ທ່ານນາງ ແຄຣີ ແລມ ຜູ້ປົກຄອງຮົງກົງທີ່ກຳລັງຖືກໂຈມຕີ ເວົ້າວ່າ ທ່ານນາງບໍ່ໄດ້ມີເຈດຕະນາທີ່ຈະລົງຈາກຕຳແໜ່ງ ເພື່ອເຮັດໃຫ້ການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານທີ່ຝົດເດືອດນັ້ນ ສົ່ງຜົນເຮັດໃຫ້ຕົວເມືອງສັ່ນຄອນມາເປັນເວລາ 3 ເດືອນແລ້ວນັ້ນ ສິ້ນສຸດລົງ ແຕ່ຢ່າງໃດເລີຍ.
ທ່ານນາງແລມ ໄດ້ໂຕ້ຕອບຕໍ່ລາຍງານຂອງອົງການຂ່າວຣອຍເຕີ (Reuters) ກ່ຽວກັບສຽງຂອງທ່ານນາງທີ່ຖືກບັນທຶກໄວ້ ຊຶ່ງໃນນັ້ນ ທ່ານນາງໄດ້ເວົ້າຕໍ່ກຸ່ມຜູ້ນຳນັກທຸລະກິດກຸ່ມນຶ່ງ ໃນອາທິດແລ້ວນີ້ວ່າ ທ່ານນາງໄດ້ເຮັດໃຫ້ເກີດ "ຄວາມ ຫາຍຍະນະ" ຍ້ອນໄດ້ນຳສະເໜີຮ່າງກົດໝາຍສົ່ງຄົນກະທຳຜິດຂ້າມແດນ ທີ່ມີການໂຕ້ແຍ້ງກັນຊຶ່ງພາໃຫ້ເກີດການປະທ້ວງຕ່າງໆ. ທ່ານນາງ ບອກກຸ່ມດັ່ງກ່າວວ່າ ທ່ານນາງຈະຂໍຄະມາໂທດທີ່ໄດ້ກະທຳການເຊັ່ນນັ້ນ ແລະຂໍລາອອກ ຈາກຕຳແໜ່ງ "ຖ້າຫາກທ່ານນາງມີທາງເລືອກ."
ແຕ່ວ່າ ທ່ານນາງແລມ ກໍໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານມື້ນີ້ວ່າ ທ່ານນາງ "ຍັງບໍ່ທັນໄດ້ແມ່ນແຕ່ຈະພິຈາລະນາ" ວ່າ ຈະສົນທະນາການລາອອກ ກັບປັກກິ່ງຊ້ຳ, ແລະໄດ້ບອກຕົນເອງ "ຄັ້ງແລ້ວ ຄັ້ງເຫລົ່າ" ມາຕະຫລອດໄລຍະສາມເດືອນທີ່ຜ່ານມາວ່າ ລັດຖະບານຂອງທ່ານນາງ "ຄວນຈະຍັງຄົງຕົວຢູ່ ເພື່ອຊ່ວຍຮົງກົງ."
ທ່ານນາງກ່າວອີກວ່າ ການເປີດເຜີຍບັນທຶກສຽງຂອງທ່ານນາງ “ເປັນເລື້ອງທີ່ຍອມຮັບເອົາບໍ່ໄດ້.”
ການປະທ້ວງຕ່າງໆກ່ຽວກັບຮ່າງກົດໝາຍການສົ່ງຄົນກະທຳຜິດຂ້າມແດນທີ່ຖືກຢຸດສະງັກລົງຢູ່ໃນເວລານີ້ ຈະສົ່ງຜູ້ຕ້ອງສົງໄສວ່າ ກະທຳຜິດທາງອາຍາໄປໃຫ້ ຈີນແຜ່ນດິນໃຫຍ່ ເພື່ອດຳເນີນຄະດີ ນັບແຕ່ນັ້ນມາ ກໍໄດ້ກັບກາຍເປັນການຮຽກຮ້ອງໃຫ້ມີປະຊາທິປະໄຕຫລາຍຂຶ້ນ ແລະໃຫ້ມີການສືບສວນໂດຍອົງການອິດສະລະ ຕໍ່ການກ່າວຫາການກະທຳທີ່ປ່າເຖື່ອນຂອງຕຳຫລວດ.
ການເດີນຂະບວນຕ່າງໆ ເກືອບວ່າໄດ້ສົ່ງຜົນກະທົບເຮັດໃຫ້ການດຳລົງຊີວິດປະຈຳວັນຢູ່ໃນສູນກາງການເງິນຂອງເອເຊຍແຫ່ງນັ້ນ ຢຸດສະງັກລົງ, ໂດຍທີ່ພວກປະທ້ວງໄດ້ລົບກວນການເຄື່ອນໄຫວໄປມາຕ່າງໆ ຢູ່ໃນລະບົບລົດໄຟໃຕ້ດິນ ແລະສະໜາມບິນຂອງເມືອງດັ່ງກ່າວ. ມີຜູ້ປະທ້ວງຫລາຍຮ້ອຍຄົນຖືກຈັບທ່າມກາງການປະທະກັນ ທີ່ໃຊ້ຄວາມຮຸນແຮງກັບຕຳຫລວດ ຜູ້ທີ່ໃຊ້ໄມ້ຄ້ອນແກວ່ງໄປແກວ່ງມາ ແລະຍິງລະເບີດນ້ຳຕາ ແລະປືນນ້ຳຂະຫຍາດໃຫຍ່ໃສ່ ເພື່ອເຮັດໃຫ້ຝຸງຄົນສະຫລາຍຕົວ.