ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາ​ນິຕິ​ບັນ​ຢັດ ຂອງ​ຮົງ​ກົງ ຖຶກກ່າວຫາ ລະເມີດກົດໝາຍ


ທີ່ປຶກສາ​ສະພາ​ນິຕິ​ບັນ​ຢັດຂອງ​ຮົງ​ກົງ ທີ່ຮູ້ກັນໃນນາມ "Long Hair - ຜົມຍາວ" ທ່ານ Leung Kwok-hung ຜູ້ສ້າງຕັ້ງໜັງສືພິມ Apple Daily.
ທີ່ປຶກສາ​ສະພາ​ນິຕິ​ບັນ​ຢັດຂອງ​ຮົງ​ກົງ ທີ່ຮູ້ກັນໃນນາມ "Long Hair - ຜົມຍາວ" ທ່ານ Leung Kwok-hung ຜູ້ສ້າງຕັ້ງໜັງສືພິມ Apple Daily.

ສະມາຊິກ​ສະພາ​ ​ສະໜັບສະໜູນ​ປະຊາທິປະ​ໄຕ ທີ່​ສຳຄັນ​ຄົນ​ນຶ່ງ​ຂອງຮົງ​ກົງ ໄດ້ຖືກ​ກ່າວ​ຫາ​ໃນ​ວັນ​ພະຫັດ​ມືີ້ນີ້ ​ຍ້ອນ​ບໍ່​ໄດ້​ປະກາດ​ ການ​ຮັບ​ເງິນ​ ຈາກເສດຖີ​ສື່ມວນ​ຊົນ​ທີ່​ມີ​ຊື່​ສຽງ​ທີ່​ຕໍ່ຕ້ານ​ຈີນ.

ທ່ານ Leung Kwok-hung ທີ່ຮູ້ກັນ​ໃນ​ອີກຊື່​ນຶ່ງວ່າ “Long Hair” ​ໄດ້​ຖືກ​ກ່າວ​ຫາ​ຮັບ​ເງິນ 32,000 ​ໂດ​ລາ​ຈາກ ທ່ານ Jimmy Lai ຜູ້​ສ້າງ​ຕັ້ງ​ໜັງສືພິມ Apple Daily. ໜັງສື​ພິມ​ດັ່ງກ່າວ ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ​ໃນ​ຖານະ​ທີ່​ໂຈມ​ຕີ​ປັກ​ກິ່ງ.

ຄະນະ​ກຳມະການຕໍ່ຕ້ານ​ການ​ສໍ້​ລາດບັງ​ຫຼວງ​ທີ່​ເປັນ​ອິດສະຫຼະຂອງ​ຮົງ​ກົງ ຫຼື ICAC ​ໄດ້​ຟ້ອງ​ຮ້ອງ​ທ່ານ Leung ​ໄວ 60 ປີ ​ໃນ​ຂໍ້​ຫາ 1 ກະ​ໂທ​ງ​ໃນຖານະ​ທີ່ປະພຶດ​ປະຕິບັດ​ທີ່​ບໍ່​ສົມຄວນ​ໃນ​ໜ້າ​ທີ່ເຮັດ​ວຽກ​ໃຫ້​ລັດຖະບານຊຶ່ງ​ທ່ານ Leung ​ເຫັນ​ວ່າ ມີ​ຈຸດປະສົງທາງ​ການ​ເມືອງ.

ການ​ມີ​ຊື່​ສຽງ​ໃນ​ການ​ໄວ້​ຜົມ​ຍາວ​ຂອງ​ທ່ານ ​ແລະ​ສວມ​ເສື້ອ Che Guevera ທ່ານ Leung ​ໄດ້​ຮັບໜ້າທີ່​ຢູຸ່​ໃນ​ສະພາ​ນິຕິ​ບັນ​ຢັດຂອງ​ຮົງ​ກົງ ມາ​ຕັ້ງ​ແຕ່​ປີ 2004. ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ ກັນຍາ​ທີ່​ຈະ​ເຖິງ​ນີ້.

ຕອນ​ທີ່​ທ່ານ​ຖືກ​ຖາມ​ກ່ຽວ​ກັບ​ວ່າ ຖ້າ​ຫາກ​ທ່ານ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ນີ້ ທ່າ​ນ Leung ກັບ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຈະ​ໃຫ້​ປາກຄຳ​ຕໍ່​ສານ​ຢ່າງ​ເປັນ​ທາງ​ການ​ບາດ​ດຽວ.” ທ່ານໄດ້​ຖືກ​ປ່ອຍ​ໃນ​ການ​ປະກັນ​ຕົວ ​ແລະ​ໄດ້​ມີໝ​າຍກຳໜົດ​ທີ່​ຈະ​ຂຶ້ນ​ສານ​ໃນ​ວັນສຸກ​ມື້​ອື່ນ​ນີ້.

ຄວາມ​ຢ້ານ​ກົວ​ທີ່​ວ່າ​ຈີນ​ ຈະ​ກຳຈັດ​ຮັດ​ເຄັ່ງ​ຮົງ​ກົງ​ ຂຶ້ນ​ນັ້ນ ​ແມ່ນວ່າ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ​ກໍ​ຍິ່ງ​ເຄັ່ງ​ຄັດ​ຮ້າຍ​ແຮງ​ຂຶ້ນ​ໂດຍ​ການ​ທີ່​ຮ້ານຂາຍ​ປື້​ມຊາວ​ຮົງກົງ ​ໄດ້ຖືກ​ຈັບ​ກຸ​ມ​ໃນ​ຈີນ ​ເປັນ​ເວລາ 8 ​ເດືອນ​ນັ້ນ. ຮ້ານຂາຍ​ປື້​ມ Lam Wing-kee ​ເປັນ​ທີ່​ຮູ້ຈັກ​ກັນ​ເປັນ​ຢ່າງ​ດີ​ໃນ​ການ​ຂາຍ​ເລື້ອງ​ລາວ ການ​ນິນທາ​ຕ່າງໆ​ນາໆ​ກ່ຽວ​ກັບ​ບັນດາ​ນັກການ​ເມືອງ​ຂອງ​ປັກ​ກິ່ງ ນັ້ນ.

ຮົງ​ກົງ ​ແມ່ນເຄິ່ງປົກຄອງ​ຕົນ​ເອງ ນັບ​ຕັ້ງ​ແຕ່​ໄດ້​ກັບ​ຄືນ​ໄປ​ສູ່​ຈີນ ຈາກ​ອັງກິດ​ປີ 1997 ​ໂດຍ​ທີ່​ການ​ມີ​ສິດ​ເສ​ລິ​ພາບນັ້ນ ​ແມ່ນ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ​ໃນ​ຈີນ​ແຜ່ນດິນ​ໃຫຍ່ ​ແຕ່ວ່າ​ໄດ້​ມີ​ຄວາມ​ຢ້ານ​ກົວ​ທີ່​ວ່າ ມັນ​ຈະ​ຖືກ​ບັ່ນ​ທອນ​ອອກ​ໄປ​ເລີຍ.​

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG