ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ຮົງກົງ ຮັບຟັງການພິຈາລະນະຄະດີກ່ຽວກັບ 'ການຕໍ່ຕ້ານການປົກຄອງ'


ແຟ້ມ-ຫົວໜ້າບັນນາທິການຂອງ Stand News ແພັດທຣິກ ແລມ (Patrick Lam) ຜູ້ຢູ່ທາງກາງ, ຖືກພາໂຕໄປຕຶກອາຫານຫ້ອງການຂອງສໍານັກງານຂ່າວ ໂດຍໃສ່ກະແຈມື, ລຸນຫຼັງຕໍາຫຼວດຖືກສົ່ງໄປກວດຄົ້ນສະຖານທີ່ດັ່ງກ່າວ ໃນຂົງເຂດ ກວນ ຕົງ (Kwun Tong) ຂອງຮົງກົງ, ວັນທີ 29 ທັນວາ 2021.
ແຟ້ມ-ຫົວໜ້າບັນນາທິການຂອງ Stand News ແພັດທຣິກ ແລມ (Patrick Lam) ຜູ້ຢູ່ທາງກາງ, ຖືກພາໂຕໄປຕຶກອາຫານຫ້ອງການຂອງສໍານັກງານຂ່າວ ໂດຍໃສ່ກະແຈມື, ລຸນຫຼັງຕໍາຫຼວດຖືກສົ່ງໄປກວດຄົ້ນສະຖານທີ່ດັ່ງກ່າວ ໃນຂົງເຂດ ກວນ ຕົງ (Kwun Tong) ຂອງຮົງກົງ, ວັນທີ 29 ທັນວາ 2021.

ອະດີດຫົວໜ້າບັນນາທິການ 2 ຄົນ ຂອງອົງການຂ່າວທີ່ຖືກປິດໄປແລ້ວ ຢູ່ໃນ ຮົງກົງ​ໄດ້ເຂົ້າຮັບຟັງການພິຈາລະນາຄະດີໃນວັນຈັນມື້ນີ້ ກ່ຽວກັບການພິມເຜີຍ ແຜ່ ເນື້ອຫາ ທີ່ເປັນການ “ຕໍ່​ຕ້ານ​ການ​ປົກ​ຄອງ,” ເຊິ່ງເປັນການຟ້ອງຮ້ອງດໍາເນີນຄະດີຫຼ້າສຸດ ຕໍ່​ພວກນັກຂ່າວ ຢູ່ໃນສູນກາງທຸລະກິດນີ້, ອີງຕາມ​ລາຍ​ງານ​ອົງການຂ່າວ AFP.

ການຕໍ່​ຕ້ານ​ການ​ປົກ​ຄອງ, ເຊິ່ງ​ເຄີຍ​ມີ​ການ​ນຳ​ໃຊ້ ໃນ​ສະ​ໄໝອານານິຄົມ ຂອງອັງກິດ, ໄດ້​ຖືກ​ຮັບ​ເອົາ​ໂດຍ​ຄະ​ນະໄອຍະການ ພ້ອມດ້ວຍກົດໝາຍດ້ານຄວາມໝັ້ນຄົງສະບັບໃໝ່ຂອງຈີນ ທີ່ໄດ້ດໍາເນີນການປາບປາມການປະທ້ວງເພື່ອປະຊາ ທິປະໄຕເມື່ອສາມປີທີ່ຜ່ານມາ.

ຊຸງ ປຸຍ-ເກິນ (Chung Pui-kuen) ອາຍຸ 54 ປີ, ແລະ ແພັດທຣິກ ແລມ (Patrick Lam) ອາຍຸ 34 ປີ, ໄດ້ຖືກຕັ້ງຂໍ້ຫາຮ່ວມກັບບໍລິສັດ Best Pencil Limited ເຊິ່ງເປັນບໍລິສັດແມ່ຂອງ News Stand, ໃນຂໍ້ຫາກ່ຽວກັບ “ການສົມຮູ້ຮ່ວມຄິດ ເພື່ອເຜີຍແຜ່ ແລະການຕີພິມເພື່ອຕໍ່​ຕ້ານ​ການ​ປົກ​ຄອງຄືນໃໝ່.”

ນັກຂ່າວທັງສອງທີ່ຖືກກັກຂັງມາເປັນເວລາ 10 ເດືອນ​ແລ້ວນັ້ນ ​ກ່າວ​ຕໍ່​ສານວ່າພວກເຂົາເຈົ້າບໍ່ມີຄວາມຜິດໃດໆ, ແລະຕ້ອງປະເຊີນກັບການຖືກຂັງຄຸກ ເປັນເວ ລາສອງປີ ຖ້າຫາກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ.

ອົງການຂ່າວ Stand News, ເປັນ​ອົງ​ການຂ່າວທີ່​ໄດ້​ຮັບນິຍົມຫຼາຍທາງອອນລາຍ ເຊິ່ງໄດ້ເປີດເຜີຍລາຍລະອຽດ ແລະນໍາສະເໜີຂ່າວໃນລັກສະນະຂອງຄວາມເຫັນໃຈ ກ່ຽວກັບການປະທ້ວງເພື່ອປະຊາທິປະໄຕໃນຮົງກົງ, ພ້ອມກັບການປາບປາມທີ່ເຂັ້ມງວດຂຶ້ນຫຼັງຈາກນັ້ນ.

ເຈົ້າໜ້າທີ່ຕໍາຫຼວດດ້ານຄວາມໝັ້ນຄົງແຫ່ງຊາດ ໄດ້ບຸກເຂົ້າກວດຄົ້ນສໍານັກງານຂອງອົງການຂ່າວເທື່ອຫຼ້າສຸດໃນປີທີ່ຜ່ານມານີ້, ແລະກໍໄດ້ກັກເງິນຈໍາ 61 ລ້ານໂດລາຮົງກົງ ຫຼື 7.8 ລ້ານໂດລາ ທີ່ເປັນຊັບສິນຂອງບໍລິສັດໄວ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG