ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່ອງກົງເລືອກເອົາ ທ່ານ Leung Chun-Ying ເປັນຫົວໜ້າບໍລິຫານເມືອງ ຄົນຕໍ່ໄປ


ຫົວໜ້າບໍລິຫານເກາະຮ່ອງກົງຄົນໃໝ່ ທ່ານ Leung (ຊ້າຍມື)
ຫົວໜ້າບໍລິຫານເກາະຮ່ອງກົງຄົນໃໝ່ ທ່ານ Leung (ຊ້າຍມື)

ຄະນະ​ກໍາມະການ​ການ​ເລືອກ​ຕັ້ງ​ຂອງ​ຮ່ອງ​ກົງ ​ໄດ້​ພົບ​ປະກັນ​ເມື່ອ​ວັນ​ອາທິດ​ມື້​ນີ້ ແລະ​ໄດ້
ເລືອກ​ເອົາ​ທ່ານ Leung Chun-Ying ອະດີດ​ຜູ້​ບໍລິ ຫານຊັບ​ສິນ​ທີ່​ດິນ ​ໃຫ້​ເປັນຫົວໜ້າ​ບໍ
ລິຫານ​ເມືອງ​ຮ່ອງ​ກົງ​ຄົນ​ຕໍ່​ໄປ.

ບັນດາ​ຜູ້​ນໍາ​ທຸ​ລະກິດ 1,200 ຄົນ ​ແລະ​ສະມາຊິກ​ຄົນ​ອື່ນໆ ທີ່​ເປັນ​ພວກ ຫົວ​ກະທິ​ຂອງ
ເກາະ​ຮ່ອງ​ກົງ ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ Leung 689 ສຽງ ຫລາຍ​ກວ່າ 601 ຄະ​ແນນ​ທີ່
ຕ້ອງການ​ເພື່ອໃຫ້​ໄດ້​ຖືກ​ເລືອກ​ຕັ້ງນັ້ນ. ຄູ່​ແຂ່ງທີ່​ໄດ້​ຄະ​ແນນ​ສຽງ​ລອງ​ຈາກ​ທ່ານ​ນັ້ນ ຄື
Henry Tang ທີ່​ໄດ້​ຮັບ 285 ຄະ​ແນນ ​ໃນ​ຂະນະທີ່ 76 ຄົນ ລົງ​ຄະ​ແນນ​ໃຫ້​ແກ່​ທ່ານ
Albert Ho ສັງກັດ​ພັກ​ປະຊາທິປະ​ໄຕ​. ປະຊາຊົນ​ຮ່ອງ​ກົງທໍາ​ມະ​ດາ​ສາມັນ​ແມ່ນ​ບໍ່​ມີ​ສິດ​ໃນ
ການ​ເລືອກ​ຕັ້ງເອົາ​ຫົວໜ້າ​ບໍລິຫານ​ເມືອງ.

ຢູ່​ນອກ​ກອງ​ປະຊຸມ ປະຊາຊົນ​ປະມານນຶ່ງ​ພັນ​ຄົນພາກັນ​ທໍາ​ການ​ປະ​ທ້ວງ​ຢ່າງ​ສັນຕິ ​ເພື່ອ
ທວງ​ເອົາ​ປະຊາທິປະ​ໄຕຢ່າງ​ເຕັມ​ສ່ວນສໍາລັບເຂດປົກຄອງພິເສດ​ ຮ່ອງ​ກົງຂອງຈີນ​ນັ້ນ.

ທ່ານ Leung ຈະ​ເຂົ້າດໍາລົງ​ຕໍາ​ແໜ່​ງຫົວໜ້າ​ບໍລິຫານ ​ແທນ​ທ່ານ Donald Tsang ​ໃນ
ເດືອນ​ມິຖຸ​ນາ​ຕໍ່ໜ້າ​ນີ້.

XS
SM
MD
LG