ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳ ການປະທ້ວງ ໃນຮົງກົງ ເຂົ້າມອບໂຕ ຕໍ່ ຕຳຫລວດແລ້ວ


HONG KONG PROTESTS CNPK
please wait

No media source currently available

0:00 0:01:59 0:00

ບັນດາ​ຜູ້​ສ້າງຕັ້ງການ​ເຄື່ອນ​ໄຫວ​ເຂົ້າຍຶດຄອງ​ຮົງ​ກົງ ​ໄດ້​ມອບ​ໂຕ
​ຕໍ່​ຕຳຫລວດ ສຳ​ຫລັບ​ບົດບາດ​ ໃນ​ການຈັດຕັ້ງນຳພາ​ພວກປະ​ທ້ວງ
​ເພື່ອ​ປະຊາທິປະ​ໄຕ ທີ່ບັນດາ​ເຈົ້າໜ້າ​ທີ່​ຮົງ​ກົງ ​ເຫັນ​ວ່າ​ຜິດ​ກົດໝາຍ.

ທ່ານ Benny Tai ທ່ານ Chan Kin-man ​ແລະ ທ່ານ Chu
Yiu-ming ​ໄດ້​ເຂົ້າ​ໄປ​ໃນ ສູນ​ກາງ​ສະ​ຖານີຕຳຫລວດ ​ໃນ​ວັນ​ພຸດ
​ມື້​ນີ້. ພວກ​ເຂົາ​ເຈົ້າ ກັບ​ຄືນ​ອອກ​ໄປ​ ຈາກ​ສະຖານີ​ດັ່ງກ່າວ​ ໃນ​
ລະຍະ​ເວລາ ນຶ່ງ​ຊົ່ວ​ໂມງ ຫຼັງຈາກ​ທີ່​ເຈົ້າໜ້າ​ທີ່​ຕຳຫລວດ ປະຕິ​ເສດ
​ທີ່​ຈະ​ຈັບ​ກຸມ ຫຼື ກ່າວ​ຫາ ພວກ​ເຂົາ​ເຈົ້າ​ ແຕ່​ຢ່າງ​ໃດ.

ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ຢູ່​ນອກ​ສະຖານີຕຳຫລວດ ທ່ານ Tai ກ່າວ​ວ່າ ພວກທ່ານ​ທັງ​ສາມ ​ໄດ້​ຮັບສຳນວນ​ພິ​ເສດ ຈາກ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລ້ວກ່າວ​ບອກໃຫ້ ພວກ​ເຂົາ​ເຈົ້າຄີ​ດ​ເອົາຄວາມ​ຜິດ​ອັນ​ໃດ ທີ່​ຕົນ​ໄດ້​ຍອມຮັບນັ້ນ. ພວກ​ທີ່​ສະໜັບສະໜຸນ​ການ​ເຄື່ອນ​ໄຫວຍຶດຄອງ ຍັງພາກັນອອກ​ມາ​ ລຽນ​ແຖວ ​ເພື່ອ​ຈະ​ກອງ​ສຳນວນ​ດັ່ງກ່າວ​ນັ້ນ.

ບໍ່​ມີ​ຄວາມ​ກະຈ່າງ​ແຈ້ງວ່າ ຕຳຫລວດ ຈະ​ຈັບ​ໂຕ ຫຼື ຈະ​ກ່າວ​ຫາ ​ຄວາມ​ຜິດ​ທາງ​ອາຍາ ​ຕໍ່ບັນດາ​ນັກເຄື່ອນ​ໄຫວ ຜູ້​ໃດ​ຜູ້​ນຶ່ງຫຼືບໍ່. ບັນດາ​ເຈົ້າໜ້າ​ທີ່ ບໍ່​ໄດ້​ໃຫ້​ຄຳ​ຖະ​ແຫລ​ງການ ຕໍ່​ການ​ມອບ​ໂຕ ຊຶ່ງ​ເປັນ​ການ​ມອງ​ເຫັນ​ວ່າ ​ເປັນ​ຄວາມ​ພະຍາຍາມ​ ທີ່​ຈະ​ປຸກລະດົມ​ການ​ເຄື່ອນ​ໄຫວ​ຄືນ​ອີກ ຫຼັງຈາກ​ທີ່​ໄດ້​ສູນ​ເສຍ​ການ​ສະໜັບສະໜຸນ​ຈາກ​ມວນ​ຊົນ​ໄປ​ແລ້ວນັ້ນ.

​ ໃນ​ວັນ​ອັງຄານ​ວານ​ນີ້ ບັນດາ​ຜູ້​ສ້າງຕັ້ງການ​ເຄື່ອ​ນ​ໄຫວຍຶດຄອງ​ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ທັງຫຼາຍ ຖອຍ​ຄືນ ​ເພາະ​ຢ້ານກົວ​ວ່າ ຈະ​ເກີດ​ຄວາມ​ຮຸນ​ແຮງ​ຕື່ມ​ອີກ ຫຼັງຈາກ​ທີ່​ມີ​ການ​ປະ​ທະ​ກັນຫຼາຍໆ​ຄັ້ງກັບ​ເຈົ້າໜ້າ​ທີ່​ຕຳຫລວດ ​ເມື່ອ​ວັນ​ອາທິດ​ຜ່ານ​ມາ. ​ແຕ່​ຫາກ​ວ່າ ພວກ​ປະ​ທ້ວງ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງ​ດັ່ງກ່າວ​ນັ້ນ.

US Senator: Hong Kong Should Wait No Longer for Democracy
please wait

No media source currently available

0:00 0:02:26 0:00

XS
SM
MD
LG