ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ​ຮົງ​ກົງ ຈັບ​ພວກ​ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ 3 ຄົນ


Hong Kong Protests Arrested
please wait

No media source currently available

0:00 0:00:42 0:00

ຕຳ​ຫຼວດ​ຮົງ​ກົງ ໄດ້​ຈັບ​ພວກ​ນັກ​ເຄື່ອນ​ໄຫວເພື່ອ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ຊື່​ສຽງ 3 ຄົນ​ໃນ​ວັນ​ສຸກມື້ນີ້ ຮວມ​ທັງ​ທ່ານ​ຈິມ​ມີ ລາຍ (Jimmy Lai) ທີ່​ມີ​ອິດ​ທິ​ພົນ​ທາງ​ດ້ານສື່ມວນ​ຊົນ ໃນ​ຂໍ້​ຫາ​ໂຮມ​ຊຸມ​ນຸມ​ແບບ​ຜິດ​ກົດ​ໝາຍ.

ທ່ານ​ລາຍ ທີ່​ໄດ້​ຕ້ອງ​ຕິ​ປັກ​ກິ່ງ​ແບບ​ບໍ່​ຢ້ານ ພ້ອມ​ກັບ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປ​ະ​ໄຕ​ອີກ 2 ຄົນ ໄດ້​ຖືກ​ກ່າວ​ຫາ ຍ້ອນ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນເດືອນ​ສິງ​ຫາ​ປີ​ກາຍ.

ທ່ານ​ລາຍ ຊຶ່ງ​ບໍ່​ໄດ້​ເວົ້າ​ຫຍັງ​ຫຼາຍ​ກັບ​ພວກ​ນັກ​ຂ່າວ ເມື່ອ​ທ່ານ​ຖືກ​ປ່ອຍ​ໃນ​ເວ​ລາ​ຕໍ່​ມາ​ໃນ​ມື້ນີ້ ກ່າວ​ກັນ​ວ່າ ໄດ້​ຕົກ​ເປັນ​ເປົ້າ ​ໃນ​ການ​ຕິ​ໜິ​ຕິ​ຕຽນ​ຂອງ​ສື່ມວນ​ຊົນ​ຈີນ.

ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຢັດ ຫຼີ ເຈິກ ຢານ ແລະ​ທ່ານ​ເຢີງ ຊຸມ ທີ່​ໄດ້​ຖືກ​ຈັບ​ໃນ​ຂໍ້​ຫາ​ດຽວ​ກັນ ​ກໍໄດ້​ອອກ​ຈາກ​ຫ້ອງ​ການ​ຕຳ​ຫຼວດ​ໄປ ໂດຍ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ.

ຕຳ​ຫຼວດ​ກ່າວ​ວ່າ ບຸກ​ຄົນ​ທັງ 3 ຈະ​ໄປ​ປາ​ກົດ​ໂຕ​ຢູ່​ທີ່​ສານ ໃນ​ວັນ​ທີ 5 ພຶດ​ສະ​ພາ​ຈະ​ມານີ້.

Hong Kong police Friday arrested three prominent Hong Kong pro-democracy activists, including media mogul Jimmy Lai, on charges of illegal assembly.

Lai, an outspoken critic of Beijing, and two other pro-democracy activists were charged for having taken part in an August protest march.

Lai, who did not speak to reporters when he was released later in the day, is said to have been a target of criticism by Chinese state media.

Former legislators Lee Cheuk-yan and Yeung Sum, who were also arrested on the same charges, left without making statements.

Police say all three are due in court May 5.

XS
SM
MD
LG