ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຮົງກົງ ສະໜັບສະໜູນ ການຮຽກຮ້ອງ ໂດຍເຈົ້າໜ້າທີ່ຄົນສຳຄັນ ໃຫ້ປະຕິຮູບການເລືອກຕັ້ງ


ຫົວໜ້າບໍລິຫານຮົງກົງ ທ່ານນາງແຄຣີ ແລມ ຮ່ວມກອງປະຊຸມຖະແຫຼງຂ່າວປະຈຳອາທິດ.
ຫົວໜ້າບໍລິຫານຮົງກົງ ທ່ານນາງແຄຣີ ແລມ ຮ່ວມກອງປະຊຸມຖະແຫຼງຂ່າວປະຈຳອາທິດ.

ຫົວໜ້າບໍລິຫານຮົງກົງ ທ່ານນາງແຄຣີ ແລມ ໃຫ້ການສະໜັບສະໜູນ ຕໍ່ການຮຽກຮ້ອງ
ຂອງເຈົ້າໜ້າທີ່ຈີນທີ່ສຳຄັນຄົນນຶ່ງ ເພື່ອໃຫ້ປະຕິຮູບການເລືອກຕັ້ງ ທີ່ ຈະຄໍ້າປະກັນວ່າ
ສະພານິຕິບັນຢັດຂອງຮົງກົງເຕັມໄປດ້ວຍບັນດາຜູ້ຈົງຮັກພັກດີ ທີ່ສະໜັບສະໜູນຕໍ່ປັກກິ່ງ.

ທ່ານເຊຍ ບາວລອງ ຜູ້ອຳນວຍການຫ້ອງການກິດຈະການຮົງກົງ ແລະມາກາວ ຂອງສະ
ພາທີ່ປຶກສາລັດ ກ່າວໃນວັນຈັນວານນີ້ວ່າ ຮົງກົງສາມາດປົກຄອງໂດຍ “ຜູ້ຮັກຊາດ” ຊຶ່ງ
ທ່ານກ່າວວ່າບໍ່ໄດ້ຮວມກັບຄົນທີ່ທ່ານອະທິບາຍວ່າ “ເປັນຜູ້ສ້າງບັນຫາ.”

ທ່ານນາງແລມ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານມື້ນີ້ວ່າ ທ່ານນາງເຂົ້າໃຈ ວ່າ ເປັນ
ຫຍັງພວກເຈົ້າໜ້າທີ່ລັດຖະບານກາງ ຈຶ່ງມີຄວາມເປັນຫ່ວງໃນຂະນະທີ່ “ເຂົາເຈົ້າບໍ່ຢາກ
ໃຫ້ສະຖານະການຊຸດໂຊມລົງຕື່ມໃນທາງທີ່ວ່າ “ປະເທດນຶ່ງ ສອງລະບົບ” ຈັດຕັ້ງປະຕິ
ບັດບໍ່ໄດ້ແລ້ວ.

ສະພາແຫ່ງຊາດຂອງຈີນ ຄາດວ່າຈະອອກການປ່ຽນແປງຫຼາຍຢ່າງ ຕໍ່ການຈັດ ການເລືອກ
ຕັ້ງຂອງຮົງກົງ ລະຫວ່າງກອງປະຊຸມ ເດືອນໜ້ານີ້. ຮວມຢູ່ໃນນັ້ນ ຄາດໝາຍມີການປ່ຽນ
ແປງ ການອະນຸຍາດອຳນາດການປ່ອນບັດເພີ້ມຂຶ້ນ ໃຫ້ ແກ່ບັນດາສະມາຊິກສະໜັບສະ
ໜູນປັກກິ່ງ ຂອງສະມາຊິກ ຄະນະກໍາມະການ ເລືອກຕັ້ງ ຮົງກົງ 1,200 ຄົນ ທີ່ເລືອກເອົາ
ຫົວໜ້າບໍລິຫານ ຂອງຮົງກົງນັ້ນ. ການປ່ຽນແປງນີ້ ອາດຈະຫລຸດສິດທິໃນການປ່ອນບັດ
ຂອງສະພາທີ່ປຶກສາເຂດລະດັບທີ່ຕໍ່າກວ່າ ຊຶ່ງຫຼາຍທ່ານໃຫ້ການສະໜັບສະໜູນ ແກ່ຜູ້ສະໜັບສະໜູນປະ ຊາທິປະໄຕ.

ພາຍໃຕ້ແນວຄິດ “ປະເທດດຽວ ສອງລະບົບ” ຮົງກົງ ໄດ້ມີການໃຫ້ຄຳໝັ້ນ ສັນຍາ ທີ່ຈະ
ໄດ້ຮັບສິດທີພົນລະເຮືອນຫຼາຍຢ່າງ ກວ່າຢູ່ໃນແຜ່ນດິນໃຫຍ່ເວ ລາອັງກິດໂອນຮົງກົງ ໃຫ້
ກັບຄືນໄປຢູ່ພາຍໃຕ້ການຄວບຄຸມຈີນ ໃນປີ 1997.

ອາ່ນຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG