ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຮົງກົງ ບຸກກວດຄົ້ນອົງການຂ່າວ Stand News ທີ່ສະໜັບສະໜູນປະຊາທິປະໄຕ, ຈັບກຸມຫົກຄົນ 


ພວກເຈົ້າໜ້າທີ່ຕຳຫຼວດ ຢືນຍາມຕຶກໜັງສືພິມ Stand News ຢູ່ໃນຮົງກົງ ວັນທີ 29 ທັນວາ 2021.
ພວກເຈົ້າໜ້າທີ່ຕຳຫຼວດ ຢືນຍາມຕຶກໜັງສືພິມ Stand News ຢູ່ໃນຮົງກົງ ວັນທີ 29 ທັນວາ 2021.

ອົງການຂ່າວຣອຍເຕີ ລາຍງານວ່າ ຕຳຫຼວດຮັກສາຄວາມປອດໄພແຫ່ງຊາດ ຮົງກົງຫຼາຍ
ຮ້ອຍຄົນ ໄດ້ບຸກກວດຄົ້ນຫ້ອງການສື່ມວນຊົນທາງອອນລາຍ ທີ່ສະໜັບສະໜູນປະຊາທິ
ປະໄຕ Stand News ໃນວັນພຸດມື້ນີ້ ແລະໄດ້ຈັບຫົກຄົນ ຮວມທັງພະນັກງານອະວຸໂສ
“ທິດສະດີສົມຮູ້ຮ່ວມຄິດ ທີ່ເຜີຍແຜ່ຂ່າວການຍຸແຍ່ຄວາມບໍ່ສະຫງົບ.”

Stand News ທີ່ຖືກຕັ້ງຂຶ້ນໃນປີ 2014 ເປັນບໍລິສັດບໍ່ຫວັງຜົນກຳໄລນັ້ນ, ໄດ້ເປັນສື່ມວນ
ຊົນສະໜັບສະໜູນປະຊາທິປະໄຕ ມີຊື່ສຽງທີ່ສຸດທີ່ ຍັງເຫຼືອຢູ່ໃນຮົງກົງ, ຫຼັງຈາກການກວດ
ສອບດ້ານຄວາມປອດໄພແຫ່ງຊາດໃນຕົ້ນປີນີ້ ທີ່ໄດ້ນຳໄປສູ່່ການປິດໜັງສືພິມລາຍວັນ
Apple Daily ທີ່ເປັນສັນຍາລັກຂອງທ່ານ ຈິມມີ ລາຍ (Jimmy Lai.)

ການບຸກກວດຄົ້ນໄດ້ສ້າງຄວາມເປັນຫ່ວງຂຶ້ນຕື່ມ ກ່ຽວກັບ ເສລີພາບໃນການປາກເວົ້າ ແລະ
ສື່ມວນຊົນຢູ່ໃນເກາະທີ່ເປັນອະດີດຫົວເມືອງຂຶ້ນຂອງອັງກິດ, ຊຶ່ງໄດ້ຖືກສົ່ງຄືນໃຫ້ແກ່ການ
ປົກຄອງຈີນໃນປີ 1997 ດ້ວຍຄຳໝັ້ນສັນຍາຢ່າງກວ້າງຂວາງວ່າຈະປົກປ້ອງສິດທິສ່ວນ
ບຸກຄົນ.

ຕຳຫຼວດໄດ້ກ່າວຢູ່ໃນຖະແຫຼງການວ່າ ຕົນໄດ້ປະຕິບັດງານກວດຄົ້ນດ້ວຍຄຳ ສັ່ງອະນຸຍາດ
“ເພື່ອຄົ້ນຫາ ແລະຍຶດວັດຖຸການລາຍງານຂ່າວທີ່ສຳຄັນ.”

ຖະແຫຼງການກ່າວວ່າ “ຕຳຫຼວດຢູ່ໃນເຄື່ອງແບບ ແລະນອກເຄື່ອງແບບກວ່າ 200 ຄົນ ໄດ້
ຖືກສົ່ງອອກໄປລະຫວ່າງການປະຕິບັດງານ. ການປະຕິບັດການ ກວດຄົ້ນແມ່ນກຳລັງດຳ
ເນີນການ.”

ພະນັກງານອະວຸໂສຂອງ Stand News ແມ່ນບໍ່ສາມາດເຂົ້າຫາເພື່ອຂໍຄຳເຫັນ.

ການຍຸແຍ່ກໍ່ຄວາມບໍ່ສະຫງົບແມ່ນບໍ່ໄດ້ຢູ່ໃນລາຍຊື່ ພາຍໃຕ້ກົດໝາຍ ຄວາມປອດໄພ
ແຫ່ງຊາດ ທີ່ຖືກກຳນົດໂດຍ ປັກກິ່ງ ຕໍ່ເມືອງດັ່ງກ່າວໃນເດືອນມິຖຸນາ, 2020 ທີ່ລົງໂທດ
ລັດທິກໍ່ການຮ້າຍ ການສົມຮູ້ຮ່ວມຄິດກັບກຳລັງຕ່າງປະເທດ, ການໂຄ່ນລົ້ມ, ແລະການ
ແບ່ງແຍກດິນແດນ ພ້ອມກັບຄວາມເປັນໄປໄດ້ ທີ່ຈະຕິດຄຸກຕະຫຼອດຊີວິດ.

ແຕ່ວ່າການຕັດສິນຂອງສານຫວ່າງບໍ່ດົນມານີ້ ໄດ້ມອບອຳນາດໃຫ້ພວກເຈົ້າໜ້າທີ່ ໃຊ້
ອຳນາດທີ່ຖືກມອບໃຫ້ໂດຍກົດໝາຍນິຕິບັນຍັດໃໝ່ ເພື່ອ ໃຊ້ກົດໝາຍຍຸກຫົວເມືອງຂຶ້ນ
ທີ່ຖືກໃຊ້ຢ່າງກະຈັດກະຈາຍໃນເມື່ອກ່ອນ ລວມມີກົດໝາຍອາຍາທີ່ປົກຄຸມການຍຸແຍ່
ຄວາມບໍ່ສະຫງົບ.

ພວກເຈົ້າໜ້າທີ່ກ່າວວ່າ ກົດໝາຍການຮັກສາຄວາມປອດໄພແຫ່ງຊາດ ໄດ້ນຳເອົາ
ຄວາມເປັນລະບຽບກັບຄືນມາ ຫຼັງຈາກຄວາມວຸ້ນວາຍຂອງພວກສະໜັບສະໜູນປະຊາ
ທິປະໄຕ ທີ່ມັກຈະເກີດຄວາມຮຸນແຮງໃນປີ 2019 ແລະ ວ່າມັນບໍ່ໄດ້ຫຼຸດຜ່ອນສິດ ແລະ
ເສລີພາບແຕ່ຢ່າງໃດ. ບັນດານັກວິຈານເວົ້າວ່າ ກົດໝາຍນິຕິບັນຍັດດັ່ງກ່າວແມ່ນເຄື່ອງ
ມືທີ່ຈະປາບປາບການຄັດຄ້ານລັດຖະບານ ແລະ ໄດ້ເຮັດໃຫ້ສູນກາງດ້ານການເງິນໂລກ
ດັ່ງກ່າວເຂົ້າໄປຢູ່ໃນເສັ້ນທາງຂອງອຳນາດຜະເດັດການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG