ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ນຳ​ຮົງ​ກົງ ທີ່​​ນິ​ຍົມ​ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ ໄດ້​ກ່າວ​ຂໍ​ອະ​ໄພ​


​ຜູ້​ນຳ​ຮົງ​ກົງ ທີ່​​ນິ​ຍົມ​ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ, 15 ມິ​ຖຸ​ນາ 2019, ໃນ​ຮົງ​ກົງ.
​ຜູ້​ນຳ​ຮົງ​ກົງ ທີ່​​ນິ​ຍົມ​ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ, 15 ມິ​ຖຸ​ນາ 2019, ໃນ​ຮົງ​ກົງ.

​ຜູ້​ນຳ​ຮົງ​ກົງທີ່ນິ​ຍົມ​ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ ໄດ້​ກ່າວ​ຂໍ​ອະ​ໄພ​ ໃນ​ວັນ​ອັງ​ຄານ​ມື້​ນີ້
ສຳ​ລັບວິ​ກິດ​ການ​ທາງ​ການ​ເມືອງ ແລະ​ຄວາມ​ບໍ່​ສະ​ຫງົບທີ່​ໄດ້​ເລີ້ມ​ຂຶ້ນ ໂດຍການ​ສະ​ເໜີ​
ຮ່າງກົດ​ໝາຍ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ ໄປ​ຈີນ​ແຜ່ນ​ດິນ​ໃຫຍ່. ແຕ່​ທ່ານ​
ນາງ​ຍັງ​ບໍ່​ທັນ​ໄດ້​ຍອມອ່ອນ​ຂໍ້ ​ຕໍ່​ຄຳຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພວກ​ປະ​ທ້ວງ​ທີ່​ຢາກ​ໃຫ້
​ທ່ານ​ນາງ​ລາ​ອອກ​ຈາກ​ຕຳ​ແໜ່ງ ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ນີ້.

ທ່ານ​ນາງ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ກ​ານ​ເຮັດ​ວຽກ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ
​ໄດ້​ຈົບ​ສິ້ນ​ລົງ​ໄປ​ແລ້ວ ​ເວ​ລາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໝົດ​ອາ​ຍຸ​ໃນ​ເດືອນ​ກໍ​ລະກົດ​ປີ​ໜ້າ
ແຕ່ທ່ານ​ນາງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​ຈະ​ຢູ່​ໃນ​ຕຳ​ແໜ່ງ​ຕໍ່​ໄປ ຈົນ​ກວ່າ​ຈະ​ເສັດ​ສິ້ນ​ອາ​ຍຸ​
ໃນ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານນາງ.

ທ່ານ​ນາງ​ແລມ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຍິ​ນ​ສຽງ​ພວກ​ທ່ານ​ຢ່າງ​ແຮງ ແລະ​ຈະ​ແຈ້ງ
ແລະ​ກໍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ”
ແລະ​ທ່ານນາງ​ກ່າວ
​ຕື່ມ​ວ່າ ທ່ານ​ນາງໄດ້​ແບກ​ຫາບ “ຢ່າງ​ເປັນ​ການ​ສ່ວນ​ຕົວ” ເປັນ​ສ່ວນໃຫຍ່​ຕໍ່​ຄວາມ​ຮັບ
​ຜິດ​ຊອບ ຫ້ອມ​ລ້ອມ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ.

ທ່ານ​ນາງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ອະ​ໄພ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຮົງ​ກົງ.

ຝ່າຍຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ໄດ້​ທຳ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ຂຶ້ນເລື້ອຍໆ​
ໃນ​ຮົງ​ກົງ ໃນ​ເດືອນ​ນີ້. ພວກ​ທີ່​ຈັດ​ການ​ປະ​ທ້ວງ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ມີ​ພວກ​ປະ​ທ້ວງ​
ປະ​ມານ 2 ລ້ານ​ຄົນ​ອອກ​ມາ​ປະ​ທ້ວງ ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້.

ໃນ​ຂະ​ນະ​ທີ່​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ຈະ​ສາ​ມາ​ອະ​ນຸ​ຍາດ​ໃຫ້​ຮົງ​ກົງ ທີ່​ຈະ​ສົ່ງ​ຄະ​ດີ​ຄວາມ
ໃນ​ຈຳ​ນວນ​ບໍ່​ໜ້ອຍ ແລ້ວ​ແຕ່​ກໍ​ລະ​ນີ ໃນ​ພື້ນ​ຖານ ​ຂອງ​ການ​ບໍ່​ມີ​ຂໍ້ຕົກ​ລົງ ໄລ​ຍະ​ຍາວ,
ໂອ​ກາດ​ໃນ​ການທີ່ຈະ​ສົ່​ງ​ຜູ້​ຮ້າຍ​ຂ້າມ​ແດນ​ໄປ​ຍັງ​ຈີນ ໃນ​ບາງ​ກໍ​ລະ​ນີ ແມ່ນ​ສົ່ງ​ສັນ​ຍານ
​ເຕືອນ​ຢ່າງກ້​ວາງ​ຂວາງ ໃນ​ທົ່ວ​ທຸກ​ສັງ​ຄົມ​ຂອງ​ຮົງ​ກົງ.

ພວກ​ປະ​ທ້ວງ​ຈຳ​ນວນ​ຫຼວງ​ຫຼາຍ ແລະ​ສະ​ມາ​ຊິກ​ສະ​ພາທີ່​ສະ​ໜັບ​ສະ​ໜຸນປະ​ຊາ​ທິ​ປະ​ໄຕ
ເອີ້ນ​ຮ່າງ​ກົດ​ໝາຍ​ນີ້​ວ່າ ເປັນ “ຮ່າງ​ກົດ​ໝາຍຜີ” ຫຼື​ບໍ່ກໍ “​ກົດ​ໝາຍຜີ” ໃນ​ອັນ​ທີ່​ພວກ
​ເຂົາ​ເຈົ້າ​ເຫັນ​ວ່າ ເປັນ​ການ​ແຊກ​ແຊງ​ເຂົ້າ​ໃນປົກ​ຄອງ​ຕົນ​ເອງ​ຂອງ​ຮົງ​ກົງ ທີ່​ໄດ້​ຄ້ຳ​ປະ​ກັນ
​ ໃນ​ຖາ​ນະເປັນ​ອະ​ດີດ​ເມືອງ​ຂຶ້ນ​ຂອງ​ອັງ​ກິດ ຊຶ່ງ​ໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ ໄປຈົນ​ຮອດ​ປີ 2047.

ໃນ​ຂະ​ນະ​ດຽວ​ກັນ​ນີ້ ສະ​ຫະ​ລັດ ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ​ພວກ​ປະ​ທ້ວງ
ໃນ​ວັນ​ຈັນ​ວານ​ນີ້.

ໂຄ​ສົກກ​ະຊວງ​ການຕ່າ​ງ​ປະ​ເທດ ທ່ານ Morgan Ortagus ໄດ້​ກ່າວ​ວ່າ ພວກ​ປະ​ທ້ວງ
ແມ່ນ​ໄດ້​ຖືກ​ສະ​ໜັບ​ສະ​ໜຸນ ​ໃຫ້​ປະ​ທ້ວງ​ຢ່າງ​ສັນ​ຕິ ສຳ​ລັບ“​ຮັກ​ສາ​ໄວ້ຊຶ່ງ​ກົດ​ໝາຍໃນ
ຂັ້ນພື້ນ​ຖານ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG