ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຮົງ​ກົງ ຄົ້ນ​ພົບ​ອາ​ວຸດ ​ຈຳ​ນວນຫຼາຍ ກ່ອນ​ການ​ປະ​ທ້ວງ


​ຜູ້​ປະ​ທ້ວງ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ວັນ​ສິດ​ທິ​ມະ​ນຸດ, ຈັດ​ຂຶ້ນ​ໂດຍ​ກຸ່ມ​ແນວ​ໜ້າ​ສິດ​ທິ​ມະ​ນຸດ​ພົນ​ລະ​ເຮືອນ, ຮົງ​ກົງ. 8 ທັນ​ວາ, 2019.
​ຜູ້​ປະ​ທ້ວງ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ວັນ​ສິດ​ທິ​ມະ​ນຸດ, ຈັດ​ຂຶ້ນ​ໂດຍ​ກຸ່ມ​ແນວ​ໜ້າ​ສິດ​ທິ​ມະ​ນຸດ​ພົນ​ລະ​ເຮືອນ, ຮົງ​ກົງ. 8 ທັນ​ວາ, 2019.

ຕຳຫຼວດ ຮົງ​ກົງ ໄດ້​ດຳ​ເນີນ​ການ​ບຸກກວດ​ຄົ້ນ ກ່ອນ​ການ​ຊຸມ​ນຸມ​ປະ​ທ້ວງ​ໃນ​ຕອນ​ບ່າຍ​ຂອງວັນ​ອາ​ທິດມື້ນີ້, ຄົ້ນ​ພົບ​ອາ​ວຸດຫຼາຍ​ຢ່າງ, ລວ​ມ​ທັງ​ປືນ​ສັ້ນ ພ້ອມ​ກັບ​ລູກ​ປືນຫຼາຍກວ່າ 100 ລູກ.

11 ຄົນ​ໄດ້​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ບຸ​ກກວດ​ຄົ້ນ​ນັ້ນ.

ມີດ, ດາບ, ໄມ້​ຄ້ອນ ແລະ​ ສະ​ເປ ໝາກ​ເຜັດ ກໍ​ຖືກ​ຄົ້ນ​ພົບ​ເຊັ່ນ​ກັນ​ໃນ​ການ​ບຸກກວດ​ຄົ້ນ​ໃນ​ສະ​ຖານ​ທີ່ຫຼາຍ​ແຫ່ງ.

ຫ້ອງ​ການ​ອົງ​ກອນ​ອາ​ຊະ​ຍາກຳ​ ຂອງ​ເມືອງ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເຂົາ​ເຈົ້າ​ເຊື່ອ​ວ່າ​ຜູ້​ປະ​ທ້ວງ​ໄດ້​ວາງ​ແຜນ​ທີ່​ຈະ​ໃຊ້​ອາ​ວຸດ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ “ເພື່ອ​ກໍ່​ຈະ​ລາ​ຈົນ” ແລະ “ກ່າວ​ຫາ​ໃສ່​ຕຳຫຼາດ.”

ເຂດ​ແດນ​ດັ່ງ​ກ່າວ​ແມ່ນ​ໄດ້​ກຽມ​ພ້ອມ​ສຳ​ລັບ​ການ​ລວມ​ຕົວ​ຂະ​ໜາດ​ໃຫຍ່ ເພື່ອ​ປະ​ທ້ວງ​ໃນ​ວັນ​ອາ​ທິດມື້ນີ້. ຮົງ​ກົງ ໄດ້​ໃຫ້​ການ​ອະ​ນຸ​ມັດ​ສຳ​ລັບ​ການ​ຊຸມ​ນຸມ​ທີ່​ຖືກ​ຮຽກ​ຮ້ອງ​ໂດຍ​ກຸ່ມ​ແນວ​ໜ້າ​ສິດ​ທິ​ມະ​ນຸດ​ພົນ​ລະ​ເຮືອນ, ເຊິ່ງ​ແມ່ນ​ກຸ່ມ​ທີ່​ໄດ້​ຈັດ​ການ​ປະ​ທ້ວງ​ທີ່​ໃຫຍ່​ທີ່​ສຸດ​ບາງ​ຄັ້ງ​ໃນ​ເມືອງ​ດັ່ງ​ກ່າວ.

ວັນ​ຈັນ​ມື້​ອື່ນ ຈະ​ເປັນ​ຂີດ​ໝາຍ​ເດືອນ​ທີ​ຫົກ​ຂອງ​ການ​ຊຸມ​ນຸມ ທີ່​ໃນ​ເບື້ອງ​ຕົ້ນ​ໄດ້​ຈັດ​ຂຶ້ນ​ເພື່ອ​ຊຸມ​ນຸມ​ຕໍ່​ຕ້ານ​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ອາ​ຊະ​ຍາ​ກອນ ຮົງ​ກົງ ຖືກ​ສົ່ງ​ໄປດຳ​ເນີນ​ຄະ​ດີ​ໃນສານ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ຄອມ​ມູ​ນິ​ສຂອງ ຈີນ​ແຜ່ນ​ດິນ​ໃຫຍ່, ​ທີ່​ຕອນນີ້​ໄດ້​ຖືກ​ຖອນ​ໄປ​ແລ້ວ.

ການ​ປະ​ທ້ວງ​ໄດ້​ກາຍ​ເປັນ​ການ​ຜັກ​ດັນ​ເພື່ອ​ການ​ເລືອກ​ຕັ້ງ​ປະ​ຊາ​ທິ​ປະ​ໄຕ ສຳ​ລັບ​ຜູ້​ນຳ​ຂອງ​ເມືອງ ແລະ ກົດ​ໝາຍ ແລະ ການ​ສືບ​ສວນ​ສອບ​ສວນ​ໃນ​ສິ່ງ​ທີ່​ຜູ້​ປະ​ທ້ວງ​ເວົ້າ​ວ່າ ເປັນ​ການ​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ​ຕໍ່​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG