ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່ອງກົງ ໄວ້ອາໄລ ຜູ້ເສຍຊີວິດ 38 ຄົນ ຈາກອຸບັດເຫດ ກໍ່າປັ່ນຕໍາກັນ (ສະໄລດ໌)


ເດັກຍິງຄົນນຶ່ງ ຢືນຢູ່ຕໍ່ໜ້າດອກໄມ້ ແລະບັດຂໍ້ຄວາມສະແດງ ຄວາມເສົ້າເສຍໃຈ ນໍາຜູ້ເສຍຊີວິດ.
ເດັກຍິງຄົນນຶ່ງ ຢືນຢູ່ຕໍ່ໜ້າດອກໄມ້ ແລະບັດຂໍ້ຄວາມສະແດງ ຄວາມເສົ້າເສຍໃຈ ນໍາຜູ້ເສຍຊີວິດ.
​ຮ່ອງ​ກົງ​ ໄດ້​ໄວ້ອາ​ໄລ ດ້ວຍ​ການ​ຢືນ​ສະຫງົບສະຕິ​ອາລົມ​ເປັນ​ເວລາ​ສາມ​ນາທີ ​ເມື່ອ​ຕອນ​ທ່ຽງວັນ​ພະຫັດ​ມື້​ນີ້ ອັນ​ເປັນ​ການ​ເລີ່​ມຕົ້ນ​ການ​ໄວ້ທຸກຢ່າງ​ເປັນ​ທາງ​ການ ​ໃຫ້ແກ່ພວກ​ເຄາະຮ້າຍ​ຈາກໂສກ​ນາດຕະກໍາດ້ານການ​ເດີນ​ເຮືອທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ຮ່ອງ​ກົງ​ໃນ​ຮອບຫຼາຍສິບ​ປີ.

ປະຊາຊົນ​ທົ່ວ​ຮ່ອງ​ກົງ ພາກັນແຕ່ງ​ຕົວ​ສີດໍາ ຊັກທຸງຊາດ​ຂຶ້ນ​ເຄິ່ງ​ເສົາ ໂຮງ ຮຽນແລະ​ຫ້ອງການ​ຕ່າງໆ​ຂອງ​ລັດຖະບານໄດ້​ຢຸດ​ພາກັນ​ຢຸດ​ພັກ ​ເພື່ອ​ໄວ້ ອາ​ໄລ​ໃຫ້ຜູ້​ເສຍ​ຊີວິດ 38 ຄົນ ຈາກ​ອຸບັດ​ເຫດ​ ກໍ່າ​ປັ່ນ​ຂ້າມຟາກ​ຕໍາ​ກັນ ​ເມື່ອ​ວັນ​ຈັນ​ຜ່ານ​ມາ.

ທ່ານ ​ເລິງ ຈຸນ ຢິງ ຫົວໜ້າ​ບໍລິຫານ​ຂອງ​ຮ່ອງ​ກົງ ​ໄດ້​ນໍາພາບັນດາ​ເຈົ້າ ໜ້າ​ທີ່​ອາວຸ​ໂສເຂົ້າຮ່ວມ ​ໃນການ​ປະກອບ​ພິທີລະນຶກ​ເຖິງດ້ວຍ​ຄວາມ​ໂສກ​ເສົ້າ ຢູ່​ບໍລິ​ເວນ​ນອກ​ທໍານຽບລັດຖະບານ ​ໃນ​ຂະນະ​ທີ່​ຄອບຄົວ​ຂອງ​ພວກ​ເຄາະຮ້າຍ​ໄດ້​ສະ​ແດງ​ຄວາມເຄົາລົບ​ຕໍ່​ພວກ​ເຄາະ​ຮ້າຍ​ທີ່​ທະ​ເລ ​ເວລາພິທີ ໄວ້ອາ​ໄລ​ເລີ້ມຂຶ້ນ.

ອຸບັດ​ເຫດ​ດັ່ງກ່າວ ຍັງ​ຜົນ​ໃຫ້​ເດັກ​ເສຍ​ຊີວິດ​ຢ່າງ​ໜ້ອຍຫ້າ​ຄົນ ​ແລະຫຼາຍ ກວ່າ 100 ​ໄດ້​ຮັບບາດ​ເຈັບ ບາງ​ຄົນ​ມີ​ອາການ​ສາຫັດ ​ເວລາ​ກໍ່າ​ປັ່ນ​ຂ້າມ ຟາກ​ໄດ້​ແລ່ນ​ຕໍາ​ກັນ​ກັບ​ກຳ​ປັ່ນ​ອີກ​ລໍາ​ນຶ່ງ ທີ່​ເໝົາ​ໂດຍ​ບໍລິສັດ​ໄຟຟ້າ​ຮ່ອງ​ກົງ ​ເພື່ອ​ນໍາ​ພາພະນັກງານ​ຂອງ​ຕົນ ​ໄປ​ເບິ່ງ​ການ​ຈູດ​ບັ້ງ​ໄຟ​ດອກ ທີ່​ອ່າວ Victoria.

ຕໍາຫຼວດ​ໄດ້​ຈັບ​ກຸມ ລູກ​ເຮືອ​ເຈັດ​ຄົນ ​ໂຮມ​ທັງ​ກັບຕັນ​ກໍ່າ​ປັ່ນ​ທັງ​ສອງ​ລໍາ ຊຶ່ງ​ເຈົ້າໜ້າ​ທີ່​ໄດ້​ເລີ່​ມທໍາ​ການ​ສືບສວນ​ສອບ​ສວນ ກ່ຽວ​ກັບ​ອຸບັດ​ເຫດ​ດັ່ງ ກ່າວເປັນ​ເວລາຫົກ​ເດືອນ.
XS
SM
MD
LG