ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫລວດ ມ້າງຄ້າຍປະທ້ວງ ເພື່ອປະຊາທິປະໄຕ ແຫ່ງສຸດທ້າຍ ໃນຮົງກົງ


ເຈົ້າໜ້າ​ທີ່ຕຳຫລວດຮົງ​ກົງ​ ພວມ​ມ້ຽນ​ມັດສະຖານທີ່ປະ​ທ້ວງ​ແຫ່ງ​
ສຸດ​ທ້າຍ​ ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ຍົກຍ້າຍອອກ ​ສິ່ງ​ຂອງຕ່າງໆ​ທີ່ໄດ້
ຕັນ​ຖະໜົນ​ຫຼາຍສາຍ​ທົ່ວ​ເມືອງ ​ເປັນ​ເວລາຫຼາຍກວ່າ 10 ອາທິດ​
ມາ​ແລ້ວນັ້ນ.

​ເຈົ້າໜ້າ​ທີ່ຕຳຫລວດ ​ໄດ້​ບອກ​ໃຫ້ ພວກ​ປະ​ທ້ວງ ອອກໄປຈາກ
​ຖະໜົນ​ສາຍ​ນຶ່ງ ​ໃນຄຸ້ມ Causeway ​Bay ໂດຍ “ທັນທີ.”

​ບັນດາ​ຜູ້ນຳ​ການ​ປະ​ທ້ວງກຸ່ມນ້ອຍໆກຸ່ມ​ໜຶ່ງ ຮ້ອງ​ໂຮວ່າ “ພວກ​
ເຮົາ​ຈະ​ກັບ​ຄືນ​ມາ”
​ ແລະພ້ອມ​ດຽວ​ກັນ ກໍຮຽກຮ້ອງ​ໃຫ້​ຜູ້​
ບໍລິຫານຮົງ​ກົງ ທ່ານ Leung Chun-ying ລົງຈາກ​ຕຳ​ແໜ່​ງ.

ຕຳຫລວດ​ໄດ້​ມ້າງ​ສະຖານທີ່ປະ​ທ້ວງ​ແຫ່ງ​ໃຫຍ່​ສຸດ ​ໃນ​ເຂດ​ຄຸ້ມ Admiralty ​ໃນ​ວັນ​ພະ​ຫັດ​ ຜ່ານ​ມາ ຫຼັງຈາກ​ທີ່​ໄດ້​ຈັບ​ກຸມ ບັນດາ​ຜູ້ນຳ​ພວກນັກ​ສຶກສາປະ​ທ້ວງ​ ​ແລະຜູ້​ແທນສະພາ ​
ຫົວ​ນິຍົມປະຊາທິປະ​ໄຕ ຈຳນວນ​ໜຶ່ງ.

ແຜນທີ່ ຄຸ້ມ Causeway Bay ແລະ ຄຸ້ມ Admiralty ໃນຮົງກົງ.
ແຜນທີ່ ຄຸ້ມ Causeway Bay ແລະ ຄຸ້ມ Admiralty ໃນຮົງກົງ.

ພວກ​ປະ​ທ້ວງ ​ແມ່ນ​ຮຽກຮ້ອງ​ໄປ​ຍັງ​ປັກ​ກິ່ງ​ ໃຫ້ອະນຸຍາດ​ໃຫ້ມີ​ການ​ເລືອກ​ຕັ້ງ ທີ່ເປັນປະຊາ ທິປະ​ໄຕ​ໂດຍ​ເຕັມ ​ໃນ​ຮົງ​ກົງ ໃນ​ປີ 2017. ທາງ​ການ​ຈີນ​ໄດ້​ກ່າວ​ວ່າ ຜູ້​ສະໝັກ​ທັງ​ໝົດ ຕ້ອງ​ໄດ້ຜ່ານ​ຂັ້ນ​ຕອນ​ການ​ ກວດ​ສອບ​ເສຍ​ກ່ອນ ​ແລະ ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງຕ່າງໆ​ ຂອງ​ພວກ​ປະ​ທ້ວງ.

ຮົງ​ກົງ ຊຶ່ງ​ເປັນ​ອານາ​ນິຄົມ​ຂອງ​ອັງກິດ​ໃນ​ເມື່ອ​ກ່ອນ ​ໄດ້​ຖືກ​ມອບ​ສົ່ງ​ຄືນ​ໃຫ້ຈີນ​ ເມື່ອ​ປີ 1997 ​ແລະ​ບັດ​ນີ້ ​ເປັນດິນ​ແດນ​ຂອງ​ຈີນ ທີ່​ມີ​ສິດ​ ປົກຄອງ​ຕົນ​ເອງເຄິ່ງໜຶ່ງ ​ຊຶ່ງພົນລະ​ເມືອງໄດ້​ຊົມ​ໃຊ້​ສິດ​ເສລີພາບ​ຫລາຍໆ​ຢ່າງ ທີ່​ບໍ່​ໄດ້​ອະນຸຍາດ​ໃຫ້ ​ຢູ່​ໃນຈີນ​ແຜ່ນດິນ​ໃຫຍ່​.

HONG KONG PROTESTS VOSOT
please wait

No media source currently available

0:00 0:01:43 0:00

XS
SM
MD
LG