ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກສຶກສາປະທ້ວງ ແລະເຈົ້າໜ້າທີ່ຮົງກົງ ເລີ້ມເຈລະຈາກັນ


ບັນດາເຈົ້າໜ້າທີ່ ລັດຖະບານຮົງກົງ (ຂວາ) ນັ່ງກົງກັນຂ້າມ ກັບບັນດາຜູ້ນຳ ສະຫະພັນນັກສຶກສາຮົງກົງ
ບັນດາເຈົ້າໜ້າທີ່ ລັດຖະບານຮົງກົງ (ຂວາ) ນັ່ງກົງກັນຂ້າມ ກັບບັນດາຜູ້ນຳ ສະຫະພັນນັກສຶກສາຮົງກົງ

ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງ ​ພົບ​ປະ​ກັບ ບັນດາ​ຜູ້ນຳ​ນັກ​ສຶກສາ​ຈີນ
​ໃນແລງ​ວັນອັງ ຄານ​ມື້​ນີ້ ແຕ່​ຢືນ​ຢັດ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ທຳ​ການ
​ປະຕິ​ຮູບ​ການ​ເລືອກ​ຕັ້ງ​ໃດໆ​ຕື່ມ​ອີກ ກ່ອນ​ການ​ເລືອກ​ຕັ້ງ​ໃນ​ປີ
2017 ນັ້ນ.

​ໃນ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ​ນັ້ນ ຫົວໜ້າ​ເລຂາ​ທິການລັດຖະ
ບານ ທ່ານ​ນາງ Carrie Lam ​ໄດ້​ຮ້ອງ​ຂໍ​ພວກຜູ້ນຳ​ນັກ​ສຶກສາ
​ໃຫ້ສະຫລາຍ​ການ​ປະ​ທ້ວງ​ທີ່​ມີ​ມາໄດ້ 3 ອາທິດ​ແລ້ວ​ນັ້ນ​ເສຍ
​ໂດຍ​ເວົ້າ​ວ່າ​ມັນ​ສ້າງ​ຄວາມ​ແຕກ​ແຍກ ​ແລະ​ຂັດຂວາງ​ຕໍ່​ການ​
ສົນທະນາ​ເລື້ອງ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ.

ທ່ານ​ນາງ Lam ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່​ອັນ​ດັບ​ສອງ​ຂອງ​ຮົງ​ກົງ ຄື​ເປັນ​ຮອງຫົວໜ້າ​ບໍລິການ
​ທ່ານ Leung Chun-ying ນັ້ນ ກ່າວ​ວ່າ ຮົງ​ກົງ​ບໍ່​ແມ່ນ​ປະ​ເທດ​ເອກະລາດ ​ແລະ​ເພາະ
ສະ​ນັ້ນ ຈຶ່ງ​ບໍ່​ສາມາດ​ເລືອກ​ເອົາ​ໂຄງ​ສ້າງ​ການ​ເລືອກ​ຕັ້ງ​ຂອງ​ຕົນ​ເອງ​ໄດ້.

​ໃນ​ການ​ໃຫ້​ສຳພາດ​ຂ່າວ​ກ່ອນ​ການ​ເຈລະຈາ​ກັນ​ນັ້ນ ທ່ານ Leung ​ໄດ້​ກ່າວ​ໃຫ້​ຮ່ອງຮອຍ​
ວ່າ ມີ​ບ່ອນ​ສຳ​ຫລັບ​ຫາລື​ກັນ​ເລື້ອງ​ອົງ​ປະກອບ​ຂອງ​ຄະນະ​ກຳມະການ ຄັດ​ເລືອກ​ເອົາ​ຜູ້​
ສະມັດ​ເລືອກ​ຕັ້ງ​ນັ້ນ​ຢູ່.

ທາງ​ທ່ານ Alex Chow ​ແຫ່ງ​ສະຫະພັນ​ນັກ​ສຶກສາ​ຮົງ​ກົງ ກ່າວ​ວ່າ ພວກ​ປະ​ທ້ວງ​ຈະ​ບໍ່​ສະ
ຫລາຍໂຕ ຈົນ​ກ່ວາທາງ​ລັດຖະບານ​ຈະ​ຕ່າວ​ປິ້ນການ​ຕັດສິນ​ໃຈ​ຈະ​ຄັດ​ເລືອກ​ເອົາ ຜູ້​ສະ
ມັກ​ເລືອກ​ຕັ້ງ​ນັ້ນ.

ພວກ​ປະ​ທ້ວງ​ຕ້ອງການ​ຢາກ​ໃຫ້ປັກ​ກິ່ງ ຕ່າວປີ້ນການ​ຕັດສິນ​ໃຈ​ໃນ​ເດືອນ​ສິງຫາ ທີ່ຈະ​ກວດ​ສອບ​ບັນດາ​ຜູ້​ສະມັກ​ເລືອກ​ຕັ້ງ​ປີ 2017. ​ເຂົາ​ເຈົ້າ ຍັງ​ໄດ້​ຮຽກຮ້ອງ​ໃຫ້ ທ່ານ
Leung Chun-ying ລາ​ອອກ​ຈາກ​ຕຳ​ແໜ່​ງ.

ທ່ານ Leung ​ໄດ້​ກ່າວ​ຊໍ້າ​ແລ້ວ​ຊໍ້​າອີກ​ ​ແລະ​ເນັ້ນ​ໜັກວ່າ ທ່ານ​ຈະ​ບໍ່​ລາ​ອອກ​ ຈາ​ກຕຳ​ແໜ່​ງ ​ແລະ​ການ​ເລືອກ​ຕັ້ງ​ທີ່​ເສຣີນັ້ນ ​ແມ່ນ​ເປັນ​ໄປ​ບໍ່​ໄດ້ໃນ​ປັດຈຸບັນ. ທ່ານ​ Leung ກ່າວ​ວ່າ :

“ພວກ​ເຮົາ​ສຳນຶກວ່າ ການ​ພົບ​ປະກັນ​ຄັ້ງ​ທະ​ອິດ ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໄດ້. ​ແຕ່​ວ່າ
ມັນ​ເປັນ​ການ​ເລີ້ມ​ຕົ້ນ​ທີ່​ດີ ​ເພື່ອ​ສົນທະນາ​ກັນ. ລັດຖະບານ ​ແລະ​ສາມ​ເລຂາ ຈະ​ຟັງ​
ແນ​ວຄິດ​ຂອງ ສະຫະພັນ​ນັກ​ສຶກສາ​ຮົງ​ກົງ ດ້ວຍ​ຄວາມ​ຈິງ​ໃຈ​ອັນ​ແຮງ​ກ້າ​ທີ່​ສຸດ.”

HONG KONG VOSOT
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG