ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະຕິເສດຕໍ່ການຫ້າມເພງປະທ້ວງ ຂອງສານຮົງກົງ


ແຟ້ມຮູບ-ບັນດາຜູ້ປະທ້ວງ ພາກັນແກ່ວງໂທລະສັບສະຫຼາດຂອງພວກເຂົາເຈົ້າໄປມາ ໃນຂະນະທີ່ພວກເຂົາມພາກັນຮ້ອງເພງ "ຮົງກົງຈົ່ງຈະເລີນ" ໃນລະຫວ່າງການໂຮມຊຸມນຸມຂອງໂຮງຮຽນຊັ້ນມັດທະຍົມຕົ້ນ ໃກ້ກັບຫໍພິພິທະພັນສີລະປະຂອງຮົງກົງ, ວັນທີ 13 ທັນວາ 2019.
ແຟ້ມຮູບ-ບັນດາຜູ້ປະທ້ວງ ພາກັນແກ່ວງໂທລະສັບສະຫຼາດຂອງພວກເຂົາເຈົ້າໄປມາ ໃນຂະນະທີ່ພວກເຂົາມພາກັນຮ້ອງເພງ "ຮົງກົງຈົ່ງຈະເລີນ" ໃນລະຫວ່າງການໂຮມຊຸມນຸມຂອງໂຮງຮຽນຊັ້ນມັດທະຍົມຕົ້ນ ໃກ້ກັບຫໍພິພິທະພັນສີລະປະຂອງຮົງກົງ, ວັນທີ 13 ທັນວາ 2019.

ສະຫະລັດ ກ່າວໃນວັນພຸດວານນີ້ວ່າ ການຕັດສິນຂອງສານຮົງກົງເພື່ອຫ້າມການຮ້ອງເພງປະທ້ວງທີ່ນິຍົມກັນ ທີ່ຊື່ວ່າ “ຮົງກົງ ຈົ່ງຈະເລີນ ຫຼື Glory to Hong Kong” ນັ້ນ ເປັນຜົນເສຍຫຼ້າສຸດ ຕໍ່ຊື່ສຽງຂອງເມືອງທີ່ເປັນສາກົນແຫ່ງນີ້.

ໂຄສົກກະຊວງການຕ່າງປະເທດ ທ່ານ ແມັດທິວ ມີລເລີ ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງຖະແຫຼງຂ່າວຂອງວັນພຸດວານນີ້ວ່າ “ພວກເຮົາຍັງຄົງມີຄວາມກັງວົນຢ່າງແທ້ຈິງ ກ່ຽວກັບການສືບຕໍ່ຫລຸດນ້ອຍຖອຍລົງໃນການປົກປ້ອງດ້ານສິດທິມະນຸດ ແລະພື້ນຖານທາງດ້ານເສລີພາບຢູ່ໃນຮົງກົງ, ລວມທັງເສລີພາບໃນການປາກເວົ້າ.”

ທ່ານ ມີລເລີ ກ່າວຕື່ມວ່າ “ການຕັດສິນໃຈຫ້າມບົດເພງດັ່ງກ່າວນີ້ ແມ່ນການທໍາລາຍຫຼ້າສຸດຕໍ່ຊື່ສຽງຂອງເມືອງສາກົນ ທີ່ເຄີຍມີຄວາມພາກພູມໃຈໃນການມີ ຕຸລາການທີ່ເປັນເອກະລາດ ເຊິ່ງປົກປ້ອງການແລກປ່ຽນຂໍ້ມູນຂ່າວສານ, ແນວຄວາມຄິດ ແລະການຄ້າ ຢ່າງເສລີ.”

ວັນ​ທີ 8 ພຶດສະພາວານ​ນີ້, ສານ​ອຸທອນ​ຂອງ​ສານ​ສູງ​ຮົງ​ກົງ​ ໄດ້​ຮັບຄຳ​ຮ້ອງ​ຈາກ​ເຈົ້າ​ໜ້າ​ທີ່ ເພື່ອຫ້າມບົດ​ເພງສັນລະເສີນໃນການ​ປະ​ທ້ວງ​ທີ່ມີ​ຊື່ວ່າ “​ຮົງ​ກົງ ຈົ່ງຈະເລີນ,” ​ອັນໄດ້ຕ່າວປີ້ນ​ຄຳ​ຕັດສິນ​ຂອງ​ສານ​ຂັ້ນ​ລຸ່ມ​ທີ່​ໄດ້​ປະຕິ​ເສດ​ຄຳ​ສັ່ງ​ຫ້າມ​ດັ່ງກ່າວ ​ເນື່ອງຈາກ​ມີທ່າແຮງທີ່ເປັນ “ຜົນກະທົບຮຸນແຮງ” ຕໍ່ການປາກເວົ້າຢ່າງເສລີ.

ໃນນະຄອນຫຼວງ​ປັກ​ກິ່ງ, ເຈົ້າ​ໜ້າ​ທີ່ ​ຈີນ ​ໄດ້ສະແດງເຫດຜົນອັນຊອບທຳ ຕໍ່​ການ​ຕັດ​ສິນ​ຂອງ​ສານ​ອຸ​ທອນຮົງ​ກົງ.

ທ່ານຫຼິນ ຈຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວ ໃນວັນພຸດວານນີ້ວ່າ “ອີງຕາມລັດຖະທໍາມະນູນຂອງປະເທດ ເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະກຽດສັກສີຂອງເພງຊາດ, ມັນເປັນເລື້ອງທີ່ຖືກຕ້ອງຕາມກົດຫມາຍ ແລະມີຄວາມຈໍາເປັນສໍາລັບເຂດປົກຄອງພິເສດຮົງກົງ ທີ່ຈະຍຸຕິບຸກຄົນອື່ນໆ ຈາກການນໍາໃຊ້ ແລະເຜີຍແຜ່ບົດເພງທີ່ກ່ຽວຂ້ອງ ເພື່ອປຸກລະດົມຄວາມແບ່ງແຍກ ແລະດູຖູກເພງຊາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG