ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຮົງກົງຈັບ 11 ຄົນ ທີ່ສົງໄສວ່າ ຊ່ວຍນັກເຄື່ອນໄຫວເພື່ອປະຊາທິປະໄຕ ໃຫ້ຫຼົບໜີ


ຕໍາຫລວດຢືນຍາມຢູ່ນອກຫ້ອງການທະນາຍຄວາມ Daniel Wong Kwok-tung ຂະນະທີ່ມີການກວດຄົ້ນຫາທ່ານໃນຮົງກົງໃນວັນທີ 14 ມັງກອນ 2021
ຕໍາຫລວດຢືນຍາມຢູ່ນອກຫ້ອງການທະນາຍຄວາມ Daniel Wong Kwok-tung ຂະນະທີ່ມີການກວດຄົ້ນຫາທ່ານໃນຮົງກົງໃນວັນທີ 14 ມັງກອນ 2021

ຕຳຫຼວດຮົງກົງໄດ້ຈັບກຸມ 11 ຄົນ ໃນຖານສົງໄສວ່າ ໄດ້ຊ່ວຍເຫຼືອນັກເຄື່ອນໄຫວເພື່ອປະຊາທິປະໄຕ 12 ຄົນທີ່ພະຍາຍາມຫຼົບໜີໄປຫາໄຕ້ຫວັນໂດຍທາງເຮືອໄວໃນປີກາຍນີ້.

ສຳນັກຂ່າວຕ່າງໆ ໃນຮົງກົງກ່າວວ່າ ຜູ້ຊາຍ 8 ຄົນ ແລະແມ່ຍິງ 3 ຄົນ ອາຍຸລະຫວ່າງ 18 ຫາ 72 ປີໄດ້ຖືກກັກຂັງໃນວັນພະຫັດມື້ນີ້. ໃນຈໍານວນຜູ້ທີ່ຖືກຈັບກຸມນັ້ນ ແມ່ນທ່ານ ດານຽລ ວອງ (Daniel Wong), ທະນາຍຄວາມດ້ານສິດທິມະນຸດທີ່ມີຊື່ສຽງ ແລະເປັນຜູ້ສະໜັບສະໜູນປະຊາທິປະໄຕ. ທ່ານວອງ (Wong) ໄດ້ຂຽນລົງໃນໜ້າເຟສບຸກຂອງທ່ານໃນຕອນເຊົ້າຂອງວັນພະຫັດມື້ນີ້ວ່າ ຕຳຫຼວດໄດ້ມາຮອດອາພາດເມັນຂອງ ທ່ານເພື່ອຈັບທ່ານ.

ນັກເຄື່ອນໄຫວ 12 ຄົນ ດັ່ງກ່າວໄດ້ຖືກເຈົ້າໜ້າຍາມຝັ່ງຈີນ ຈັບກຸມໃນເດືອນສິງຫາຜ່ານມາໃນຂະນະທີ່ພະຍາຍາມຫຼົບໜີໄປຫາໄຕ້ຫວັນ. ໃນລະຫວ່າງການພິຈາລະນາຄະດີຢູ່ໃນສານທາງພາກໃຕ້ຂອງເມືອງ ເຊນເຊນ (Shenzhen) ໃນທ້າຍເດືອນທີ່ຜ່ານມານັ້ນ, 8 ຄົນໃນຈໍານວນນັ້ນຖືກຕັດສິນໂທດຈຳຄຸກເປັນເວລາ 7 ເດືອນ ໃນຂໍ້ຫາຂ້າມຊາຍແດນຜິດກົດໝາຍ, ໃນຂະນະທີ່ອີກ 2 ຄົນ ຖືກຕັດສິນວ່າໄດ້ຈັດຕັ້ງການຂ້າມຊາຍແດນແບບຜິດກົດໝາຍ ແລະຖືກຕັດສິນຈຳຄຸກ 2 ປີ ແລະສາມປີ.

ຊາວໜຸ່ມສອງຄົນທີ່ຖືກຈັບໃນການເດີນທາງທີ່ມີໂຊກຮ້າຍໄດ້ຖືກສົ່ງກັບຄືນໄປຮົງກົງຫລັງຈາກໄດ້ຮັບສາລະພາບຜິດວ່າ ໄດ້ຂ້າມຊາຍແດນແບບຜິດກົດໝາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG