ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງກົງ ຜ່ານຮ່າງກົດໝາຍວ່າດ້ວຍ ຄວາມໝັ້ນຄົງແຫ່ງຊາດ ເພື່ອສະແດງການຕອບໂຕ້ຕໍ່ສາກົນ


ບັນດາສະມາຊິກສະພາ ພາກັນລົງຄະແນນສຽງໃນລະຫວ່າງການປະກາດຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດຄັ້ງທີສອງ, ເຊິ່ງຍັງໄດ້ອີງໃສ່ກົດໝາຍພື້ນຖານໃນມາດຕາທີ 23, ຢູ່ທີ່ສະພານິຕິບັນຍັດ, ໃນຮົງກົງ, ວັນທີ 19 ມີນາ 2024.
ບັນດາສະມາຊິກສະພາ ພາກັນລົງຄະແນນສຽງໃນລະຫວ່າງການປະກາດຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດຄັ້ງທີສອງ, ເຊິ່ງຍັງໄດ້ອີງໃສ່ກົດໝາຍພື້ນຖານໃນມາດຕາທີ 23, ຢູ່ທີ່ສະພານິຕິບັນຍັດ, ໃນຮົງກົງ, ວັນທີ 19 ມີນາ 2024.

ສະພາ​ນິຕິບັນຍັດ​ຂອງຮົງກົງທີ່ໄດ້ຕົກລົງຢ່າງເປັນ​ເອກະ​ພາບກັນ ​ແລະ​ດ້ວຍ​ຄວາມ​ໄວ​ທີ່​ໜ້າ​ປະຫຼາດ​ໃຈນັ້ນ ​ໄດ້​ອະນຸມັດ​ກົດໝາຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ຕົນ​ເອງຢ່າງສົມບູນ​ ໃນ​ວັນ​ອັງຄານ​ວານນີ້, ​ເຊິ່ງເປັນການ​ເພີ້ມ​ທະວີ​ຄວາມ​ອາດສາມາດ​ຂອງ​ລັດຖະບານ​ ໃນ​ການ​ປິດປາກປິດສຽງຂອງ​ພວກທີ່​ຄັດຄ້ານຕົນ.

ເຈົ້າ​ໜ້າ​ທີ່​ຮົງ​ກົງ​ກ່າວ​ວ່າ ກົດ​ໝາຍ ມີຄວາມ​ຈຳ​ເປັນ​ເພື່ອປົກປັກຮັກ​ສາ​ເມືອງນີ້, ແຕ່ບັນດາ​ນັກ​ວິ​ຈານ​ກ່າວ​ວ່າ ຂໍ້​ຈຳ​ກັດ​ ແລະ​ພາ​ສາ​ທີ່​ບໍ່ຈະແຈ້ງຂອງພວກເຂົາ ອາດຂັດ​ຂວາງຕໍ່​ການດໍາເນີນງານ​ຂອງພວກ​ນັກ​ຂ່າວ, ບັນດານັກ​ທຸ​ລະ​ກິດ ແລະ​ສະມາຊິກນັກ​ບວດທັງຫຼາຍ.

ຮ່າງ​ກົດໝາຍ​ວ່າ​ດ້ວຍການປົກປ້ອງທາງດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄດ້​ຮັບ​ຜ່ານ​ໃນ​ວັນ​ອັງຄານ​ວານນີ້ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 90 ຕໍ່ 0 ​ໂດຍ​ສະພາທີ່ສະໜັບສະໜຸນ​ປັກ​ກິ່ງ ເຊິ່ງເປັນເວລາ​ບໍ່​ຮອດ​ສອງ​ອາທິດຫຼັງຈາກທີ່​ໄດ້​ສະ​ເໜີອອກມາ. ກົດ​ໝາຍ​ດັ່ງ​ກ່າວ ​ຂະຫຍາຍອອກໄປຫຼາຍກວ່າ​ຮ່າງ​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ​ຂອງ​ຈີນ ເຊິ່ງໄດ້​ວາງ​ອອກ​ໃນ​ປີ 2020 ລຸນຫຼັງ​ການ​ປະ​ທ້ວງ​ເພື່ອ​ສະໜັບສະໜຸນປະ​ຊາ​ທິ​ປະ​ໄຕ ເມື່ອ​ປີ 2019. ກົດໝາຍ​ສະບັບ​ນີ້ ​ໄດ້​ຖືກ​ນຳ​ໃຊ້​ເພື່ອການ​ຈັບ​ກຸມ, ການຂັງ​ຄຸກ ​ແລະ ສືບສວນສອບສວນບັນດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ຫຼາຍ​ຮ້ອຍ​ຄົນ, ເຊິ່ງເປັນການຍາກ​ສໍາລັບ​ພົນລະ​ເມືອງຢູ່ໃນສັງຄົມ​ທີ່​ເຄີຍ​ມີ​ຊີວິດ​ຊີວາຂອງເມືອງແຫ່ງນີ້.

​ໃນ​ທ້າຍ​ເດືອນ​ມັງກອນ​ທີ່ຜ່ານມາ, ຜູ້​ບໍລິຫານໃຫຍ່ ​ທ່ານຈອນ ລີ (John Lee) ​ໄດ້​ປະກາດ​ວ່າ ສະພານິຕິບັນຍັດ​ ​ຈະ​ສ້າງ​ກົດໝາຍ​ໃໝ່​ຕາມ​ມາດຕາ 23 ຂອງພື້ນຖານກົດໝາຍຮົງ​ກົງ, ເຊິ່ງເປັນລັດຖະທຳ​ມະນູນ​ຂະໜາດ​ນ້ອຍ ​ທີ່​ມີ​ຜົນ​ບັງຄັບ​ໃຊ້ໃນເວລາທີ່​ອັງກິດ​ມອບ​ເມືອງ​ຄືນ​ໃຫ້ແກ່​ຈີນ ເມື່ອ​ປີ 1997.

ທ່ານ ລີ ໄດ້ຍ້ອງຍໍຕໍ່ການດໍາເນີນງານທີ່ໄວວາຂອງພວກເຂົາ ໃນວັນອັງຄານວານນີ້ ໂດຍຮ້ອງວ່າ ມັນເປັນ "ຊ່ວງເວລາແຫ່ງປະຫວັດສາດຂອງຮົງກົງ," ພ້ອມທັງກ່າວຕື່ມວ່າ ມັນຈະຊ່ວຍຮັກສາເມືອງນີ້ໃຫ້ປອດໄພຈາກ "ການກໍ່ວິນາດສະກຳທີ່ອາດຈະເກີດຂື້ນ" ແລະ "ສິ່ງທີ່ເຊື່ອງຊ້ອນເພື່ອພະຍາຍາມຈະສ້າງໃຫ້ເກີດບັນຫາຕ່າງໆ." ຮ່າງກົດໝາຍດັ່ງກ່າວ ຈະມີຜົນບັງຄັບໃຊ້ ໃນວັນເສົາ ທີ 23 ມີນາ ທີ່ຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG