ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຮົງກົງ ເປີດກວ້າງ ຕໍ່ການສົນທະນາຫາລື, ແລະປະຕິຍານວ່າ ຈະ 'ກຳຈັດ' ຄວາມຮຸນແຮງ


ຜູ້ນຳຮົງກົງ ທ່ານນາງ ແຄຣີ ແລມ ຟັງຄຳຖາມຂອງ ບັນດານັກຂ່າວ ໃນລະວຫ່າງກອງປະຊຸມຖະແຫລງຂ່າວ ໃນຮົງກົງ ວັນອັງຄານ ທີ 27 ສິງຫາ 2019.
ຜູ້ນຳຮົງກົງ ທ່ານນາງ ແຄຣີ ແລມ ຟັງຄຳຖາມຂອງ ບັນດານັກຂ່າວ ໃນລະວຫ່າງກອງປະຊຸມຖະແຫລງຂ່າວ ໃນຮົງກົງ ວັນອັງຄານ ທີ 27 ສິງຫາ 2019.

ຜູ້ນຳຮົງກົງ ທ່ານແຄຣີ ແລມ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ທ່ານນາງ ເປີດກວ້າງຕໍ່ ການສົນທະນາກັບພວກປະທ້ວງ ແຕ່ວ່າ ລັດຖະບານ ຈະບໍ່ອົດທົນອີກຕໍ່ໄປ ກັບຄວາມ
ຮຸນແຮງ.

ທ່ານນາງແລມ ໄດ້ເວົ້າວ່າ “ຖ້າຫາກຄວາມຮຸນແຮງຍັງມີຢູ່ຕໍ່ໄປ ສິ່ງດຽວເທົ່ານັ້ນ ທີ່
ພວກເຮົາຄວນເຮັດ ແມ່ນກຳຈັດຄວາມຮຸນແຮງນັ້ນໃຫ້ໝົດໄປ ດ້ວຍມາດຕະການບັງ
ຄັບໃຊ້ກົດໝາຍ.”

ທ່ານນາງໄດ້ກ່າວວ່າ ມັນຈະບໍ່ເໝາະສົມເລີຍ ທີ່ລັດຖະບານ ຈະຍອມຮັບຂໍ້ຮຽກຮ້ອງ
ຕ່າງໆ ຂອງພວກປະທ້ວງ ຜູ້ທີ່ອາໄສຄວາມຮຸນແຮງ ແລະການຮາວີ.

ທ່ານນາງແລມ ໄດ້ເວົ້າອີກວ່າ “ພວກເຮົາຕ້ອງການຈະຍຸຕິສະຖານະການຂອງຄວາມ
ວຸ້ນວາຍ ຢູ່ໃນຮົງກົງ ດ້ວຍການບັງຄັບໃຊ້ກົດໝາຍ ໃນເວລາດຽວກັນ ພວກເຮົາຈະບໍ່
ລົ້ມເລີກ ການສ້າງເວທີເພື່ອການສົນທະນາຫາລືກັນ.”

ທ່ານນາງແລມ ບໍ່ຄ່ອຍໄດ້ອອກມາໃຫ້ຄຳເຫັນຕໍ່ມະຫາຊົນ ຕະຫຼອດໄລຍະສອງສາມ
ເດືອນຂອງການເດີນຂະບວນປະທ້ວງ ທີ່ໄດ້ເລີ້ມຂຶ້ນ ໂດຍການຮຽກຮ້ອງເພື່ອໃຫ້ຍຸຕິ
ຮ່າງກົດໝາຍສົ່ງຄົນຮ້າຍໄປໃຫ້ຈີນ ແລະໄດ້ຂະຫຍາຍອອກ ໂດຍຮວມທັງການຮຽກ
ຮ້ອງໃຫ້ມີລະບອບປະຊາທິປະໄຕທີ່ຄົບຖ້ວນ.

ພວກປະທ້ວງ ມີແຜນທີ່ຈະສືບຕໍ່ເດີນຂະບວນປະທ້ວງ ຊຶ່ງເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດ
ຕໍ່ຄວາມສະຫງົບ ໃນສູນກາງດ້ານການເງິນຂອງເອເຊຍ ນັບຕັ້ງແຕ່ອັງກິດ ໄດ້ມອບ
ການຄວບຄຸມຂອງຮົງກົງຄືນໃຫ້ຈີນ ໃນປີ 1997. ພວກປະທ້ວງ ກ່າວວ່າ ພວກເຂົາ
ເດີນຂະບວນປະທ້ວງຕໍ່ຕ້ານ ສິ່ງທີ່ພວກເຂົາເຫັນວ່າ ເປັນການທົດຖອຍລົງຂອງສິດທິ
ພາຍໃຕ້ການຈັດແຈງທີ່ວ່າ “ນຶ່ງປະເທດ ສອງລະບົບ” ຊຶ່ງປັກກິງ ເລີ້ມເຂົ້າມາຄວບຄຸມ
ເຂດແດນແຫ່ງນີ້.

ຕຳຫຼວດໄດ້ຈັບກຸມພວກປະທ້ວງ ຫຼາຍກວ່າ 80 ຄົນ ໃນລະຫວ່າງການປະທ້ວງໃນວັນ
ເສົາ ແລະວັນອາທິດ ທີ່ຜ່ານມານີ້ ທີ່ປະກອບດ້ວຍ ເຫດການປະທະກັນກັບພວກເຈົ້າ
ໜ້າທີ່ຕຳຫຼວດ.

ຝ່າຍຕຳຫຼວດ ໄດ້ຖິ້ມໂທດໃສ່ພວກປະທ້ວງ ສຳລັບ “ການເພີ້ມທະວີ ແລະການກໍ່ຄວາມ
ຮຸນແຮງທີ່ຜິດກົດໝາຍ” ໃນຂະນະດຽວກັນ ກຸ່ມບັນດາສະມາຊິກສະພາທີ່ສະໜັບສະໜຸນ
ປະຊາທິປະໄຕ ກຸ່ມນຶ່ງ ກໍໄດ້ກ່າວວ່າ ມັນແມ່ນການກະທຳຂອງຕຳຫຼວດ ທີ່ “ບໍ່ສົມເຫດ
ສົມຜົນທັງຫຼາຍນັ້ນ.”

ສະມາຊິກສະພາ ທ່ານແອນດຣູ ວານ ໄດ້ກ່າວວ່າ ຕຳຫຼວດ ໄດ້ຍຸແຍ່ໃຫ້ພວກປະທ້ວງ
ເຂົ້າໄປຄຸ້ມຄອງຫົນທາງທີ່ຖືກກີດຂວາງຢູ່ແລ້ວ ໂດຍຕຳຫຼວດ ແລະວ່າ ການກະທຳຂອງ
ລັດຖະບານ ແລະຕຳຫຼວດ ໃນລະຫວ່າງ ສອງສາມສັບປະດາຜ່ານມາ ຕໍ່ພວກປະທ້ວງ ກໍ່ໃຫ້ເກີດ “ຄວາມຄຽດແຄ້ນ ພາຍໃນກຸ່ມປະຊາຊົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG