ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຮົງກົງໂກດແຄ້ນ ຫລັງຈາກເຫັນ ຮູບວີດີໂອ ຕຳຫຼວດທຸບຕີ ພວກປະທ້ວງ


hongkongprotests15october14
please wait

No media source currently available

0:00 0:01:22 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ພາ​ກັນ​ສະ​ແດງ​ຄວາມ​ໂກດ​
ແຄ້ນ​ອອກ​ມາ ຫຼັງ​ຈາກ​ມີພາບ​ປາກົດ​ອອກ​ມາ ທີ່​ສະ​ແດງ​ໃຫ້​
ເຫັນ​ພວກ​ຕຳຫຼວດຮົງ​ກົງ​ຫຼາຍ​ຄົນພາກັນ​ທຸບ​ຕີຜູ້​ປະ​ທ້ວງ​ຄົນ
​ນຶ່ງ​ທີ່​ບໍ່​ມີ​ອາວຸດ ​ແລະ​ຖືກ​ໃສ່​ກັບ​ມືນັ້ນ.

​ເຫດການ​ດັ່ງກ່າວ ​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ລະຫວ່າງ​ທີ່ຕຳ
ຫຼວດ​ ​ພະຍາຍາມ​ຂັບ​ໄລ່​ພວກ​ປະ​ທ້ວງອອກ​ໄປ​ຈາກ​ຖະໜົນ​
ສາຍ​ນຶ່ງ​ ທີ່ຢູ່​ໃກ້ໆກັບ​ສຳນັກງານ​ໃຫຍ່ຂອງ​ລັດຖະບານ​.

ພາບ​ວີ​ດີ​ໂອຂອງສະຖານີ​ໂທລະພາບ​ທ້ອງ​ຖິ່ນ TVB ສະ​ແດງ
​ໃຫ້​ເຫັນ​ ​ຕຳຫຼວດ​ນອກ​ເຄື່ອງ​ແບບ 6 ຄົນ​ແກ່​ລາກ​ພະນັກງານ​
ສັງຄົມ​ສົງ​ເຄາະ​ ຄົນ​ນຶ່ງ ໄປຍັງທາງ​ເຂົ້າ​ທີ່​ມືດໆ​ຂອງ​ຕຶກ​ແຫ່ງ​ນຶ່ງ​ ບ່ອນ​ທີ່​ພວກ​ຕຳຫຼວດ​ທັງ
ເຕະ​ທັງ​ຖີບ​ ແລະ​ໃຊ້​ກຳ​ປັ້ນທຸບ​ຕີ​ພະນັກງານ​ຄົນ​ນັ້ນ ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ເປັນ​ເວລາ 4 ນາທີ.

ທ່ານ Lai Tung-kwok ຫົວໜ້າຣັກສາ​ຄວາມ​ປອດ​ໄພ​ຮົງ​ກົງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກຕຳຫຼວດທີ່​ພົວພັນ​ກັບ​ເຫດການນັ້ນ​ ​ໄດ້ຖືກ ຍ້າຍໄປ​ຮັບໜ້າ​ທີ່​ໃໝ່​ແລ້ວ ​ແລະ​ວ່າ ​ເວລາ​ນີ້​ ກຳລັງ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢູ.

ອົງການ​ນິລະ​ໂທດ​ກຳ​ສາກົນ​ຫຼື Imnesty International ກ່າວ​ວ່າພວກ​ເຈົ້າ​ໜ້າທີ່​ເຫຼົ່າ​ນີ້ ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະດີ ຍ້ອນ​ອັນ​ທີ່ກຸ່ມ​ດັ່ງກ່າວ​ເອີ້ນ​ວ່າ “ການ​ໂຈມ​ຕີ​ທີ່​ຊົ່ວ
ຊ້າ ​ຕໍ່​ຄົນຜູ້​ນຶ່ງ​ທີ່​ຖືກ​ຈັບ​ກຸມ ທີ່​ບໍ່​ເປັນໄພ​ຂົ່ມຂູ່​ໃດໆຕໍ່​ຕຳຫຼວດ​.”

ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດນີ້ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ລອນ​ດອນ ກ່າວ​ວ່າ ຜູ້​ປະ​ທ້ວງ​ທີ່​ຖືກ​ທຸບ​ຕີ​ ​ແມ່ນ​ນາຍ Ken Tsang Kinj Chiu ພະນັກງານ​ສັງ​ຄົມ​ສົງ​ເຄາະ ທີ່ຍັງຖືກ​ຕຳຫຼວດ​ ຄວບ​ຄຸມ​ຕົວຢູ່ ​ແລະ​ຖືກ​ກ່າວ​ຫາ​ວ່າ ທຳ​ການ​ໂຮມ​ຊຸມນຸມ​ກັນ​ທີ່​ຜິດ​ກົດ ໝາຍ ​ແລະ​ຂັດຂວາງການ​ປະຕິບັດງານ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ.

ຄະນະ​ກຳມະການ​ປົກ​ປ້ອງ​ສິດທິ​ມະນຸດ​ເອ​ເຊຍ ​ກໍ​ໄດ້​ສະ​ແດງ “ຄວາມ​ຕື່ນ​ຕົກ​ໃຈ ​ແລະ
​ສະ
ລົດ​ໃຈ” ກ່ຽວ​ກັບ​ເຫດການດັ່ງກ່າວ ​ແລະ​ຮຽກຮ້ອງ ​ໃຫ້​ຈັບ​ກຸມ​ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້ ​ແລະ”ນຳ​ໂຕ​ມາ​ດຳ​ເນີນ​ຄະດີ​ໃນ​ສານ​ ໄວ​ເທົ່າ​ທີ່ເປັນ​ໄປ​ໄດ້.”

XS
SM
MD
LG