ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​ຫຼວດ​ຮົງ​ກົງ ສອບ​ປາກ​ຄຳ ຍາດ​ພີ່​ນ້ອງ​ພວກ​ນັກ​ເຄື່ອນ​ໄຫວ ທີ່​ຢູ່​ໃນ​ຕ່າງ​ປະ​ເທດ


​ແຟ້ມ - ຕຳ​ຫຼວດ​ລາດ​ຕະ​ເວນ ບໍ​ລິ​ເວນ​ສວນ​ສາ​ທາ​ລະ​ນະ ວິກ​ຕໍ​ເຣຍ ໃນ​ຮົງ​ກົງ ເມື່ອ​ວັນ​ທີ 2 ມິ​ຖຸ​ນາ 2023.
​ແຟ້ມ - ຕຳ​ຫຼວດ​ລາດ​ຕະ​ເວນ ບໍ​ລິ​ເວນ​ສວນ​ສາ​ທາ​ລະ​ນະ ວິກ​ຕໍ​ເຣຍ ໃນ​ຮົງ​ກົງ ເມື່ອ​ວັນ​ທີ 2 ມິ​ຖຸ​ນາ 2023.

ຕຳ​ຫຼວດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຮົງ​ກົງ ໄດ້​ນຳ​ໃຊ້​ໃນ​ອັນ​ທີ່​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ "ກົນ​ລະ​ຍຸດ​ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ" ທີ່​ແນ​ເປົ້າ​ໝາຍ​ໃສ່ພວກ​ນັກ​ເຄື່ອນ​ໄຫວ​ຫຼາຍໆ​ຄົນ​ຢູ່​ໃນ​ຕ່າງ​ປະ​ເທດ​ ​ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ໂດຍ​ອອກ​ໝາຍ​ຈັບ​ ແລະ​ເງິນ​ລາງວັນ​ຫຼາຍກວ່າ 127,000 ໂດ​ລາ ຕໍ່​ພວກນັກ​ເຄື່ອນ​ໄຫວ ຕະ​ຫຼອດ​ທັງ​ຮຽກ​ໂ​ຕສະ​ມາ​ຊິກໃນຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ຮົງ​ກົງ​ໄປ​ສອບ​ປາກ​ຄຳ.

“ມັນ​ເປັນ​ການ​ປາ​ບ​ປາມ​ແບບ​ມາ​ເຟຍ ​ຕໍ່ບັນ​ດາສະ​ມາ​ຊິກຄອບ​ຄົວ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ຮົງ​ກົງ​ຢູ່​ໃນ​ຕ່າງ​ປະ​ເທດ” ທ່ານ​ແພ​ທ​ຣິກ ພູນ ນັກ​ຄົ້ນ​ຄວ້າ​ ທີ່ພວມ​ເຮັດ​ວຽກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ໂຕ​ກຽວ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ສັບ.

ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໃດ​ຖືກ​ກ່າວ​ຫາ​ຫຼື​ຖືກ​ຈັບ​ກໍ​ຕາມ ແຕ່​ທ່ານ​ພູນ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຮົງ​ກົງ​ພວມ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ຄວາມ​ກົດ​ດົນ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ ແລະຊາວ​ຮົງ​ກົງຢູ່​ໃນ​ຕ່າງ​ປະ​ເທດ ໂດຍ​ຖື​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ເປັນ “ໂຕ​ປະ​ກັນ.”

“ເຈົ້າ​ໜ້າ​ທີ່​ພວມ​ສົ່ງ​ຄຳ​ເຕືອນ​ຢ່າງ​ຈະ​ແຈ້ງ​ໄປ​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ຢູ່​ໃນ​ຕ່າງ​ປະ​ເທດ​ວ່າ ບໍ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ຢູ່​ໃສ ຕຳ​ຫຼວດ ​ຈະ​ຕາມ​ລ່າ​ຫາ​ໂຕ​ພວກ​ເຂົາ​ເຈົ້າ” ທ່ານ​ໃຫ້​ຂໍ້​ສັງ​ເກດ. “ກົນ​ລະ​ຍຸດ​ຂອງ​ຕຳ​ຫຼວ​ດ​ຮົງ​ກົງ ແມ່ນ​ຄ້າຍ​ຄື​ກັນ​ກັບກົນ​ລະ​ຍຸດຂອງ​ເຈົ້າ​ໜ້າ​ທີ່​ຈີນ​ຕໍ່​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ.”

ນັບ​ຕັ້ງ​ແຕ່​ອະ​ດີດ​ອາ​ນາ​ນິ​ຄົມ​ຂອງ​ອັງ​ກິດ​ແຫ່ງນີ້ ໄດ້​ຖືກມອບ​ຄືນ​ໃຫ້​ແກ່​ຈີນ​ໃນ​ປີ

1997 ເຈົ້າ​ໜ້າ​ທີ່​ໄດ້​ພະ​ຍາ​ຍາມ​ຫາ​ທາງ​ຄວບ​ຄຸມ​ຫຼາຍ​ຂຶ້ນ​ ໃນ​ທຸກໆ​ດ້ານ​ ຂອງ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG