ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການ​ສັນ​ຈອນ ​ຢູ່​ໃນຮົງ​ກົງ ຍາມ​​ເຊົ້າ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ສິ່ງກີດ​ຂວາງ ຢູ່​ຕາມ​ຖະ​ໜົນ ​​ແລະລາງ​ລົດ​ໄຟ​ໃຕ້​ດິນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖືກ​ຕຳຫຼວດ​ຮົງ​ກົງ​ຄວບ​ຄຸມ​ຕົວ ຢູ່​ທີ່​ໃຈ​ກາງ​ຮົງ​ກົງ ​ໃນ​ວັນ​ຈັນ​ ທີ 11 ພະ​ຈິກ 2019.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖືກ​ຕຳຫຼວດ​ຮົງ​ກົງ​ຄວບ​ຄຸມ​ຕົວ ຢູ່​ທີ່​ໃຈ​ກາງ​ຮົງ​ກົງ ​ໃນ​ວັນ​ຈັນ​ ທີ 11 ພະ​ຈິກ 2019.

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ຮົງ​ກົງ​ທ່ານ​ນາງ ແຄ​ຣີ ແລມ ກ່າວ​ວ່າ ພວກ​ປະ​ທ້ວງ​ຜູ້​ທີ່ໄດ້​ເຮັດ​ໃຫ້​ການ​ເດີນ​ທາງໃນ​ຊ່ວງ​ເວ​ລາ​ທີ່​ຜູ້​ຄົນ​ຟ້າວ​ໄປ​ວຽກ​ໄປ​ການ ​ເກີດ​ຄວາມ​ວຸ້ນ​ວາຍ​ສັບ​ສົນ​ ​ໃນ​ວັນ​ອັງ​ຄານມື້ນີ້ ດ້ວຍ​ການຕັ້ງ​ສິ່ງກີດ​ຂວາ​ງ​ຕ່າງໆ​ໃສ່ຖະ​ໜົນຫຼາຍ​ສາຍ​ ແລະລາງ​ລົດ​ໄຟ​ໃຕ້​ດິນນັ້ນ​ວ່າ ​ເປັນ​ການ​ກະ​ທຳທີ່ “ເຫັນ​ແກ່​ຕົວ​ທີ່​ສຸດ.”

ການ​ກະ​ທຳ​ດັ່ງ​ກ່າວ​ ເປັນ​ຂີດ​ໝາຍ​ອີກມື້​ນຶ່ງ ຂອງ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ ແລະ​ສ້າງ​ຄວາມເດືອດ​ຮ້ອນຕ່າງໆ​ນາໆ ໃນ​ອາ​ນາ​ເຂດ​ຂອງ​ຈີນ​ແຜ່ນ​ດິນ​ໃຫຍ່​ແຫ່ງນີ້ ​ຊຶ່ງກ່ອນ​ໜ້ານີ້ໄດ້​ເກີດ​ຂຶ້ນ​ສະ​ເພາະ​ແຕ່​ໃນ​ວັນ​ທ້າຍ​ສັບ​ປະ​ດາ ຕະຫຼອດ​ໄລ​ຍະ 5 ເດືອນ​ຜ່ານ​ມາ. ພວກ​ຜູ້​ໂດຍ​ສານຫຼາຍກວ່າ 20 ຄົນ​ທີ່​ຢູ່​ເທິງ​ລົດ​ໄຟ​ໃຕ້​ດິນ ໄດ້​ຖືກ​ກົດ​ດັນ​ໃຫ້​ອອກ​ຈາກ​ລົດ​ໄຟ ເມື່ອ​ມັນ​ໄດ້​ຢຸດ​ຢູ່ ​ກ່ອນທີ່ຈະ​ເຖິງສະ​ຖາ​ນີປາຍ​ທາງ.

ຄວາມບໍ່​ສະ​ຫງົບ ຍັງ​ໄດ້​ຂະ​ຫຍາຍ​ອອກ​ໄປ​ຈົນ​ຮອ​ດ​ວິ​ທະ​ຍາ​ເຂດ​ແຫ່ງ​ຕ່າງໆ​ຂອງ​ຮົງ​ກົງ ໃນ​ວັນ​ອັງ​ຄານມື້ນີ້ ​ໂດຍ​ທີ່​ຕຳຫຼວດ​ປາບ​ຈະ​ລາ​ຈົນ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ຜູ້​ທີ່​ພາ​ກັນ​ຕັ້ງ​ສິ່ງ​ກີດ​ຂວາງ​ຢູ່​ຫົນ​ທາງ, ​ຢູ່ທັງ ມະ​ຫາ​ວິ​ທະ​ຍາ​ໄລ​ຮົງ​ກົງ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຮົງ​ກົງ​ຂອງ​ຈີນ.

ພວກ​ປະ​ທ້ວງຫຼາຍ​ພັນ​ຄົນ ໄດ້​ພາ​ກັນ​ຈັດ​ຕັ້ງ “ກຸ່ມ​ພວກ​ປະ​ທ້ວງ​ຂຶ້ນ​ຢ່າງ​ໄວ​ວາ ທີ່​ເອີ້ນກັນ​ວ່າ flash mob” ຢູ່​ໃນ​ໃຈ​ກາງ​ເມືອງ​ເຂດ​ທຸລະ​ກິດ ເມື່ອ​ຕອນ​ກາງ​ເວັນ ແລະ​ພາ​ກັນ​ຮ້ອງ​ໂຮ​ຄຳ​ຂວັນ​ວ່າ “ຫ້າ​ຂໍ້​ຮຽກ​ຮ້ອງ ບໍ່​ໜ້ອຍກວ່ານັ້ນ” ທີ່​ເປັນ​ການ​ອ້າງ​ອີງ​ເຖິງ​ຂໍ້​ຮຽກ​ຮ້ອງ​ເພື່ອ​ໃຫ້​ມີ ປະ​ຊາ​ທິ​ປະ​ໄຕ ການ​ສືບ​ສວນ​ທີ່​ເປັນ​ອິດ​ສະ​ຫລະ ໃນ​ຂໍ້ກ່າວຫາ​ຂອງ​ການ​ທຳ​ຮ້າຍ​ໂດຍ​ຕຳຫຼວດ ແລະ​ບັນ​ຫາ​ອື່ນໆເປັນ​ຕົ້ນ.

ຄວາມ​ເຄັ່ງ​ຕຶງ​ ຢູ່​ໃນ​ຮົງ​ກົງໄດ້​ທະ​ວີ​ຂຶ້ນ ຫຼັງ​ຈາກ​ທີ່​ຕຳ​ຫຼວດຄົນ​ນຶ່ງ ຍິງ​ຜູ້​ປະ​ທ້ວງ​ອາ​ຍຸ 21 ປີ ໃນ​ວັນ​ຈັນ​ວານນີ້ ໃນ​ຂະ​ນະ​ທີ່ຕຳຫຼວດ​ຄົນ​ນີ້ ກຳ​ລັງສູ້​ຊົນກັບຜູ້​ປະ​ທ້ວງ​ອີກ​ຄົນ​ນຶ່ງ ຜູ້​ທີ່​ລາວ​ພະ​ຍາ​ຍາມ​ຈະ​ທຳ​ການ​ຈັບ​ກຸມ​ຢູ່ນັ້ນ. ​ທາງ​ການ​ຂອງ​ໂຮງ​ໝໍ​ຮົງ​ກົງ ກ່າວ​ວ່າ ຜູ້​ປະ​ທ້ວງ​ທີ່​ຖືກ​ຍິງນັ້ນ ແມ່ນ​ຢູ່​ໃນ​ອາ​ການ​ສາ​ຫັດ. ຊາຍ​ຄົນ​ນຶ່ງ​ກໍ​ໄດ້​ຈຸດ​ໄຟ​ເຜົາ​ຕົນ​ເອງ ຫຼັງ​ຈາກ​ທີ່​ລາວ​ໄດ້​ລາດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ຕົນ​ໂຕ ທີ່​ເກີດ​ຂຶ້ນ​ໃນ​ເຫດ​ການ​ນຶ່ງ​ອີກ​ຕ່າງ​ຫາກນັ້ນ ແມ່ນ​ຍັງ​ຢູ່​ໃນ​ອາ​ການ​ທີ່​ສາ​ຫັດ​ເຊັ່ນ​ກັນ.

ທ່ານ​ນາງ​ແລມ ໄດ້​ກ່າວ​ປະ​ນາມ​ຄວາມ​ຮຸນ​ແຮງ​ໃນ​ວັນ​ຈັນ​ວານນີ້​ ໂດຍ​ກ່າວ​ຕໍ່​ພວກ​ປະ​ທ້ວງ​ທັງຫຼາຍ​ວ່າ ມັນ​ເປັນ “ຄວາມ​ປາດ​ຖະ​ນາ​ທີ່​ຂາດ​ເຫດ​ຜົນ” ທີ່​ວ່າ ລັດ​ຖະ​ບານ​ຮົງ​ກົງ ຈະ​ຍິນຍອມ​ຕໍ່ “ອັນ​ທີ່​ເອີ້ນ​ວ່າ ຂໍ້​ຮຽກ​ຮ້ອງ​ທາງ​ການ​ເມືອງ” ຂອງ​ພວກ​ປະ​ທ້ວງນັ້ນ ເພື່ອ​ທີ່​ຈະ​ບັນ​ເທົາ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່ນີ້.

ໃນ​ເບື້ອງ​ຕົ້ນ ການ​ປະ​ທ້ວງ ​ໄດ້​ເກີດ​ຂຶ້ນ ຍ້ອນ​ການ​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ຜູ້​ຕ້ອງ​ສົງ​ໄສຄະ​ດີ​ອາ​ຍາ ໄປ​ໃຫ້​ຈີນ​ແຜນ​ດິນ​ໃຫຍ່ ເພື່ອ​ການ​ດຳ​ເ​ນີນ​ຄະ​ດີ ຫາກ​ນັບ​ຕັ້ງ​ແຕ່ນັ້ນ​ມາ ​ການ​ປະ​ທ້ວງໄດ້​ຫັນ​ປ່ຽນ​ກາຍ​ເປັນ​ການ​ຮຽກ​ຮ້ອງ ເພື່ອ​ໃຫ້​ມີ ປະ​ຊາ​ທິ​ປະ​ໄຕ​ຢ່າງ​ຄົບ​ຖ້ວນ​ສຳ​ລັບ​ຮົງ​ກົງ. ປະ​ຊາ​ຊົນຫຼາຍກວ່າ 3,000 ຄົນ ໄດ້​ຖືກ​ຈັບ​ກຸມ ນັບ​ຕັ້ງ​ແຕ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ​ທ່ານນນາງ ມໍ​ຣ​ແກນ ​ອໍ​ຣ​ເທ​ກັ​ສ ໄດ້​ອອກ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ຈັນ​ວານນີ້ ໂດຍ​ກ່າວ​ປະ​ນາມຕໍ່ “ຄວາມ​ຮຸນ​ແຮງ​ຈາກ​ໝົດ​ທຸກ​ຝ່າຍ” ແລະ​ຊຸກ​ຍູ້​ໃຫ້ “ທຸກ​ຝ່າຍ--ຕຳຫຼວດ ແລະ​ພວກ​ປະ​ທ້ວງ--ຈົ່ງ​ໃຊ້​ຄວາມ​ອົດທົນ​ຍັບ​ຍັ້ງ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG