ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາເສດຖີດ້ານສື່ມວນຊົນ ຂອງຮົງກົງ ກ່າວວ່າ ທ່ານບໍ່ມີຄວາມຜິດ ຕໍ່ການລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດ


ລົດຕູ້ຂອງຄຸກ ທີ່ເອົາຜູ້ຈັດພິມທີ່ເປັນນັກເຄື່ອນໄຫວ ທ່ານ ຈິມມີ້ ຫຼາຍ ມາທີ່ສານຂອງ the West Kowloon Magistrates, ເຊິ່ງເປັນບ່ອນພິຈາລະນາຄະດີ ຂອງທ່ານຫຼາຍ ໃນຮົງກົງ, ວັນທີ 2 ມັງກອນ 2024.
ລົດຕູ້ຂອງຄຸກ ທີ່ເອົາຜູ້ຈັດພິມທີ່ເປັນນັກເຄື່ອນໄຫວ ທ່ານ ຈິມມີ້ ຫຼາຍ ມາທີ່ສານຂອງ the West Kowloon Magistrates, ເຊິ່ງເປັນບ່ອນພິຈາລະນາຄະດີ ຂອງທ່ານຫຼາຍ ໃນຮົງກົງ, ວັນທີ 2 ມັງກອນ 2024.

ມະຫາເສດຖີດ້ານສື່ມວນຊົນ ແລະນັກເຄື່ອນໄຫວເພື່ອປະຊາທິປະໄຕ ຂອງຮົງກົງ ທ່ານຈິມມີ້ ຫຼາຍ (Jimmy Lai) ໄດ້ກ່າວວ່າ ທ່ານບໍ່ມີຄວາມຜິດ ໃນວັນອັງຄານວານນີ້ ຕໍ່ຂໍ້ກ່າວຫາທາງອາຍາ ທີ່ກ່ຽວຂ້ອງກັບການລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດ.

ທ່ານຫຼາຍ ຜູ້ທີ່ມີອາຍຸ 76 ປີ ໄດ້ຖືກຕັ້ງຂໍ້ຫາ 2 ຂໍ້ ໃນຖານສົມຮູ້ຮ່ວມຄິດ ກັບກອງກຳລັງຕ່າງຊາດ ແລະອີກນຶ່ງຂໍ້ກ່າວຫາ ໃນການສົມຮູ້ຮ່ວມຄິດ ພິມເຜີຍແຜ່ສິ່ງພິມເພື່ອປຸກລະດົມ. ທ່ານ​ໄດ້ອອກມາສາລະພາບ​ວ່າ ທ່ານ ​ບໍລິສຸດທຸກຄັ້ງ​ທີ່ທັງ 3 ຂໍ້ກ່າວຫາ ໄດ້ຖືກອ່ານ.

“ບໍ່ມີຄວາມຜິດ,” ຊາວອັງກິດກ່າວສາມຄັ້ງໃນຂະນະທີ່ການກ່າວຫາແຕ່ລະຂໍ້ຖືກອ່ານ. ທ່ານຫຼາຍ ນັ່ງຢູ່ໃນຕູ້ແກ້ວທີ່ອ້ອມຮອບດ້ວຍຍາມຮັກສາຄວາມປອດໄພ. ຢູ່​ໃນ​ຫ້ອງຂອງ​ສານ, ຄອບ​ຄົວ, ນັກ​ການ​ທູດ​ຕ່າງ​ປະ​ເທດ ແລະ ຜູ້​ສະ​ໜັບ​ສະ​ໜູນ​ໄດ້​ເຕົ້າ​ໂຮມ​ກັນຢູ່ທີ່ນັ້ນ.

ທ່ານຫຼາຍ ໄດ້​ສ້າງ​ຕັ້ງ​ຫນັງ​ສື​ພິມ Apple Daily ​ທີ່ສະໜັບສະໜູນ​ປະ​ຊາ​ທິ​ປະ​ໄຕ ທີ່​ໃນ​ປັດ​ຈຸ​ບັນ​ໄດ້ຖືກບັງຄັບໃຫ້ປິດ ແລະ​ເປັນ​ນຶ່ງ​ໃນ​ນັກ​ວິ​ຈານ​ຂອງຮົງ​ກົງ​ທີ່​ສໍາ​ຄັນ​ທີ່​ສຸດ ຕໍ່​ການ​ນໍາ​ພາ​ພັກ​ກອມ​ມູ​ນິສ​ຈີນ​, ລວມ​ທັງ​ປະ​ທານ​ປະ​ເທດ ສີ ຈິ້ນຜິງ​.

ໄອຍະການ ແອນໂທນີ ຊາວ (Anthony Chau) ໄດ້ອະທິບາຍວ່າ ທ່ານ ຫຼາຍ ເປັນ “ບຸກຄົນຫົວຮຸນແຮງ” ຢູ່ໃນຖະແຫຼງການຂອງທ່ານ ໃນລະຫວ່າງການດໍາເນີນຄະດີຂອງວັນອັງຄານວານນີ້. ທ່ານ​ໄດ້​ກ່າວ​ຫາ​ທ່ານຫຼາຍ ວ່າ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບຕ່າງ​ຊາດ ເຊັ່ນ​ສະຫະລັດ ຢູ່​ໃນ​ຖະ​ແຫຼງການ​ສາທາລະນະ​ຂອງ​ທ່ານຫຼາຍ ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ຕໍ່​ຈີນ ​ເພື່ອ​ຕອບໂຕ້ຕໍ່​ກົດໝາຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG