ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຮົງກົງ ປະຕິເສດການຂໍປະກັນໂຕ ຫົວໜ້າໃຫຍ່ສື່ມວນຊົນ ແລະນັກເຄື່ອນໄຫວ ເພື່ອປະຊາທິປະໄຕ


ທ່ານຈິມມີ ລາຍ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ກຳລັງອອກຈາກສານຮົງກົງ ເມື່ອວັນທີ 9 ກຸມພາ 2021.
ທ່ານຈິມມີ ລາຍ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ກຳລັງອອກຈາກສານຮົງກົງ ເມື່ອວັນທີ 9 ກຸມພາ 2021.

ນັກທຸລະກິດສື່ມວນຊົນໃຫຍ່ ແລະຜູ້ເປັນປາກສຽງສະໜັບສະໜູນປະຊາທິປະໄຕຂອງ
ຮົງກົງ ທ່ານຈິມມີ ລາຍ (Jimmy Lai) ຍັງຢູ່ໃນຄຸກຫຼັງຈາກສານສູງ ສຸດຂອງຮົງກົງ ໄດ້
ປະຕິເສດບໍ່ໃຫ້ປະກັນໂຕທ່ານ ໃນລະຫວ່າງການປາກົດໂຕ ຢູ່ສານ ໃນວັນອັງຄານມື້ນີ້.

ທ່ານລາຍ ອາຍຸ 73 ປີ ໄດ້ຖືກຈັບໃນວັນທີ 3 ເດືອນທັນວາ ແລະໄດ້ໃຊ້ເວລາ ສາມອາທິດ
ຢູ່ໃນຄຸກ ກ່ອນວາງຄ່າປະກັນໂຕ 1 ລ້ານ 2 ແສນໂດລາ. ບັນດາໄອຍະການໄດ້ຂໍອຸທອນ
ຕໍ່ການຕັດສິນເພື່ອໃຫ້ປະກັນໂຕທ່ານລາຍ ໂດຍອ້າງວ່າ ການຕັດສິນຂອງສານຊັ້ນຕົ້ນນັ້ນຜິດພາດ.

ສານອຸທອນຂັ້ນສຸດທ້າຍໄດ້ເຫັນພ້ອມກັບບັນດາໄອຍະການໃນການຕັດສິນໂດຍ ໃຫ້ຂໍ້
ສັງເກດວ່າ ກົດໝາຍຄວາມປອດໄພແຫ່ງຊາດສະບັບໃໝ່ ທີ່ປະຕິເສດການຂໍປະກັນໂຕຜູ້
ຕ້ອງສົງໄສກະທຳຜິດ ຫຼືຜູ້ຖືກກ່າວຫາ “ຢ່າງໜ້ອຍຜູ້ພິພາກສາມີ ຫຼັກຖານພຽງພໍທີ່ເຊື່ອວ່າ
ຜູ້ຕ້ອງສົງໄສກະທຳຜິດ ຫຼືຜູ້ກ່າວຫາຈະບໍ່ດຳເນີນການ ກະທຳຜິດຕໍ່ໄປອີກ ທີ່ເປັນອັນຕະ
ລາຍແກ່ຄວາມປອດໄພຂອງປະເທດ.”

ເຈົ້າຂອງບໍລິສັດສື່ມວນຊົນ ເນັກ ດີຈີໂຕລ (Next Digital) ໃນຂັ້ນຕົ້ນໄດ້ຖືກ ກ່າວຫາວ່າ
ສໍ້ໂກ ທີ່ພວກໄອຍະການກ່າວຫາທ່ານວ່າ ລະເມີດເງື່ອນໄຂໃນການ ເຊົ່າສະຖານທີ່ຫ້ອງ
ການບໍລິສັດທ່ານ. ທ່ານລາຍ ນັບແຕ່ນັ້ນມາ ໄດ້ຖືກກ່າວຫາ ພາຍໃຕ້ກົດໝາຍຄວາມປອດ
ໄພແຫ່ງຊາດສະບັບໃໝ່ຂອງຮົງກົງ ຕໍ່ “ການສົມຮູ້ ຮ່ວມຄິດກັບຕ່າງປະເທດ.”

ທ່ານລາຍ ໄດ້ຖືກຈັບເທື່ອທຳອິດພາຍໃຕ້ກົດໝາຍໃໝ່ ໃນຖານສົງໄສສົມຮູ້ຮ່ວມ ຄິດກັບ
ຕ່າງປະເທດໃນເດືອນສິງຫາຜ່ານມາ. ບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານຖືກ ຈັບພວກເຈົ້າໜ້າ
ທີ່ຕຳຫຼວດຫຼາຍກວ່າ 100 ຄົນ ໄດ້ເຂົ້າໄປກວດຄົ້ນບັນດາຫ້ອງ ການໃຫຍ່ຂອງເນັກ ດີຈີໂ
ຕລທີ່ເຜີຍແຜ່ໜັງສືພິມແອບເປີລ ເດ (Apple Day.) ໝັງສືພິມ ທີ່ຖ່າຍທອດສົດການບຸກ
ຂອງຕຳຫຼວດຢູ່ໜ້າເວັບໄຊ ສະແດງໃຫ້ເຫັນ ພວກເຈົ້າໜ້າທີ່ພາກັນຍ່າງເລາະຢູ່ຕາມຫ້ອງ
ການ ໃນຂະນະທີ່ເຂົາເຈົ້າຊອກຄົ້ນ ບັນທຶກຂອງພວກນັກຂ່າວ ໃນຂະນະທີ່ທ່ານລາຍໄດ້
ຖືກນຳໂຕ ໄປຫ້ອງຂ່າວ ດ້ວຍການໃສ່ກັບມື.

ໃນທີ່ສຸດທ່ານໄດ້ຖືກປ່ອຍ ດ້ວຍການປະກັນໂຕ ຫຼັງຈາກ 40 ຊົ່ວໂມງ ໄດ້ຖືກກັກຂັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG