ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດຮົງກົງ ຂັບໄລ່ພວກປະທ້ວງ ທີ່ບໍ່ເຫັນພ້ອມ ນຳຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດ


ຕຳຫຼວດຮົງກົງ ຈັບກຸຸມພວກປະທ້ວງ 300 ຄົນ ວັນທີ 17 ພຶດສະພາ 2020.
ຕຳຫຼວດຮົງກົງ ຈັບກຸຸມພວກປະທ້ວງ 300 ຄົນ ວັນທີ 17 ພຶດສະພາ 2020.

ຕຳຫຼວດຮົງກົງ ໄດ້ຈັບກຸມ 300 ກວ່າຄົນໃນວັນພຸດວານນີ້ ຫຼັງຈາກປະຊາຊົນຫຼາຍໆສິບ
ພັນຄົນ ພາກັນອອກມາປະທ້ວງ ຕໍ່ຕ້ານຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດທີ່ເປັນບັນ
ຫາໂຕ້ແຍ້ງກັນ ຊຶ່ງຄາດວ່າຈະມີການຮັບຮອງເອົາຢູ່ປັກກິ່ງໃນວັນພະຫັດມື້ນີ້ແລະຮ່າງກົດ
ໝາຍທີ່ມີການນຳສະເໜີໄປນັ້ນຈະຖືກວ່າບຸກຄົນໃດກໍຕາມທີ່ບໍ່ໃຫ້ຄວາມເຄົາລົບຕໍ່ເພງ
ຊາດຂອງຈີນແມ່ນມີຄວາມຜິດທາງອາຍາ.

ຕຳຫຼວດປາບປາມຈາລະຈົນຫຼາຍໆພັນຄົນໄດ້ຍິງລະເບີດໝາກເຜັດຂັບໄລ່ພວກປະທ້ວງ
ຢູ່ໃນຫຼາຍເຂດຂອງຮົງກົງ. ຕຳຫຼວດໄດ້ຢຸດແລະກວດຄົ້ນຊຶ່ງສ່ວນໃຫຍ່ ເປັນພວກຊາວ
ໜຸ່ມຢູ່ນອກສະຖານນີລົດໄຟໃຕ້ດິນ ແລະຢູ່ຕາມຖະໜົນຫົນທາງ ຕະຫຼອດມື້. ຖະແຫຼງ
ການສະບັບນຶ່ງຂອງຕຳຫຼວດກ່າວວ່າ ພວກຜູ້ຄົນໄດ້ຖືກຈັບຍ້ອນຄວາມຜິດຕ່າງໆຮວມ
ທັງຄວາມຜິດມີອາວຸດຢູ່ໃນຄອບຄອງແລະໂຮມຊຸມ ນຸມກັນແບບຜິດກົດໝາຍ.

ຝູງຄົນທີ່ໜາແໜ້ນໄດ້ໄປເຕົ້າໂຮມກັນຢູ່ໃນຄຸ້ມ Admiralty ຊຶ່ງເປັນເຂດທີ່ຕັ້ງຂອງສະ
ພານິຕິບັນຍັດ ແລະຫ້ອງການໃຫຍ່ຂອງລັດຖະບານນັ້ນ ໄດ້ຖືກຂັບໄລ່ ໂດຍຕຳຫຼວດທີ່
ຂົ່ມຂູ່ເຂົາເຈົ້າ ດ້ວຍການໃຊ້ສະເປໝາກເຜັດ ຖ້າຫາກເຂົາເຈົ້າບໍ່ ປະຕິບັດຕາມ. ມີພວກ
ເຈົ້າໜ້າທີ່ຕຳຫຼວດພາກັນຢືນຍາມຢູ່ທຸກໆແຈຖະໜົນເພື່ອ ບໍ່ໃຫ້ຄົນເຂົ້າໄປໃກ້ບັນດາ
ຕຶກຂອງລັດຖະບານ. ທາງຍ່າງໄປຫາຕຶກຂອງລັດຖະ ບານຕ່າງໆ ໄດ້ຖືກປິດໄວ້. ຕຳ
ຫຼວດໄດ້ປີດລ້ອມ ພວກນັກເຄື່ອນໄຫວຈຸນ້ອຍໆຫຼາຍກຸ່ມ ທີ່ໂຮມຊຸມນຸມ ໂດຍພາກັນຮ້ອງ
ຄຳຂວັນ ແລະກ່າວຖະແຫຼງ ສະແດງ ການບໍ່ເຫັນດີຂອງເຂົາເຈົ້າ ກັບຮ່າງກົດໝາຍ
ເພງຊາດ. ໃນຈຸດນຶ່ງຕຳຫຼວດໄດ້ ບອກໃຫ້ຄົນທີ່ເຕົ້າໂຮມກັນຢູ່ຮ້ານອາຫານຕ່າງໆໃຫ້
ພາກັນອອກໄປ.

ໃນເວລາກິນເຂົ້າທ່ຽງ ພວກພະນັກງານຫ້ອງການພາກັນລົງສູ່ຖະໜົນຫົນທາງຢູ່ໃນເຂດ
ທີ່ເປັນສູນກາງທຸລະກິດການຄ້າ ຂອງຮົງກົງ ດ້ວຍການໂຮມຊຸມນຸມກັນ. ຝູງຊົນພາກັນ
ຮ້ອງຄຳຂວັນຕ່າງໆ ຮວມທັງ “ຕໍ່ສູ້ເພື່ອອິດສະຫຼະພາບ ຢືນຢູ່ຄຽງ ບາຄຽງໄຫຼ່ກັບຮົງກົງ”
“ຄວາມເປັນເອກກະລາດຂອງຮົງກົງ ແມ່ນທາງດຽວເທົ່ານັ້ນ.” ພ້ອມກັນນັ້ນ ຍັງມີການ
ໃຊ້ຄຳຫຍາບຊ້າດ່າພວກຕຳຫຼວດ. ມີບາງຄົນຮ້ອງ ໃສ່ຕຳຫຼວດວ່າ “ເປັນຄົນຮົງກົງ” ຊຶ່ງ
ໝາຍເຖິງການເຮັດວຽກເພື່ອຜົນປະໂຫຍດ ຂອງຈີນ ແລະບໍ່ແມ່ນເພື່ອຜົນປະໂຫຍດ
ຂອງຮົງກົງ. ປະມານເຄິ່ງຊົວໂມງຕໍ່ມາ ຕຳຫຼວດໄດ້ຍິງລະເບີດໝາກເຜັດເຂົ້າໃສ່ ແລະ
ເຮັດໃຫ້ຄົນພາກັນແລ່ນເຂົ້າໄປຫາ ຕຶກຕ່າງໆ.

ທະນາຍຄວາມຄົນນຶ່ງທີ່ບໍ່ປະສົງບອກຊື່ກ່າວວ່າ “ບໍ່ພຽງແຕ່ກົດໝາຍຄວາມໝັ້ນຄົງ
ແຫ່ງຊາດສະບັບນີ້ເທົ່ານັ້ນ ເຮົາເຫັນຈີນພວມສືບຕໍ່ລ່ວງລ້ຳອິດສະຫຼະພາບ ຂອງ
ພວກເຮົາ ແລະພວກເຮົາເຫັນຕຳຫຼວດ ຖືກລະບຸວ່າບໍ່ມີຄວາມຜິດຢູ່ໃນລາຍງານ
ຕ່າງໆ. ຖ້າຫາກພວກເຮົາພາກັນມິດງຽບຢູ່ ເຂົາເຈົ້ສາມາດພົ້ນຈາກຄວາມ ຜິດເຫຼົ່າ
ນີ້ໄດ້.”

ຕຳຫຼວດກ່າວວ່າ ພວກປະທ້ວງພາກັນຕັນຖະໜົນດ້ວຍກະໂລ່ງ ແລະເຄື່ອງກີດຂວາງ
ແລະແກວ່ງສິ່ງຂອງຕ່າງໆໃສ່ພວກຕຳຫຼວດ. ລາຍງານກ່າວວ່າ ຕຳຫຼວດ ບໍ່ມີທາງເລືອກ
ແຕ່ຕ້ອງໄດ້ໃຊ້ກຳລັງເລັກນ້ອຍ “ດ້ວຍການຍິງລະເບີດໝາກເຜັດ ເຂົ້າໃສ່ເພື່ອຢຸດການ
ກະທຳແບບ “ຮຸນແຮງ.” ການລົບກວນນີ້ ເຖິງຢ່າງໃດກໍດີ ເປັນພຽງໄລຍະສັ້ນໆ ໃນຂະ
ນະທີ່ການສັນຈອນເຄື່ອນຍ້າຍໄປຢ່າງຊ້າໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG