ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ ສະ​ໜັບ​ສະ​ໜູນ ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ ຊະ​ນະ ການ​ເລືອກ​ຕັ້ງ ຢ່າງ​ຖ້ວມ​ລົ້ນ


ຜູ້​ຊະ​ນະ​ການ​ເລືອກ​ຕັ້ງ ທ່ານ ເຄວິນ ແລມ, ຂວາ, ແລະ ນັກ​ເຄື່ອນ​ໄຫວ ສະ​ໜັບສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ທ້າວ ຈອ​ສ​ຊວາ ວັອງ, ຂວາ​ສຸດ, ຂອບ​ໃຈ​ຜູ້​ສະ​ໜັບ​ສະ​ໜູນ. 25 ພະ​ຈິກ, 2019.
ຜູ້​ຊະ​ນະ​ການ​ເລືອກ​ຕັ້ງ ທ່ານ ເຄວິນ ແລມ, ຂວາ, ແລະ ນັກ​ເຄື່ອນ​ໄຫວ ສະ​ໜັບສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ທ້າວ ຈອ​ສ​ຊວາ ວັອງ, ຂວາ​ສຸດ, ຂອບ​ໃຈ​ຜູ້​ສະ​ໜັບ​ສະ​ໜູນ. 25 ພະ​ຈິກ, 2019.

ກຳ​ລັງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ ໄດ້​ຮັ​ບ​ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ເມື່ອ​ວັນ​ອາ​ທິດ​ວານນີ້ ເຊິ່ງ​ຜູ້​ລົງ​ຄະ​ແນນ​ສຽງ​ຈຳ​ນວນ ຫຼາຍ​ເປັນ​ສະ​ຖິ​ຕິ ໄດ້​ອອ​ກ​ມາຄັດ​ຄ້ານຕໍ່ ປັກ​ກິ່ງ ເປັນ​ພິ​ເສດ.

ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍ​ຄ້ານ​ໄດ້​ຊະ​ນະ​ເກືອບ 90 ເປີ​ເຊັນ​ຂອງ​ບ່ອນ​ນັ່ງ​ໃນ​ການ​ແຂ່ງ​ຂັນ, ອີງ​ຕາມ​ໂທ​ລະ​ພາບລັດ​ຖະ​ບານ RTHK. ພັກ​ເດ​ໂມ​ແຄ​ຣັດ ຕໍ່​ໄປ​ຈະ​ໄດ້​ຄວບ​ຄຸມ​ສະ​ພາ​ເຂດ 17 ແຫ່ງ​ຈາກ 18 ແຫ່ງ, ຫຼັງ​ຈາກ​ກ່ອນ​ໜ້ານີ້ບໍ່​ໄດ້​ຄວບ​ຄຸມ​ຈັກ​ບ່ອນ.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ແມ່ນ​ການ​ຜ່າຍ​ແພ້​ຄັ້ງ​ໃຫຍ່​ຕໍ່​ກຳ​ລັງ​ສະ​ໜັບ​ສະ​ໜູນ ຈີນ ທີ່​ໄດ້​ຄອບ​ງຳ​ການ​ເມືອງ​ຂອງ​ ຮົງ​ກົງ ແລະ ເປັນຫຼັກ​ຖານຫຼ້າ​ສຸດ ກ່ຽວ​ກັບ ການສືບ​ຕໍ່​ສະ​ໜັບ​ສະ​ໜູນຢ່າງ​ເປີດ​ເຜີຍ ​ສຳ​ລັບ​ຂະ​ບວນ​ການ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ທີ່​ດຳ​ເນີນ​ມາ​ໄດ້​ຫ້າ​ເດືອນ ເຊິ່ງ​ໄດ້​ມີ​ຄວາມ​ຮຸນ​ແຮງ​ຍິ່ງ​ຂຶ້ນ.

ນັກ​ເຄື່ອນ​ໄຫວ​ທີ່​ເປັນ​ນັກ​ສຶກ​ສາ ທ້າວ ຈອ​ສ​ຊວາ ວັອງ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ “ຊາວ​ຮົງ​ກົງ ໄດ້​ອອກ​ມາ​ເວົ້າ, ແຮງ ແລະ ຊັດ​ເຈນ. ປະ​ຊາ​ຄົມ​ນາ​ນາ​ຊາດ​ຕ້ອງ​ຮັບ​ຮູ້​ມັນ, ເປັນ​ເວ​ລາ​ເກືອບ 6 ເດືອນ, ຄວາມ​ຄິດ​ຂອງ​ປະ​ຊາ​ຊົນ​ແມ່ນບໍ່​ໄດ້​ເປັນ​ປໍ​ລະ​ປັກ​ກັບ​ຂະ​ບວນ​ການ​ນັ້ນ.”

ທ່ານ ເດ​ວິດ ສ​ໄວ​ກ໌ (David Zweig) ສາ​ສະ​ດາ​ຈານ​ກຽດ​ຕິ​ຄຸນ ທີ່​ຄະ​ນະ​ວິ​ທະ​ຍາ​ສາດ ແລະ ເທັກ​ໂນ​ໂລ​ຈີ ມະ​ຫາ​ວິ​ທະ​ຍາ​ໄລ ຮົງ​ກົງ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນ, ເກີນ​ຄວາມ​ຄາດ​ໝາຍ​ຂອງ​ປະ​ຊາ​ຊົນຫຼາຍ.”

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ຈະ​ບໍ່​ປ່ຽນ​ແປງ​ຄວາມ​ດຸ່ນ​ດ່ຽງ​ຂອງ​ອຳ​ນາດ​ໃນ​ລະ​ບົບ​ການ​ເມືອງ​ທີ່​ຄ້າຍ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ ຮົງ​ກົງ ຫຼາຍ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ປະ​ຈຳ​ເຂດບໍ່​ມີ​ອຳ​ນາດ​ທີ່​ຈະ​ຮັບ​ຜ່ານ​ກົດ​ໝາຍ. ເຂົາ​ເຈົ້າ​ຮັບ​ມື​ສ່ວ​ນ​ໃຫຍ່​ກັບ​ບັນ​ຫາຊຸມ​ຊົນ​ຂະ​ໜາດ​ນ້ອຍ, ເຊັ່ນ​ການ​ຕຳ​ໜິ​ກ່ຽວ​ກັບ​ສຽງ​ວົນ​ແຊວ ແລະ ທີ່​ຕັ້ງ​ຂອງ​ບ່ອນ​ຈອດ​ລົ​ດ​ເມ.

ແນວ​ໃດ​ກໍ​ຕາມ, ການ​ລົງ​ຄ​ະ​ແນນ​ສຽງ​ສະ​ພາ​ປະ​ຈຳ​ເຂດ​ໄດ້​ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ຂໍ້​ບົ່ງ​ຊີ້​ທີ່​ໄວ້​ໃຈ​ໄດ້​ທີ່​ສຸດ ກ່ຽວ​ກັບ ຄວາມ​ຄິດ​ຂອງ​ປະ​ຊາ​ຊົນ, ໃນ​ເມື່ອ​ມັນ​ເປັນ​ພຽງ​ການ​ເລືອກ​ຕັ້ງ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ພຽງ​ຄັ້ງ​ດຽວ​ໃນ ຮົງ​ກົງ.

ຜູ້​ບໍ​ລິ​ຫານ​ໃຫຍ່ ຮົງ​ກົງ ທີ່​ເປັນ​ມິດ​ກັບ ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ ໄດ້​ອ​ອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ລັດ​ຖະ​ບານ​ເຄົາ​ລົບ​ຜົນ​ຂອງ​ການ​ເລືອກ​ຕັ້ງ, ແລະ ວ່າ​ເຂົາ​ເຈົ້າ​ຈະ​ຟັງ​ຢ່າງ​ສຸ​ພາບ ​ຕໍ່​ຄວາມ​ຄິດ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາ​ທາ​ລະ​ນະ ແລະ ຕອບ​ສະ​ໜອງ​ຕໍ່​ເຂົາ​ເຈົ້າ​ຢ່າງ​ຈິງ​ຈັງ.

ປ​ະ​ຊາ​ຊົນ​ເກືອບ 3 ລ້ານ​ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ, ເຊິ່ງ​ສູງ​ເປັນ​ສະ​ຖິ​ຕິ​ສຳ​ລັບ ຮົງ​ກົງ, ແລະ ຫຼາຍກວ່າ​ສອງ​ເທົ່າ​ຂອງ​ຜູ້ທີ່​ໄດ້​ອອກ​ມາ​ລົງ​ຄະ​ແນນ​ສຽງ​ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຈຳ​ເຂດ​ໃນ​ຄັ້ງ​ທີ່​ຜ່ານ​ມາ​ເມື່ອ​ປີ 2015.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG