ພວກເຈົ້າໜ້າທີ່ໃນຮົງກົງ ກຳລັງຈໍກັດການບໍລິການຂົນສົ່ງຂອງສະໜາມບິນ ໃນວັນເສົາ
ມື້ນີ້ ເພື່ອພະຍາຍາມທີ່ຈະບໍ່ໃຫ້ມີການເດີນຂະບວນ ເກີດຂຶ້ນຢູ່ທີ່ນັ້ນ ໃນວັນທ້າຍສັບ
ປະດານີ້.
ພວກເຈົ້າໜ້າທີ່ເວົາວ່າ ລົດໄຟໃນສະໜາມບິນທີ່ມາຈາກໃຈກາງເມືອງຮົງກົງ ຈະປະຕິ
ບັດງານຕາມເວລາທີ່ກຳນົດໄວ້ໃນຕາຕະລາງໃນວັນເສົາມື້ນີ້ ແຕ່ວ່າ ຈະບໍ່ໄປຈອດສຸຖາ
ນີທຸກແຫ່ງຢູ່ໃນລະຫວ່າງທາງໄປຫາສະໜາມບິນນັ້ນ ແລະຈະໄປຈອດຢູ່ອາຄານຂອງ
ສະໜາມບິນໂລດ.
ຢູ່ໃນຕອນຕົ້ນໆອາທິດນີ້ ພວກປະທ້ວງບາງຄົນ ໄດ້ຮຽກຮ້ອງໃຫ້ມີການເດີນຂະບວນ
ປະທ້ວງ ຢູ່ສະໜາມບິນຂອງຮົງກົງ; ແຕ່ວ່າ ມັນກໍຍັງບໍ່ເປັນທີ່ຈະແຈ້ງເທື່ອ ວ່າຈະມີການ
ເດີນຂະບວນຫລືບໍ່.
ສະໜາມບິນຮົງກົງໄດ້ຖືກບັງຄັບໃຫ້ປິດໄວ້ໃນເດືອນສິງຫາຜ່ານມາ ເມື່ອພວກປະທ້ວງ
ໄດ້ເຂົ້າໄປເຕັມຢູ່ໃນອາຄານຕ່າງໆ. ຈີນເອີ້ນການປະພຶດດັ່ງກ່າວວ່າ "ເກືອບແມ່ນ-ກາ
ນກະທຳກໍ່ການຮ້າຍ” ແລະຄົນປະທ້ວງບາງຄົນໃນເວລາຕໍ່ມາກໍໄດ້ ຂຽນໃບໜັງສືຂໍ
ຄະມາໂທດອອກມາ.
ການກໍ່ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ໃນຕອນບ່າຍໆວັນສຸກວານນີ້ ພາຍຫລັງທີ່ ພວກເດີນ
ຂະບວນປະທ້ວງໄດ້ປິດລ້ອມສະຖານີຕຳຫລວດ ແລະບ່ອນຈອດລົດໄຟໃຕ້ດິນແຫ່ງນຶ່ງ
ທີ່ພາໃຫ້ຕຳຫລວດຍິງລະເບີດນ້ຳຕາ ແລະລູກປືນຢາງໃສ່ເຂົາເຈົ້າ.
ໃນຕອນຕົ້ນໆອາທິດນີ້ ທ່ານນາງ ແຄຣີ ແລມ (Carrie Lam) ຜູ້ນຳຮົງກົງ ໄດ້ປະກາດ
ວ່າລັດຖະບານຂອງທ່ານ ຈະຖອນຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ ທີ່ຈະອະນຸຍາດ
ໃຫ້ປະຊາຊົນອາໄສໃນຮົງກົງຖືກເອົາໄປດຳເນີນຄະດີຢູ່ໃນຈີນແຜ່ນດິນໃຫຍ່ນັ້ນຢ່າງ
ເປັນທາງການ.
ຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນດັ່ງກ່າວ ໄດ້ພາໃຫ້ເກີດການເຄື່ອນໄຫວປະທ້ວງຢ່າງ
ໃຫຍ່ໃນເດືອນມິຖຸນາຜ່ານມາ. ແຕ່ວ່າ ນັບແຕ່ນັ້ນມາ ເປົ້າໝາຍຂອງພວກເດີນຂະບວນ
ປະທ້ວງກໍໄດ້ຂະຫຍາຍອອກໄປກວມລວມເອົາຄຳຮຽກຮ້ອງໃຫ້ມີປະຊາທິປະໄຕຢ່າງ
ເຕັມສ່ວນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ