າ​ກັບ​ຜູ້​ປະ​ທ້ວງ ໃນ​ການ​ຊຸມ​ນຸມ​ຄືນ​ກ່ອນ​ວັນ ຄ​ຣິ​ສ​ມັ​ສ, ຮົງ​ກົງ. 24 ທັນ​ວາ, 2019.
ຕຳຫຼວດປາບ​ປາມ​ຈະ​ລາ​ຈົນ ປະ​ເຊີນ​ໜ້າ​ກັບ​ຜູ້​ປະ​ທ້ວງ ໃນ​ການ​ຊຸມ​ນຸມ​ຄືນ​ກ່ອນ​ວັນ ຄ​ຣິ​ສ​ມັ​ສ, ຮົງ​ກົງ. 24 ທັນ​ວາ, 2019.

ຄວາມ​ຫວັງ​ສຳ​ລັບ​ວັນ​ຄ​ຣິ​ສ​ມັ​ສ ທີ່​ສະ​ຫງົບ​ສຸກຢູ່ ຮົງ​ກົງ ​ແມ່ນ​ໄດ້​ພັງ​ທະ​ລາຍ​ລົງໃນ​ວັນ​ອັງ​ຄານ​ວານນີ້ ຫຼັງ​ຈາກ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ແລະ ຜູ້​ປະ​ທ້ວງ​ໄດ້​ຈູດ​ໄຟ​ເຜົາຫຼາຍ​ສະ​ຖານ​ທີ່​ໃນ​ທົ່ວ​ເມືອງ​ ທີ່​ໄດ້​ປະ​ສົບ​ກັບ​ຄວາມ​ວຸ້ນ​ວາຍ​ກາງ​ເມືອງ​ເປັນ​ເວ​ລາດົນ​ກວ່າ 6 ເດືອນ​ແລ້ວ​ນັ້ນ.

ຝູງ​ຄົນ​ຂະໜາດ​ໃຫຍ່​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ຫ້າງ​ຊັບ​ພະ​ສິນ​ຄ້າຫຼາຍ​ແຫ່ງ ແລະ ເຂດ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ຄົນ​ໜາ​ແໜ້ນ ໃນ​ການ​ຕອບສະ​ໜອງ​ຕໍ່​ການ​ຮຽກ​ຮ້ອງ​ທາງ​ອອນ​ໄລ​ນ໌ ເພື່ອ​ໃຫ້​ອອກ​ມາ​ສະ​ແດງ​ຄວາມບໍ່​ພໍ​ໃຈ​ຂອງ​ເຂົາ​ເຈົ້າ​ກັບ​ລັດ​ຖະ​ບານ ແລະ ຮຽກ​ຮ້ອງ​ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕຫຼາຍກວ່າ​ເກົ່າ.

ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ ຮົງ​ກົງ, ທີ່​ຖືກ​ກະ​ຕຸ້ນ​ໂດຍ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າ​ມ​ແດນ​ທີ່​ເປັນ​ບັນ​ຫາ​ນັ້ນ, ໄດ້​ກ້າວ​ເຂົ້າ​ສູ່​ເດືອນ​ທີ​ເຈັດ ແລະ ບໍ່​ມີ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ຜ່ອນ​ເບົາ​ລົງ. ຜູ້​ປະ​ທ້ວງ​ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ແພ້ ຈົນ​ກວ່າ​ລັດ​ຖະ​ບານ​ຈະ​ບັນ​ລຸ​ການ​ຮຽກ​ຮ້ອງ​ທາງ​ການ​ເມືອງ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ລວມ​ມີ​ການ​ລົງ​ຄະ​ແນນ​ສຽງ​ທົ່ວ​ໄປ ແລະ ການ​ສືບ​ສວນ​ສອບ​ສວນ​ອິດ​ສະຫຼະ ກ່ຽວ​ກັບ ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຂອງ ຕຳຫຼວດ.

ຫຼັງ​ຈາກ 9 ໂມງ​ແລງ​ຕາ​ເວ​ລາ​ໃນ​ທ້ອງ​ຖິ່ນ, ຕຳຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາຫຼາຍ​ຮອບ​ໃນ​ເຂດ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​, ຊູມ ຊາ ຊຸຍ (Tsim Sha Tsui), ເພື່ອ​ແຍກ​ຍ້າຍ​ຜູ້​ປະ​ທ້ວງ ລວມ​ທັງ​ຢູ່ນອກ​ໂຮງ​ແຮມຫຼູ ເພ​ນິ​ຊູ​ລາ (Peninsula). ຫຼາຍ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ລົງ​ກວນ​ການ​ສັນ​ຈອນ​ກ່ອນ​ໜ້າ​ນັ້ນ ແລະ ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ​ໄດ້​ເຕືອນ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ເຂົ້າ​ຮ່ວມ​ໃນ​ການ​ຊຸມ​ນຸມ​ທີ່​ຜິດ​ກົດ​ໝາຍ.

ແກັ​ສ​ນ້ຳ​ຕາ​ໄດ້​ປົກ​ຄຸມ​ບໍ​ລິ​ເວນ​ທີ່ກວ້າງ, ລົດ​ເມ ແລະ ການ​ສັນ​ຈອນ​ອື່ນໆ​ໃນ​ເຂດ​ນັກ​ທ່ອງ​ທ່ຽວ​ທີ່​ຖືກ​ປະ​ດັບ​ປະ​ດາ​ດ້ວຍດອກ​ໄປ​ວັນ​ຄ​ຣິ​ສ​ມັ​ສ. ຄອບ​ຄົວ​ຕ່າງໆ​ພ້ອມ​ກັບ​ລູກ​ນ້ອຍ ຖືກ​ພົບ​ເຫັນ​ເອົາ​ມື​ປົກ​ໜ້າ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຟ້າວ​ໜີ​ອອກ​ມາ. ຕຳຫຼວດ​ໄດ້​ສັ່ງ​ໃຫ້​ຄົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ທ່າ​ເຮືອ​ອອກ​ໄປ​ຈາກ​ພື້ນ​ທີ່, ເຖິງ​ແມ່ນ​ວ່າຫຼາຍ​ຄົນ​ປາ​ກົດ​ວ່າ​ຈະ ໄປ​ສະຫຼອງວັນຄ​ຣິ​ສ​ມັ​ສ ເທົ່າ​ນັ້ນ​ກໍ​ຕາມ. ໃນ​ຂະ​ນະ​ທີ່​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ​ທຳ​ກັນ​ກົດ​ດັນ​ຢູ່​ຕາມ​ແຄມ​ທະ​ເລ​ນັ້ນ, ເດັກ​ນ້ອຍ​ຄົນ​ນຶ່ງ​ທີ່​ນຸ່ງ​ຊຸດ ແຊນ​ຕ້າ ຄ​ລອ​ສ໌ ເບິ່ງ​ຄື​ວ່າ​ຢ້ານ ໃນ​ເວ​ລາ​ທີ່​ລາວ​ກອດ​ບ່າ​ຂອງ​ແມ່​ລາວ​ຢູ່.

ຜູ້​ປະ​ທ້ວງ​ທີ່​ໃສ່​ຊຸດ​ສີ​ດຳ​ຈຳ​ນວນຫຼາຍ ໄດ້​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໃກ້​ກັບ​ໂຮງ​ແຮມ Peninsula ດ້ວຍ​ການ​ລີ້​ຢູ່​ທາງຫຼັງ​ຄັນ​ຮົ່ມ​ທີ່​ເປີດ​ໄວ້. ຕໍ່​ມາ​ໃນ​ຕອນ​ແລງ​ນັ້ນ, ຜູ້​ປະ​ທ້ວງ​ກໍ​ໄດ້​ວາງວັດ​ຖຸ​ຂະ​ໜາດ​ໃຫຍ່​ລວມ​ທັງ ກ່ອງ​ໄມ່​ຂະ​ໜາດ​ໃຫຍ່ ແລະ ປ້າຍ​ລົດ​ເມໃສ່​ທາງ​ສັນ​ຈອນ ແລະ ຈູດ​ໄຟ​ເຜົາ​ມັນ.

ຕຳຫຼວດ ຮົງ​ກົງ ເວົ້າ​ວ່າຖະ​ແຫຼງ​ການ​ທີ່​ຖືກ​ປະ​ກາດ​ໃນ​ຕອນ​ເດິກວ່າ ຜູ້​ປະ​ທ້ວງ​ໄດ້​ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ສະ​ຖາ​ນີ​ຕຳຫຼວດ ຊິມ ຊາ ຊຸຍ ຕອນ 11 ໂມ​ງ​ແລງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ແລະ ໄດ້​ເຕືອນ​ໃຫ້​ປະ​ຊາ​ຊົນ​ຢູ່​ຫ່າງ​ຈາກ​ບໍ​ລິ​ເວນ​ນັ້ນ. ເຂົາ​ເຈົ້າ​ເວົ້າ​ວ່າ ພວກ​ປະ​ທ້ວງ​ໄດ້​ຄອບ​ງຳ​ທາງ​ສັນ​ຈອນ ແລະ ໄດ້​ຕ້ອງ​ສິ່ງ​ກີດ​ຂວາງ​ໃສ່​ຖະ​ໜົນ​ອີກ​ເສັ້ນ​ນຶ່ງ ແລະ ຕຳຫຼວດ​ໄດ້​ໃຊ້​ລົດ​ຈັດ​ແຈງ​ຝູງ​ຄົນ​ເພື່ອ​ແຍກ​ຍ້າຍ “ພວກ​ກໍ່​ຈະ​ລາ​ຈົນ.” ​ຜູ້​ເຫັນ​ເຫດ​ການໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ໃຊ້​ປືນ​ສີດ​ນ້ຳ​ຍິງ​ໃສ່​ຝູງ​ຄົນ. ຖະ​ແຫຼງ​ການ​ຍັງ​ໄດ້​ກ່າວ​ວ່າ ຕຳຫຼວດ​ໄດ້​ເຕືອນ​ຜູ້​ກໍ່​ຈະ​ລາ​ຈົນ “ໃຫ້​ຢຸດ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG