ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງກົງ ເອົາບາດກ້າວ ທີ່ຈະເກືອດຫ້າມ ພັກການເມືອງ ທີ່ສະໜັບສະໜຸນ ຄວາມເປັນ ເອກກະລາດ


ທ່ານ​ແອນ​ດີ ຈັນ ຜູ້​ກໍ່ຕັ້ງ​ພັກແຫ່ງ​ຊາດ​ຮົງ​ກົງ​ ​ ກ່າວ ຕໍ່ສື່ມວນຊົນ ໃນຮົງກົງ, 26 ກໍລະກົດ 2016.
ທ່ານ​ແອນ​ດີ ຈັນ ຜູ້​ກໍ່ຕັ້ງ​ພັກແຫ່ງ​ຊາດ​ຮົງ​ກົງ​ ​ ກ່າວ ຕໍ່ສື່ມວນຊົນ ໃນຮົງກົງ, 26 ກໍລະກົດ 2016.

ເຈົ້າ​ໜ້າ​ທີ່​ໃນ​ຮົງ​ກົງ ​ໄດ້​ເລີ້ມ​ເອົາ​ບາດກ້າວ​ ແບບທີ່ບໍ່ເຄີຍມີມາກ່ອນ ໃນການ
ເຮັດ​ໃຫ້​ ​ພັກ​ການ​ເມືອງ ທີ່​ສະໜັບສະໜູນໃຫ້​ດິນແດນດັ່ງກ່າວ ເປັນເອກກະລາດ​
ຈາກຈີນນັ້ນ ເປັນພັກການເມືອງນອກກົດໝາຍ.

ລັດຖະມົນຕີ​ດ້ານ​ຄວາມ​ປອດ​ໄພ ທ່ານ​ຈອນ ລີ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ທ່ານ​ໄດ້​ສົ່ງ​ຈົດໝາຍ​ໄປ​ຫາ​ທ່ານ​ແອນ​ດີ ຈັນ ຜູ້​ກໍ່ຕັ້ງ​ພັກແຫ່ງ​ຊາດ​ຮົງ​ກົງ​ ​ໂດຍໄດ້​ໃຫ້
​ເວລາ​ທ່ານ 21 ມື້ ​ເພື່ອ​ທີ່​ຈະ​ໃຫ້​ເຫດຜົນ​ວ່າ ​ເປັນ​ຫຍັງ ກຸ່ມ​ຂອງ​ທ່ານ​ຈຶ່ງ​ຈະ​ບໍ່​ຄວນ​
ຈະຖືກ​ເກືອດ​ຫ້າມ.

ທ່ານ ລີ ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ພິຈາລະນາ ​ທີ່ຈະຈັດ​ໃຫ້​ພັກດັ່ງກ່າວ ​ເປັນພັກ​ນອກ​
ກົດໝາຍ ພາຍ​ໃຕ້​ກົດ​ລະບຽບ​ການ ​ທີ່​ທ່ານກ່າວອ້າງເຖິງ​ຜົນ​ປະ​ໂຫຍ​ດດ້ານ
ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ແລະ​ຄວາມ​ປອດ​ໄພ​ຂອງ​ສາທາລະນະຊົນ, ​ແຕ່​ບໍ່​ໄດ້​ໃຫ້​
ລາຍ​ລະອຽດທີ່​ສະ​ເພາະ​ເຈາະ​ຈົງໃດໆ ໃນການກ່າວຫາຕໍ່​ກຸ່ມ​ດັ່ງກ່າວ. ພາຍ​ໃຕ້
​ກົດໝາຍ​ຮົງ​ກົງແລ້ວ ຄວາມ​ປອດ​ໄພ​ແຫ່ງຊາດ ​ແມ່ນຖືກກຳນົດວ່າ “ເພື່ອປົກປັກ​
ຮັກສາ​ ຜືນແຜ່ນ​ດິນ​ອັນຄົບຖ້ວນ ແລະ​ຄວາມ​ເປັນ​ເອກ​ກະລາດ​ຂອງ​ສາທາລະ
ນະ​ລັດ ປະຊາຊົນ​ຈີນ.”

ທ່ານ​ລີ ​ໄດ້​ກ່າວຕໍ່​ພວກ​ນັກ​ຂ່າວ​ວ່າ “ໃນ​ຮົງ​ກົງ, ພວກ​ເຮົາ ມີ​ອິດສະຫຼະພາບ​
ໃນ​ການ​ຄົບ​ຄ້າ​ສະ​ມາ​ຄົມ, ​ແຕ່​ວ່າ ສິດດັ່ງກ່າວ ​ໃນປັດຈຸ​ບັນ​ນີ້ ​ແມ່ນ​ບໍ່​ມີເຂດ​
ຈຳກັດ.”

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງລັດຖະບານຮົງ​ກົງ ທີ່​ໄດ້​ຮຽກຮ້ອງ​ໃຫ້​ເກືອດ​ຫ້າມ​ພັກ​ການ
​ເມືອງ ນັບ​ຕັ້ງ​ແຕ່​ອັງກິດ ​ໄດ້​ມອບ​ຄືນ​ອະທິປະ​ໄຕ​ໃຫ້​ກັບປັກ​ກິ່ງ​ໃນ​ປີ 1997 ​ເປັນ​
ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG