ບັນດາພະນັກງານແພດໃນຮົງກົງ ພວມພາກັນນັດຢຸດງານເປັນມື້ທີສອງລຽນຕິດ ໃນວັນອັງຄານມື້ນີ້ ໃນຂະນະທີ່ດິນແດນຂອງຈີນແຫ່ງນີ້ ລາຍງານວ່າ ມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ຄົນທຳອິດແລ້ວ ຊຶ່ງພະຍາດດັ່ງກ່າວ ໄດ້ເອົາຊີວິດປະຊາຊົນຢູ່ໃນຈີນແຜ່ນດິນໃຫຍ່ ໄປແລ້ວ 425 ຄົນ.
ຮົງກົງ ໄດ້ປິດດ່ານກວດຄົນເຂົ້າເມືອງຕາມຊາຍແດນຕິດກັບຈີນແຜ່ນດິນໃຫຍ່ ທັງທາງບົກ ແລະທາງທະເລ ເກືອບທັງໝົດ ໃນຕອນທ່ຽງຄືນ ຕາມເວລາໃນທ້ອງຖິ່ນ ຫຼັງຈາກ ພວກພະນັກງານແພດ ຫຼາຍກວ່າ 2,000 ຄົນ ໄດ້ພາກັນ ຍ່າງອອກຈາກວຽກໃນວັນຈັນວານນີ້ ໂດຍຮຽກຮ້ອງໃຫ້ປິດດ່ານຂ້າມຊາຍແດນທັງຫຼາຍໂດຍສິ້ນເຊີງ. ຮົງກົງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຍ້ອນໂຣກລະບົບຫາຍໃຈອັກເສບຮ້າຍແຮງ ຫຼື SARS ໃນປີ 2002 ແລະ 2003.
ທາງການສາທາລະນະສຸກຂອງຮົງກົງ ໄດ້ລະບຸຜູ້ເຄາະຮ້າຍຕິດເຊື້ອໄວຣັສ ເປັນຜູ້ຊາຍ ອາຍຸ 39 ປີ ໂດຍມີການເຈັບປ່ວຍມາກ່ອນແລ້ວ ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມເມືອງວູຮານ ເມື່ອບໍ່ດົນມານີ້ ບ່ອນທີ່ເປັນຈຸດສູນກາງຂອງການລະບາດນັ້ນ.
ໃນຂະນະດຽວກັນ ເຂດໝາເກົ້າທີ່ເປັນດິນແດນແຫ່ງການພະນັນ ກໍໄດ້ປະກາດໃນວັນອັງຄານມື້ນີ້ ວ່າ ຕົນຈະປິດກິດຈະການຄາຊີໂນທຸກແຫ່ງ ເປັນເວລາສອງສັບປະດາ ເພື່ອຊ່ອຍຫລຸດຜ່ອນການແຜ່ລາມຂອງໄວຣັສດັ່ງກ່າວ.
ຈຳນວນຕົວເລກທັງໝົດ ຂອງກໍລະນີຜູ້ທີ່ໄດ້ລົ້ມປ່ວຍຍ້ອນໄວຣັສໂຄໂຣນາສາຍພັນໃໝ່ ໃນຈີນຊຶ່ງໄດ້ຮັບການຢືນຢັນແລ້ວນັ້ນ ແມ່ນໄດ້ສູງຂຶ້ນເກີນ 20,000 ຄົນແລ້ວ. ມີປະມານ 150 ກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຮັບການຢືນຢັນ ໃນ 23 ປະເທດອືນໆດ້ວຍ. ໃນວັນອາທິດຜ່ານມານີ້ ຟີລິບປິນ ໄດ້ລາຍງານວ່າ ມີຜູ້ເສຍຊີວິດຄົນທຳອິດ ຈາກໄວຣັສໂຄໂຣນາ ຢູ່ນອກປະເທດຈີນ.
ການສຶກສາຄົ້ນຄວ້າໃໝ່ ໄດ້ຖືກພິມອອກເຜີຍແຜ່ ໃນວັນຈັນວານນີ້ ໃນວາລະສານ Nature ທີ່ໄດ້ກ່າວວ່າ ບັນດານັກຊ່ຽວຊານ ຈາກສະຖາບັນດ້ານເຊື້ອໂຣກວິທະຍາຂອງວູຫານ ຊຶ່ງທຳການສຶກສາຄົ້ນຄວ້າເຊື້ອໂຣກຕ່າງໆໂດຍສະເພາະນັ້ນ ກ່າວວ່າ ເຊື້ອໂຣກໃໝ່ນີ້ ແມ່ນມີກຳມະພັນແບບດຽວກັນກັບ ເຊື້ອໂຣກ ທີ່ໄດ້ພົບເຫັນ ໃນເຈຍຢູ່ທີ່ແຂວງຢຸນນານ ທາງພາກໃຕ້ຂອງຈີນ ເຖິງ 96 ເປີເຊັນ.
ການສຶກສາດັ່ງກ່າວ ໄດ້ກ່າວອີກວ່າ ສາຍພັນໃໝ່ຂອງໄວຣັສໂຄໂຣນາ ແມ່ນມີຄວາມຄ້າຍຄຽງເຖິງ 80 ເປີເຊັນ ກັບໄວຣັສ SARS ທີ່ໄດ້ເອົາຊີວິດຫຼາຍກວ່າ 800 ຄົນ ໃນປີ 2002 ແລະ 2003.
ເຈົ້າໜ້າທີ່ຂອງຈີນ ບໍ່ຮູ້ຢ່າງຄັກແນ່ວ່າ ເຊື້ອໄວຣັສຕິດແປດຈາກພວກສັດໄປຫາຄົນໄດ້ແນວໃດ ແຕ່ເຊື່ອວ່າ ຕະຫຼາດກາງແຈ້ງຫຼາຍໆແຫ່ງຢູ່ໃນຈີນ ເປັນບ່ອນທີ່ສັດປ່າ ແລະສັດລ້ຽງທັງຫຼາຍ ໄດ້ຖືກວາງຂາຍນັ້ນ ອາດເປັນສ່ວນປະກອບຂອງການຕິດແປດ.