ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຮົງ​ກົງ ຍິງ​ຜູ້​ປະ​ທ້ວງ, ກໍ່​ໃຫ້​ເກີດ ​ຄວາມໂມ​ໂຫ ຄັ້ງໃໝ່


ຕຳຫຼວດ​ປາບ​ປາມ ຈະ​ລາ​ຈົນ​ຄົນ​ນຶ່ງ ພະ​ຍາ​ຍາມ​ທີ່​ຈະ​ຈັບ​ຜູ້​ປະ​ທ້ວ​ຕໍ່​ຕ້ານ​ລັດ​ຖະ​ບານ​ຄົນ​ນຶ່ງ​ໃນ ຮົງ​ກົງ.
ຕຳຫຼວດ​ປາບ​ປາມ ຈະ​ລາ​ຈົນ​ຄົນ​ນຶ່ງ ພະ​ຍາ​ຍາມ​ທີ່​ຈະ​ຈັບ​ຜູ້​ປະ​ທ້ວ​ຕໍ່​ຕ້ານ​ລັດ​ຖະ​ບານ​ຄົນ​ນຶ່ງ​ໃນ ຮົງ​ກົງ.

ຕຳຫຼວດ ຮົງ​ກົງ ໄດ້​ຍິງປືນ​ໃສ່​ລຳ​ຕົວ​ຂອງ​ຜູ້​ປະ​ທ້ວງ​ທີ່​ໃສ່​ໜ້າ​ກາກ​ຄົນ​ນຶ່ງໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້, ຈົນ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ໃນ​ທົ່ວ​ຕົວ​ເມືອງ ແລະ ໄດ້​ສ້າງ​ຄວາມ​ໂມ​ໂຫ​ຄັ້ງ​ໃໝ່ ຕໍ່​ການ​ໃຊ້​ກຳ​ລັງ ໃນ​ຂະ​ນະ​ທີ່​ຜູ້​ຄົນ​ໄດ້​ພາ​ກັນ​ໄປ​ລວມ​ຕົວ​ກັນໃນ​ຖະ​ໜົນ​ເພື່ອ​ກີດ​ກັ້ນ​ເສັ້ນ​ທາງ​ຕ່າງໆ ແລະ ທຳ​ການ​ໂຈມ​ຕີ​ໃສ່​ບັນ​ດາ​ເຈົ້າ​ໜ້າ​ທີ່.

ໃນ​ການ​ຍິງ​ກັນ, ເຊິ່ງຖືກຖ່າຍ​ທອດ​ສົດ​ອອກ​ເຟ​ສ​ບຸກນັ້ນ, ແມ່ນ​ຄວາມ​ເຄັ່ງ​ຕຶງ​ຄັ້ງຫຼ້າ​ສຸດ​ໃນ​ການ​ປະ​ທ້ວງ ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ດົນ​ກວ່າ​ຫ້າ​ເດືອນ ທີ່​ໄດ້​ຄ​ວບ​ຄຸມ​ສູນ​ກາງ​ດ້ານ​ການ​ເງິນ​ສາ​ກົນ​ນັ້ນ.

ພາບ​ວິ​ດີ​ໂອ ໄດ້​ສະ​ແດງ​ໃຫ້​ເຫັນ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ຈົກ​ປືນ​ສັ້ນ​ກະ​ບອກ​ນຶ່ງ​ອອກ​ມາ​ໃນ​ເມືອງ ຊ້າຍ ຫວານ ໂຮ ໃນ​ຂະ​ນະ​ທີ່​ລາວ​ພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ຕົວ​ຄົນ​ທີ່​ໃສ່​ໜ້າ​ກາກ ຢູ່​ສີ່​ແຍກ​ທີ່​ຖືກ​ກີດ​ກັ້ນ​ໂດຍ​ຜູ້​ປະ​ທ້ວງ.

ຜູ້​ໃສ່​ໜ້າ​ກາກ​ທີ່ບໍ່​ມີ​ອາ​ວຸດ​ອີກ​ຄົນ​ນຶ່ງຕໍ່​ມາ​ ໄດ້​ເຂົ້າ​ໄປ​ຫາ​ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ ແລະ ກໍ​ຖືກ​ຍິງ, ແລ້ວ​ລົ້ມ​ລົງ​ພື້ນ​ຢ່າງວ່ອງ​ໄວ.

ບໍ່​ເທົ່າ​ໃດ​ວິ​ນາ​ທີ​ຕໍ່​ມາ, ລູກ​ປືນ​ອີກ​ສອງ​ນັດ​ກໍ​ຖືກ​ຍິງ​ອອກ​ມາ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ໄດ້​ຕໍ່​ສູ້​ກັບ​ຜູ້​ປະ​ທ້ວງ​ທີ່​ໃສ່​ໜ້າ​ກາກ​ອີກ​ຄົນ​ນຶ່ງ ຜູ້​ທີ່​ໄດ້​ລົ້ມ​ລົງ​ພື້ນ​ດິນ. ທັງ​ສອງ​ຄົນ​ຖືກ​ຈັບ​ໂດຍ​ຕຳຫຼວດ.

ກອງ​ເລືອດ​ສາ​ມາດ​ແນມ​ເຫັນ​ໄດ້​ຢູ່​ໃກ້​ກັບ​ຜູ້​ຊາຍ​ຄົນ​ທຳ​ອິດ ເຊິ່ງໃນ​ຕອນ​ທຳ​ອິດ​ຕົນ​ຕົວ​ຂອງ​ລາວປະ​ກົດ​ວ່າ​ອ່ອນ​ເພຍ, ​ແນວ​ໃດ​ກໍ​ຕາມ, ລາວ​ໄດ້​ຖືກ​ຖ່າຍ​ວິ​ດີ​ໂອ​ຮູ້​ສຶກ​ຕົວ​ໃນ​ເວ​ລາ​ຕໍ່​ມາ ແລະ ແມ່ນ​ກະ​ທັ້ງ​ພະ​ຍາ​ຍາມ​ທີ່​ຈ​ະ​ແລ່ນ​ໜີ.

ຜູ້​ຊາຍ​ຄົນ​ທີ​ສອງ​ແມ່ນ​ຮູ້​ສຶກ​ຕົວ, ແລະ ໄດ້​ຮ້ອງ​ຊື່​ຂອງ​ລາວ​ໃສ່​ບັນ​ດາ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ລາວ​ຖືກ​ໃສ່​ກະ​ແຈ​ມື​ຢູ່.

ຕຳຫຼວດ​ ຮົງ​ກົງ ໄດ້​ກ່າວ​ວ່າ ຄົນ​ນຶ່ງໄດ້​ຖືກ​ຍິງ​ດ້ວຍ​ລູກ​ປືນ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ໂຮງ​ໝໍ​ເວົ້າ​ວ່າ ຜູ້​ຊ​າຍ​ອາ​ຍຸ 21 ປີ​ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ​ດ້ວຍ​ບາດ​ແຜ​ຖືກ​ປືນ​ຍິງ​ໃສ່.

ເມືອງເຄິ່ງ​ປົກ​ຄອງຕົນ​ເອງ​ຂອງ ຈີນ ນັ້ນ​ໄດ້ຖືກ​ລົບ​ກວນ​ໂດຍ​ການ​ຊຸມ​ນຸມ​ຂະ​ໜາດ​ໃຫຍ່ ແລະ ຮຸນ​ແຮງ​ຍິ່ງ​ຂຶ້ນ​ເປັນ​ເວ​ລາ 24 ອາ​ທິດ​ລຽນ​ຕິດ​ກັນ, ແຕ່​ລັດ​ຖະ​ບານ ປັກ​ກິ່ງ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຍອມ​ແພ້​ຕໍ່​ການ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ສິດ​ປະ​ຊາ​ທິ​ປະ​ໄຕຫຼາຍກວ່າ​ເກົ່າ ແລະ ການ​ນຳ​ເອົາ​ຕຳຫຼວດ​ມາ​ຮັບ​ຜິດ​ຊອບ.

ການ​ຍິງ​ກັນ​ຂອງວັນ​ຈັນ​ມື້ນີ້​ ມີ​ແຕ່​ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ການ​ທີ່​ອັນ​ຕະ​ລາຍ​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ.

ພະ​ນັກ​ງານ IT ອາ​ຍຸ 22 ປີ, ຜູ້​ທີ່​ໄດ້​ບອກ​ນາມ​ສະ​ກຸນ​ຂອງ​ລາວ​ວ່າ ແຈນ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈວ່າ ​ເປັນ​ຫຍັງ​ຕຳຫຼວດ​ຈຶ່ງ​ໃຊ້​ຄວາມ​ໂຫດ​ຮ້າຍ​ແບບນີ້​ເພື່ອ​ທຳ​ຮ້າຍ​ປະ​ຊາ​ຊົນ​ຜູ້​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ບໍ່​ມີ​ເຫດ​ຜົນ, ມັນ​ຄວບ​ຄຸມບໍ່​ໄດ້.” ລາວ​ໄດ້​ກ່າວ​ວ່າ​ລາວ​ເຂົ້າ​ຮ່ວມ​ກັບ​ຝູງ​ຄົນ​ທີ່​ໂມ​ໂຫໃນ​ເຂດ ຊ້າຍ ຫວານ ໂຮ ຫຼັງ​ຈາກ​ການ​ຍິງ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG