ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຊາວ​ຮົງ​ກົງ ຖືກ​ຫ້າມ ບໍ່​ໃຫ້​ລົງ​ແຂ່ງ​ຂັນ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ


​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ​ເປັນ​ຜູ້​ຈັດ​ຕັ້ງ ຊຸມ​ຊົນ South Horizons ​ທ້າວ​​ໂຈຊວາ ວອງ (Joshua Wong) ເດີນ​ທາງ​ໄປ​ຮອດ ​ກົມ​ຮັບ​ຜິດ​ຊອບ​ເລື້ອງ​ພາຍ​ໃນ ແລະ​ຫ້ອງ​ການ​ເຂດ​ເມືອງ​ພາກ​ໃຕ້ ​ໃນ​ຮົງ​ກົງ, ວັນ​ທີ 24 ຕຸ​ລາ 2019.
​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ​ເປັນ​ຜູ້​ຈັດ​ຕັ້ງ ຊຸມ​ຊົນ South Horizons ​ທ້າວ​​ໂຈຊວາ ວອງ (Joshua Wong) ເດີນ​ທາງ​ໄປ​ຮອດ ​ກົມ​ຮັບ​ຜິດ​ຊອບ​ເລື້ອງ​ພາຍ​ໃນ ແລະ​ຫ້ອງ​ການ​ເຂດ​ເມືອງ​ພາກ​ໃຕ້ ​ໃນ​ຮົງ​ກົງ, ວັນ​ທີ 24 ຕຸ​ລາ 2019.

ນັກ​ເຄື່ອນ​ໄຫວ​ ເພື່ອປະ​ຊາ​ທິ​ປະ​ໄຕ ຊາວ​ຮົງ​ກົງ ທ້າວໂຈ​ຊວາ ວອງ ກ່າວ​ວ່າ ລາວ​ໄດ້​ຖືກ​ຫ້າມບໍ່​ໃຫ້​ລົງ​ແຂ່ງ​ຂັນ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ທ້ອງ​ຖິ່ນຂອງຮົງ​ກົງ.

ທ້າວວອງ ໄດ້​ນຳ​ເອົາ​ແຈ້ງ​ການ​ທີ່​ຜູ້​ກ່ຽວ​ໄດ້​ຮັບ​ຈາກ​ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງນັ້ນ ລົງ​ໃນ​ໜ້າ​ທວີ​ດເຕີ້​ຂອງ​ລາວ ໃນ​ວັນ​ອັງ​ຄານ​ມື້ນີ້ ໂດ​ຍ​ທີ່​ແຈ້ງ​ການ​ສະ​ບັບ​ນີ້ ໄດ້​ປະ​ກາດ​ເຖິງ​ການ​ຕັດ​ສິດ​ໃນ​ການເປັນ​ຜູ້ສະ​ໝັກ​ລົງ​ແຂ່ງ​ຂັນ​ຂອງລາວ. ລາວ​ໄດ້​ຂຽນລົງ​ທວີ​ເຕີ້ດ້ວຍຄວາມ​ໂມ​ໂຫ ທີ່​ວ່າ ການ​ຕັດ​ສິນ​ໃຈ​ນັ້ນ ພິ​ສູດ​ໃຫ້​ເຫັນ​ວ່າ “ວິ​ທີ​ທີ່​ປັກກິ່ງ​ຈັດ​ແຈງ​ການ​ເລືອກ​ຕັ້ງ ດ້ວຍ​ການກວດ​ສອບ​ ແລະ​ການ​ຄັດ​ເລືອກ ດ້ານ​ການ​ເມືອງ.”

ໂຄ​ສົກ​ຂອງ​ລັດ​ຖະ​ບານ ໄດ້​ອອກ​ແຈ້ງ​ການທີ່​ຂຽນ​ດ້ວຍ​ມື ໂດຍ​ກ່າວ​ວ່າ ການ​ລົງ​ສະ​ໝັກ​ຂອງ​ທ້າວວອງ ແມ່ນບໍ່​ຖືກ​ຕ້ອງ ເພາະ​ວ່າ ລາວ​ໄດ້​ລົນ​ນະ​ລົງ ເພື່ອໃຫ້ມີ “ການ​ຕັດ​ສິນ​ໃຈ​ເລືອກດ້ວຍຕົນ​ເອງ” ສຳ​ລັບ​ຮົງ​ກົງ.

ທ້າວ​ວອງ ອາ​ຍຸ 23 ປີ ພ້ອມ​ກັບ ເພື່ອນ​ນັກ​ສຶກ​ສາ ທີ່​ເປັນ​ນັກ​ເຄື່ອນ​ໄຫວ ຄື ທ້າວ​ເນ​ທັນ ລໍ ແລະ​ທ້າວ​ອາເລັກ​ສ໌ ຈ​ຊາວ ໄດ້​ບຸກ​ເຂົ້າ​ໄປ​ໃນ​ເດີ່ນ​ຫຍ້າ ໃນ​ພື້ນ​ທີ່​ຂອງ​ສຳ​ນັກ​ງານ​ລັດ​ຖະ​ບານ ໃນ​ເດືອນ​ກັນ​ຍ​າ ປີ 2014 ຊຶ່ງ​ໄດ້​ນຳ​ໄປ​ສູ່ ການ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ເອີ້ນ​ວ່າ “ການ​ປະ​ຕິ​ວັດ​ດ້ວຍ​ຄັນ​ຮົ່ມ ຫຼື Umbrella Revolution” ທີ່​ໄດ້​ປິດ​ຫົນ​ທາງຫຼວງຫຼາຍ​ສາຍ ເປັນ​ເວ​ລາ ຫຼາຍກວ່າ 2 ເດືອນ ຊຶ່ງ​ເປັນ​ການ​ຮຽກ​ຮ້ອງ ໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ​ຢ່າງຮອບ​ດ້ານ. ການ​ປະ​ທ້ວງ​ດັ່ງ​ກ່າວ ໄດ້​ເລີ້ມ​ຂຶ້ນ ຫຼັງ​ຈາກ​ທີ່​ປັກ​ກິ່ງ ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ພາຍ​ໃນ​ປີ 2017 ແຕ່​ໄດ້​ສິ້ນ​ສຸດ​ລົງ​ໂດຍບໍ່​ໄດ້​ຮັບໄຊ​ຊະ​ນະໃດໆເລີຍ ຈາກລັດ​ຖະ​ບານ​ຂອງ​ຮົງ​ກົງ.

ເມືອງ​ຮົງ​ກົງ​ທີ່​ປົກ​ຄອງ​ດ້ວຍ​ຕົນ​ເອງ​ເຄິ່ງ​ນຶ່ງ ໄດ້ຕົກ​ຢູ່​ໃນ​ພາ​ວະ​ມືດ​ມົນ ເກືອບ 5 ເດືອນ​ຍ້ອນ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ ແລະ​ ການ​ປະ​ທ້ວງ ໂດຍ​ສ່ວນໃຫຍ່​ແລ້ວ ມັກ​ຈະເກີດ​ມີ​ຄວາມ​ຮຸນ​ແຮງ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ເປັນ​ຕົ້ນ​ມາ ຈຶ່ງ​ໄດ້​ກະ​ຕຸ້ນໃຫ້ມີ​ການ​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ພວກຜູ້​ຕ້ອງ​ສົງ​ໄສ ເປັນອາ​ຊະ​ຍາກ​ອນ ໄປ​ໃຫ້​ຈີນ​ແຜ່ນ​ດິນ​ໃຫຍ່​ດຳ​ເນີນ​ຄະດີ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG