ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ນິຍົມປະຊາທິປະໄຕ ປະທະ ກັບຕຳຫຼວດ ທີ່ຮົງກົງ


Hong Kong Demonstrators Preserve Their Legacy
please wait

No media source currently available

0:00 0:02:58 0:00

ໄດ້​ມີ​ການ​ຕໍ່ສູ້​ກັນ​ເລັກໆ​ນ້ອຍໆ ​ໃນ​ວັນ​ພະຫັດ​ມື້​ນີ້ ລະຫວ່າງ​
ຕຳຫຼວດ ຮົງ​ກົງແລະ​ພວກ​ປະ​ທ້ວງ ​ທີ່​ພາກັນຕັ້ງຄ້າຍ​ພັກຢູ່​
ຂ້າງ​ນອກ​ມາ​ໄດ້​ນຶ່ງ​ເດືອນແລ້ວເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ປະ
ຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ.

ພາບ​ວີ​ດີ​ໂອ ທີ່​ລົງ​ໃນ You Tube ສະ​ແດງ​ໃຫ້​ເຫັນ ​ພວກ​ຕຳ
ຫຼວດ​ຫຼາຍ​ສິບ​ຄົນ ຊຶ່ງ​ບາງ​ຄົນ​ພາກັນ​ຖື​ໄມ້ຄ້ອນ ​ແລະ​ເຄື່ອງ
ປ້ອງ​ກັນຕໍ່ສູ້​ກັນ​ກັບ​ພວກ​ປະ​ທ້ວງ​ໃນ​ຄຸ້ມ Mong Kok.

ພວກກປະ​ທ້ວງ​ຫຼາຍ​ຄົນ​ພາກັນ​ຄື​ຄັນ​ຮົ່ມ ຊຶ່ງ​ໄດ້​ກາຍ​ມາ​ເປັນ​
ສັນຍະລັ​ກ​ແຫ່ງ​ການ​ຕໍ່ຕ້ານ ຫຼັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ ​ໃຊ້
​ຄັນ​ຮົ່ມ​ເປັນ​ເຄື່ອງ​ປ້ອງ​ກັນ​ໂຕ ​ຕໍ່​ການ​ແກັສນ້ຳ​ຕາ​ຂອງ​ຕຳຫຼວດ.

ພວກ​ປະ​ທ້ວງ​ຄົນ​ອື່ນໆ​ພາກັນ​ໃສ່​ໜ້າ​ກາກ​ທີ່​ຍິ້ມ​ແຍ້ມ Guy Fawkes ທີ່​ຄົນ​ນິຍົມ​ກັນ​ໃສ່​ໃນ​ຟິມຮູບ​ເງົາ Holliwood ​ໃນ​ປີ 2005 ທີ່​ມີ​ຊື່ວ່າ “V for Vendetta.”

ຜູ້ປະທ້ວງຄົນນຶ່ງເວົ້າວ່າ “ພວກ​ເຮົາປະຊາຊົນ ບໍ່​ມີ​ປາກ​ສຽງ​ຫຍັງ​ເລີຍ​ໃນ​ນະ​ໂຍບາຍ​ຕ່າງໆ​ທີ່ລັດຖະບານ​ກຳລັງ​ພະຍາຍາມ​ໃຫ້​ພວກ​ເຮົາ​ຮັບ​ເອົາ. ພວກ​ເຮົາ​ບໍ່​ສາມາດ
ເປັນ​ຫົວໜ້າ​ຄອບ​ຄົມ​ເຮົາ​ເອງ​ໄດ້. ລັດຖະ ບານ​ຄວບ​ຄຸມ​ພວກ​ເຮົາ. ດັ່ງ​ນີ້ມື້​ນີ້ພວກ​
ເຮົາ​ຈະ​ຕ້ອງ​ຢືນຂຶ້ນ​ແລະ​ຕໍ່ສູ້​ເພື່ອ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ. ພວກ​ເຮົາ​ເລືອກ​ເອົາ​ຜູ້ນຳ​ຂອງ​ພວກ​ເຮົາ​ເອງ.”

ບໍ່​ມີ​ລາຍ​ງານ​ໃດໆ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜູ້​ບາດ​ເຈັບ ​ແລະ​ຖືກ​ຈັບ​ກຸມ ​ໃນລະຫວ່າງ​ການປະ​ທະ​ກັນ​ນີ້.

ພວກ​ປະ​ທ້ວງ​ຢາກ​ໃຫ້​ປັກ​ກິ່ງ​ອະນຸມັດ​ໃຫ້​ມີ​ການສະ​ເໜີ​ແຕ່ງ​ຕັ້ງ​ຜູ້ນຳ​ຢ່າງ​ເປີດ​ກວ້າງ​ໃນ​ການ​ເລືອກ​ຕັ້ງ​ປີ 2017 ສຳລັບ​ຜູ້ບໍລິຫານ​ສູງ​ສຸດ​ຂອງ​ຮົງ​ກົງ. ​ໃນ​ເດືອນ​ສິງຫາ ຈີນ​ອອກ​ຄຳສັ່ງ​ວ່າ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຄົນ​ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບການ​ເຫັນ​ດີ​ຈາກ​ຄະນະ​ກຳມະການ ທີ່​ເຕັມ​ໄປ​ດ້ວຍ​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ປັກ​ກິ່ງ​ນັ້ນ.

hongkong6november14
please wait
Embed

No media source currently available

0:00 0:00:27 0:00

ປັກ​ກິ່ງ ກ່າວ​ວ່າ ຕົນ​ຈະ​ບໍ່​ຕ່າວ​ປີ້ນ​ການ​ຕັດສິນ​ໃຈ​ຂອງ​ຕົນ ​ແລະ​ປະກາດ​ວ່າ ການ​ປະ​ທ້ວງ​ນີ້​ຜິດ​ກົດໝາຍ.

XS
SM
MD
LG