ເຈົ້າໜ້າທີ່ຕຳຫລວດຮົງກົງ ໄດ້ບຸກເຂົ້າໂຈມຕີ ໃນວັນສຸກຕອນ
ເຊົ້າມື້ນີ້ ຈຸດທີ່ຕັ້ງຂອງພວກປະທ້ວງ ເພື່ອທຳການທັບມ້າງເຄື່ອງ
ກີດຂວາງຕ່າງໆ ເຊັ່ນ ຕູບຜ້າໃບ ແລະ ຜ້າກັນສາດຕ່າງໆ ທີ່ໄດ້
ຕັນຖະໜົນຫົນທາງສາຍຕ່າງໆໃນເມືອງ ເປັນເວລາຫຼາຍກວ່າ
2 ອາທິດແລ້ວ.
ການໂຈມຕີດັ່ງກ່າວ ຄໍານວນວ່າມີເຈົ້າໜ້າທີ່ຕຳຫລວດ 100 ຄົນ
ຜູ້ທີ່ແນເປົ້າໝາຍໃສ່ບໍລິເວນທົ່ວ Victoria Harbor ຫ່າງຈາກຈຸດ
ປະທ້ວງຫຼັກ ໃນເຂດສູນການຄ້າຂອງເມືອງນັ້ນ. ຕຳຫລວດ ຢູ່ໃນ
ເຂດ Mong Kok ທີ່ມີການສັນຈອນຢ່າງໜາແໜ້ນ ໄດ້ລ້ອມພວກ
ປະທ້ວງຈຳນວນ 30 ຄົນ ຜູ້ທີ່ໄດ້ອອກໄປຈາກພື້ນທີ່ ໂດຍບໍ່ມີ
ການຕໍ່ຕ້ານເລີຍ.
ຜູ້ປະທ້ວງໄວ 23 ປີ ທ້າວ Eric Lau ກ່າວວ່າ ລາວບໍ່ມີຈຸດປະສົງ ຢາກຕໍ່ສູ້ກັບບັນດາ
ເຈົ້າໜ້າທີ່ເລີຍ.
ທ້າວ Eric Lau ເວົ້າວ່າ “ພວກເຮົາມາທີ່ນີ້ດ້ວຍຄວາມສັນຕິ ແລະ ພວກເຮົາບໍ່
ຕ້ອງການຕໍ່ສູ້ຕ້ານກັບພັກໃດພັກໜຶ່ງ ລວມທັງ ຕຳຫລວດ ແລະ ອື່ນໆ. ມັນ
ຂາດພະລັງອຳນາດ ເຮັດຫຍັງບໍ່ໄດ້ເລີຍ ຕາມຂ້ອຍຄິດ.”
ການໂຈມຕີນີ້ ເປັນຄັ້ງທີ 3 ທີ່ຕຳຫລວດໄດ້ທຳການເປີດຖະໜົນຫົນທາງສາຍຕ່າງໆ
ຂອງເມືອງ ນັບຕັ້ງແຕ່ທ້າຍເດືອນກັນຍາ ໃນເວລາພວກປະທ້ວງ ໄດ້ເຂົ້າໄປຢຶດຄອງ
ພື້ນທີ່ຢູ່ໃຈກາງເມືອງ ເພື່ອກົດດັນທາງການຈີນ ໃຫ້ຢຸດການແຊກແຊງ ໃນການເລືອກ
ຕັ້ງຢູ່ທ້ອງຖິ່ນນັ້ນ.
ໃນວັນພຸດມື້ກ່ອນ ຕຳຫລວດຫຼາຍຮ້ອຍຄົນ ບາງສ່ວນໄດ້ໃຊ້ໄມ້ຄ້ອນ ແລະສະເປໝາກເພັດ ຂັບດັນພວກປະທ້ວງ ທີ່ກຳລັງຕໍ່ສູ່ເພື່ອຄວບຄຸມເອົາຖະໜົນຫົນທາງ ໃກ້ໆກັບສຳນັກງານໃຫຍ່ລັດຖະບານຂອງເມືອງນັ້ນໃຫ້ຖອຍໄປ.