ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດ ຮົງ​ກົງ ເລີ້ມມ້ຽນມັດ ບາງສ່ວນ​​ ຂອງສະຖານ​ທີ່ ທີ່​​ຄວບ​ຄຸມ​ ໂດຍພວກ​ປະ​ທ້ວງ


Hong Kong Pprotests CNPK
please wait

No media source currently available

0:00 0:02:54 0:00

ເຈົ້າ​ໜ້າ​ທີ່​ຮົງ​ກົງ ​ໄດ້​ເລີ້ມມ້ຽນມັດປັດກວາດ​ບາງສ່ວນຂອງສະຖານ
​ທີ່ ທີ່ຄວບ​ຄຸມ​ໂດຍພວກ​ປະ​ທ້ວງ ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ແລ້ວ​ນີ້ ​
ເປັນ​ຕົ້ນ​ມາ.

ເຈົ້າໜ້າທີ່ສານ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້ມ້າງເຄື່ອງກີດຂວາງທີ່ຕັ້ງ
ຢູ່ຕາມຖະ​ໜົນ ຫົນທາງໃນຄຸ້ມ Admiralty ​ທີ່​ຕັ້ງໃກ້ໆ​ກັບ​ສຳນັກ
ງານໃຫຍ່ຂອງ​ລັດຖະບານ​ໃນ ຍ່ານສູນກາງທຸລະ​ກິດ.

​ພວກ​ປະ​ທ້ວງບໍ່​ໄດ້​ທຳການຕ້ານຢັນໃດໆ. ບາງ​ກຸ່ມ​ໄດ້​ຍົກ​ຍ້າຍ
​ຕູບ​ຜ້າ​ຕັງ​ແລະ​ສຳພາລະ​ເຄື່ອງຂອງ ຂອງພວກ​ເຂົາ​ເຈົ້າ​ ອອກ​ໄປ
​ຍັງອີກເຂດນຶ່ງ​ທີ່​ຢູ່ໃກ້ໆ​ນັ້ນ ຊຶ່ງ​ທາງ​ຕຳຫຼວດໄດ້​ປ່ອຍໄວ້​ ແບບທີ່
ບໍ່ມີການລົບກວນເທື່ອ.

ຫົວໜ້ານັກ​ສຶກສາທີ່​ປະ​ທ້ວງ ທ້າວ Josh Wong ກ່າວ​ວ່າ ພວກ​ປະ​ທ້ວງ​ທັງ ຫຼາຍ​ແມ່ນ​ໄດ້​ຖືກ​ບອກ​ກ່າວວ່າ ບໍ່​ໃຫ້ປະ​ທະ​ກັບ​ຕຳຫຼວດ.

ທ້າວ Josh ກ່າວ​ວ່າ: ຖ້າຫາກ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ມ້າງສິ່ງ​ກີດ​ຂວາງອອກ​ໄປ​ຈາກ​ຂ້າງ​ນອກ​ລານ​ຈອດ​ລົດ Citic Tower, ພວກ​ເຮົາ​ກໍ​ຈະ​ຍອມຮັບ​. ຄວາມ​ຈິງ​ແລ້ວ
ມັນ​ກໍ​ບໍ່​ໄດ້​ກະທົບ​ໂດຍ​ກົງ​ຕໍ່​ການ​ເຂົ້າ​ຍຶດຄອງ​ຂອງ​ພວກ​ເຮົາ. ຍິ່ງໄປກວ່ານັ້ນ ມັນ​ຍັງ​ຄົງ
ຢືນຢູ່ບົນຫລັກການ ​ໃນປະ​ທ້ວງ​ແບບສັນຕິ​ແລະ​ບໍ່​ຮຸນ​ແຮງ. ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ເທາະ,
ຖ້າ​ຫາກ​ວ່າ​ຕໍາຫຼວດ​ພະຍາຍາມ​ມ້າງສິ່ງ​ກີດຂວາງ​ອອກ​ໄປ​ຈາກ​ຖະໜົນ​ ທີ່​ບໍ່ຢູ່​ໃກ້ໆ​ກັບ​ສະຖານ​ທີ່​ດັ່ງກ່າວ​ແລ້ວ ​ແລະຖ້າ​ຫາກ​ວ່າ​ຕໍາຫຼວດ​ພະຍາຍາມ​ມ້າງ​ສິ່ງ​ກີດຂວາງ​ອອກ​ໄປ​ຈາກຖະໜົນທີ່ບໍ່​ຢູ່ໃກ້ກັບບ່ອນຈອດ
Citic Tower ແລ້ວ ​ມັນ​ຈະ​ເປັນຄວາມ​ຜິດ​ຫວັງ​ແທ້ໆ.”

​ໃນອາທິດ​ແລ້ວ​ນີ້ ສານ​ຮົງ​ກົງ ​ໄດ້​ສັ່ງ​ພວກ​ປະ​ທ້ວງ​ໃຫ້​ສະ​ລາຍຕົວ​ອອກ​ຈາກ​ພື້ນ​ທີ່ດັ່ງກ່າວ
​ແລະ​ໃນເຂດ Mong Kok ​ເຊັ່ນ​ກັນ ຊຶ່ງ​ຢູ່ອີກຟາກນຶ່ງຂອງອ່າວກົງ ກັນຂ້າມ​ກັບຄຸ້ມ Admiralty.

ນຶ່ງ​ໃນ​ພວກ​ປະ​ທ້ວງ​ ຢູ່ເຂດ Momg Kok ທີ່ບອກແຕ່ພຽງວ່າ ລາວຊຶ່ງ Mei ນັ້ນ ໄດ້​ກ່າວ​ວ່າ
ພວກ​ປະ​ທ້ວງ​ຢູ່ທີ່ນັ້ນ ​ແມ່ນ​ຍັງ​ຈະ​ສືບ​ຕໍ່ທຳການ​ປະ​ທ້ວງ​ ຢ່າງ​ສັນຕິ ບໍ່​ຮຸນ​ແຮງ ໄປຈົນ​ເຖິງ​ທີ່​ສຸດ.

ພວກປະທ້ວງໄດ້ຮຽກຮ້ອງໃຫ້ການມີເລືອກຕັ້ງແບບປະຊາທິປະໄຕຢ່າງເຕັມທີ່ໃນ ປີ 2017. ພວກເຂົາເຈົ້າໄດ້ພາກັນລົງສູ່ຖະໜົນຫົນທາງຫລັງຈາກຈີນຕັດສິນໃນ ເດືອນສິງຫາຜ່ານ
ມາວ່າ ບັນດາຜູ້ສະໝັກທັງໝົດເພື່ອເຂົ້າແຂ່ງຂັນເອົາຕຳແໜ່ງ ຫົວໜ້າບໍລິຫານຮົງກົງນັ້ນ ກ່ອນອື່ນໝົດ ຈະຕ້ອງໄດ້ຮັບການອະນຸມັດຈາກຄະ ນະກຳມະການ ທີ່ເຕັມໄປດ້ວຍພວກ
ຈົງຮັກພັກດີຕໍ່ປັກກິ່ງ.

XS
SM
MD
LG