ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ການປະທ້ວງ ໃນຮົງກົງ ຈະມອບ​ໂຕ​ ຕໍ່ເຈົ້າໜ້າ​ທີ່ ​ຕຳຫລວດ


ບັນດາຜູ້ສ້າງຕັ້ງ ການ​ເຄື່ອນ​ໄຫວເຂົ້າຍຶດຄອງຮົງ​ກົງ ທີ່ຂັດຂືນ ຕໍ່ກົດລະບຽບ ມີທ່ານ Benny Tai (ກາງ) ເປັນອາຈານກົດໝາຍ ຢູ່ມະຫາວິທະຍາໄລ ຮົງກົງ ພ້ອມກັບ ຜູ້ຮ່ວມສ້າງຕັ້ງ ທ່ານ Chan Kin-man (ຊ້າຍ) ອາຈານປະຊາຄົມວິທະຍາ ທີ່ ມະຫາວິທະຍາໄລຈີນ ແລະ ຄຸນພໍ່ Chu Yiu-ming ຈັບມືກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ.
ບັນດາຜູ້ສ້າງຕັ້ງ ການ​ເຄື່ອນ​ໄຫວເຂົ້າຍຶດຄອງຮົງ​ກົງ ທີ່ຂັດຂືນ ຕໍ່ກົດລະບຽບ ມີທ່ານ Benny Tai (ກາງ) ເປັນອາຈານກົດໝາຍ ຢູ່ມະຫາວິທະຍາໄລ ຮົງກົງ ພ້ອມກັບ ຜູ້ຮ່ວມສ້າງຕັ້ງ ທ່ານ Chan Kin-man (ຊ້າຍ) ອາຈານປະຊາຄົມວິທະຍາ ທີ່ ມະຫາວິທະຍາໄລຈີນ ແລະ ຄຸນພໍ່ Chu Yiu-ming ຈັບມືກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ.

ບັນດາຜູ້​ສ້າງ​ຕັ້ງ ການ​ເຄື່ອນ​ໄຫວເຂົ້າຍຶດຄອງຮົງ​ກົງ ຈຳນວນ
3 ຄົນ ​ກຳລັງເດີນໜ້າ ກັບ​ແຜນ​ທີ່​ຈະ​ມອບ​ໂຕ​ໃຫ້​ແກ່​ເຈົ້າໜ້າ​ທີ່
​ຕຳຫລວດ ​ແລະ ຮຽກຮ້ອງ​ເຖິງ​ບັນດາ​ເພື່ອນ​ປະ​ທ້ວງ​ ​ໃຫ້​ຖອຍ​
ອອກໄປ​ເພື່ອ​ຄວາມປອດ​ໄພ ສຳ​ຫລັບ​ພວກ​ເຂົາ​ເຈົ້າ.

ທີ່​ກອງ​ປະຊຸມຖະ​ແຫລ​ງ​ຂ່າວ ​ໂດຍ​ມີ ທ່ານ Benny Tai
ທ່ານ Chan Kin-man ​ແລະ ທ່ານ Chu Yiu-ming
​ພວກ​ເຂົາ​ເຈົ້າໄດ້​ປະກາດວ່າ ພວກ​ເຂົາ​ເຈົ້າ ຈະ​ມອບ​ໂຕ ຢູ່​ທີ່​
ສູນ​ກາງສະຖານີ​ຕຳຫລວດ ​ໃນ​ເວລາ 3 ໂມງ​ແລງ ​ເວລາ​ທ້ອງ​ຖິ່ນ
​ໃນ​ວັນ​ພຸດ​ມື້​ອື່ນ.

ທ່ານ Benny Tai ກ່າວ​ວ່າ ຍັງ​ບໍ່ມີ​ຄວາມ​ຈະ​ແຈ້ງ​ເທື່ອ​ວ່າ ຕຳ​ຫລວດ ຈະ​ກັກ​ໂຕ ຫຼື ປ່ອຍ​ໂຕ​ທ່ານ ​ແລະ ຜູ້​ຮ່ວມ​ສ້າງຕັ້ງການ​ເຄື່ອນ​ໄຫວ​ ​ທ່ານ​ອື່ນໆ ຫຼືບໍ່ ​ແຕ່ ທ່ານກ່າວ​ວ່າ ພວກ​ເຂົາ​ເຈົ້າ ພ້ອມແລ້ວ ທີ່​ຈະຮັບ​ເອົາຜົນ​ສະທ້ອນ​ຕ່າງໆ ທີ່​ອອກມາ ບໍ່​ວ່າ​ຈະ​ອອກ​ມາ​ໃນ​ທາງ​ໃດ​ກໍ​ຕາມ.

ທ່ານ​ຍັງ​ຮຽກຮ້ອງ ​ໃຫ້ພວກ​ປະ​ທ້ວງ ຫຼາຍຮ້ອຍ​ຄົນ ຜູ້​ທີ່​ຍັງ​ຕັ້ງຄ້າຍ​ຢູ່​ຕາມ​ຖະ​ໜົນສາຍ​ຕ່າງໆ​ຂອງຮົງ​ກົງ ​ໃຫ້​ຖອຍ​ກັບ​ຄືນ​ໄປ ​ແລະ ຕຽມ​ພ້ອມ​ສຳ​ຫລັບ​ການ​ຕໍ່ສູ້​ລະຍະຍາວ​ນານ ທີ່​ແນ​ໃສ່ ​ເພື່ອ​ໃຫ້ໄດ້​ຮັບ​ການປະຕິ​ຮູບ​ເປັນປະຊາທິປະ​ໄຕ.

ຢູ່​ໃນໜ້າ​ນຶ່ງ ຂອງ Twitter ການ​ເຄື່ອນ​ໄຫວ​ເຂົ້າຍຶດຄອງ ກ່າວ​ວ່າ ການ​ມອບ​ໂຕ​ໃນຄັ້ງນີ້
“ບໍ່ແມ່ນ ການ​ກະທຳ ຂອງ​ຄວາມ​ຂີ້​ຂາດ” ຫຼື ຍອມຮັບກັບ​ຄວາມ​ຫລົ້ມ​ແຫຼວ ​ແຕ່​ເປັນ​ການ​ກ່າວ​ໂທດ ຂອງ​ອັນ​ທີ່ພວກ​ຕົນ​ເອີນ​ວ່າ “ລັດຖະບານ​ທີ່ຂາດຫົວ​ໃຈ​.”

ການ ​ປະ​ທ້ວງ ທີ່​ໄດ້​ເລີ້​ມມາ​ແຕ່ ທ້າຍ​ເດືອນ​ກັນຍາ ​ເພື່ອ​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າໜ້າ​ທີ່ ຈັດຕັ້ງການ​ເລືອກ​ຕັ້ງໃນ​ປີ 2017 ​ໃຫ້​ເປັນ​ປະຊາທິປະ​ໄຕ​ຢ່າງ​ຄົບ​ຖ້ວນ. ບັນດາ​ເຈົ້າໜ້າ​ທີ່
​ໄດ້​ປະກາດ​ວ່າ ການ​ປະ​ທ້ວງ​ນັ້ນ ​ແມ່ນ​ຜິດ​ກົດໝາຍ ແລະ ​ໄດ້​ພະຍາຍາມຫຼາຍໆ​ຄັ້ງ ທີ່​ຈະ​ຍົກຍ້າຍບາງ​ສ່ວນ​ຂອງ​ຄ້າຍພວກ​ປະ​ທ້ວງ​ຕ່າງໆອອກ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດການ​ປະ​ທະ​ກັນ​ດ້ວຍຄວາມຮຸນ​ແຮງນັ້ນ.

HONG KONG PROTESTS VOSOT
please wait

No media source currently available

0:00 0:02:38 0:00

XS
SM
MD
LG