ຕຳຫຼວດຢູ່ໃນຮົງກົງໄດ້ຈັບກຸມ 11 ຄົນ ຮວມຢູ່ໃນນັ້ນ ແມ່ນມີທະນາຍຄວາມ ແລະທີ່
ສະມາຊິກສະພາເຂດ ທ່ານດານຽລ ວອງ-ວັອກຕຸງ (Daniel Wong Kwok-tung)
ໃນຂໍ້ຫາ ໃຫ້ການຊ່ວຍເຫຼືອ ແກ່ຊາວຮົງກົງສິບສອງຄົນ ຜູ້ທີ່ ພະຍາຍາມຫຼົບໜີຈາກ
ຮົງກົງ ໄປໄຕ້ຫວັນ ໂດຍທາງເຮືອໄວໃນປີແລ້ວນີ້.
ຮູບພາບວີດີໂອ ໃນວັນພະຫັດວານນີ້ໄດ້ສະແດງໃຫ້ເຫັນວ່າ ທ່ານວອງ ອາຍຸ 71 ປີ
ຖືກໃສ່ກັບມື ໃນຂະນະທີ່ທ່ານຖືກນຳພາໂຕອອກຈາກຕຶກບ້ານພັກທ່ານໃນເຂດ ໄຕ້
ວາຍ (Tai Wai) ຂອງຮົງກົງ.
ທ່ານວອງ ມີລາຍງານ ຮ້ອງອອກມາວ່າ “ປະຊາທິປະໄຕ ການປົກຄອງດ້ວຍຕົວບົດ
ກົດໝາຍ ສິດທິມະນຸດ. ຕໍ່ສູ້ໄປເລື້ອຍໆ ແລະຢ່າຍອມແພ້ ຊາວຮົງກົງ.”
ວີໂອເອ ໄດ້ຕິດຕໍ່ໄປຫາຕຳຫຼວດຮົງກົງ ຜູ້ທີ່ໄດ້່ຕອບດ້ວຍການອ່ານຖະແຫຼງ ການ.
“ຫຼັງຈາກການສືບສວນຢ່າງລະອຽດແລ້ວ ກົມຮັກສາຄວມປອດໄພແຫ່ງຊາດ ໄດ້ຈັບຜູ້ຊາຍ 8 ຄົນ ແລະແມ່ຍິງ 3 ຄົນ ອາຍຸລະຫວ່າງ 18 ຫາ 72 ປີ ຢູ່ໃນເຂດຕ່າງໆມື້ນີ້ ວັນທີ 14 ມັງກອນ ໃນຖານໃຫ້ການຊ່ວຍເຫຼືອຜູ້ກະທຳ ຜິດ. ບຸກຄົນທີ່ຖືກຈັບກຳ
ລັງຖືກກັກຂັງ ເພື່ອສອບຖາມຕໍ່ໄປອີກ.”