ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະ​ທ້ວງ​ ທົດ​ສອບກົດ​ໝາຍ ​​ຫ້າມ​ໃສ່ໜ້າ​ກາກ ຢູ່​ຮົງ​ກົງ ໂດຍ​ການໃສ່​ໜ້າ​ກາກ ຢູ່​ໃນ​ການປະ​ທ້ວງ ​ໃນ​ວັນ​ບຸນ​ຮາ​ໂລ​ວີນ


ພວກເດີນ​ຂະ​ບວນ​ປະ​ທ້ວງພາ​ກັນ​ນຸ່ງ​ຊຸດ​ຕ່າງໆ ແລະ​ໃສ່​ໜ້າ​ກາກ ຢູ່​ໃນ​ການປະ​ທ້ວງ ​ໃນ​ວັນ​ບຸນ​ຮາ​ໂລ​ວີນ ​ຢູ່ຄຸ້ມບັນ​ເທິງລານ​ຄວາຍ​ຟອງ, ໃນເຂດ​ໃຈ​ກາງເມືອງຂອງ​ຮົງ​ກົງ, ວັນ​ທີ 31 ຕຸ​ລາ 2019
ພວກເດີນ​ຂະ​ບວນ​ປະ​ທ້ວງພາ​ກັນ​ນຸ່ງ​ຊຸດ​ຕ່າງໆ ແລະ​ໃສ່​ໜ້າ​ກາກ ຢູ່​ໃນ​ການປະ​ທ້ວງ ​ໃນ​ວັນ​ບຸນ​ຮາ​ໂລ​ວີນ ​ຢູ່ຄຸ້ມບັນ​ເທິງລານ​ຄວາຍ​ຟອງ, ໃນເຂດ​ໃຈ​ກາງເມືອງຂອງ​ຮົງ​ກົງ, ວັນ​ທີ 31 ຕຸ​ລາ 2019

ຕຳ​ຫລວດ​ຮົງ​ກົງ​ໄດ້​ຍິງແກັ​ສ​ນ້ຳ​ຕາໃສ່ພວກ​ປະ​ທ້ວງເພື່ອປະ​ຊາ​ທິ​ປະ​ໄຕ ທີ່​ໃສ່​ໜ້າ​ກາກ​ໄວ້ ແລະ​ພວກ​ທີ່ເຂົ້າ​ຮ່ວມ​ງານສະ​ຫລອງ​ບຸນ​ຮາ​ໂລ​ວີນ (Halloween) ຫລື​ບຸນ​ຜີຢູ່ທີ່ຄຸ້ມ​ໄຟ​ແສງ​ສີ​ ສະ​ຫວ່າງ​ສະ​ໄຫວ​ຂອງ​ດິນ​ແດນ​ແຫ່ງດັ່ງ​ກ່າວໃນ​ວັນ​ພະ​ຫັດ​ວານນີ້.

ຕຳ​ຫລວດ​ປາມ​ຈາ​ລະ​ຈົນ ໄດ້​ເລີ້ມ​ເປີດ​ສາກລະ​ດົມ​ຍິງ​ດ້ວຍການ​ໃຊ້​ແກັ​ສ​ນ້ຳ​ຕາ ພາຍ​ຫລັງ​ທີ່ພວກເດີນ​ຂະ​ບວນ​ປະ​ທ້ວງໄດ້​ຊຸກ​ຍູ້​ຄົນ​ອື່ນໆ ​ໃຫ້ສະ​ຫລອງ​ບຸນ​ຮາ​ໂລ​ວີນ (Halloween) ໂດຍ​ການ​ໃສ່​ໜ້າ​ກາກ, ລ​ວມ​ທັງ​ພວກ​ທີ່​ໃສ່​ໜ້າ​ກາກເຮັດ​ເປັນ​ທ່ານ​ນາງ ແຄ​ຣີ ແລມ (Carrie Lam) ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ເມືອງ​ດັ່ງ​ກ່າວທີ່​ກຳ​ລັງ​ດີ້ນ​ຮົນ​ຢູ່, ​ເປັນປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ​ຂອງ​ຈີນ ຫລື ເປັນເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ອື່ນໆ.

​ບັນ​ດາ​ຜູ້​ຈັດ​ການເດີນ​ຂະ​ບວນ​ປະ​ທ້ວງໄດ້​ຂໍໃຫ້​ພວກ​ສະ​ໜັບ​ສະ​ໜຸນໃສ່​ໜ້າ​ກາກ​ປົກ​ໜ້າ​ໄວ້ ເພື່ອ​ທົດ​ສອບກົດ​ໝາຍ​ພາ​ວະ​ສຸກ​ເສີນ​ທີ່​ຫ້າມ​ໃສ່​ໜ້າ​ກາກ​ໃນ​ຍາມ​ປະ​ທ້ວງ​ທີ່​ວາງ​ອອກເມື່ອມໍ່ໆ​ມານີ້.

ຕຳ​ຫລວດຍັງ​ໄດ້​ຜັກ​ດັນ​ຄົນ​ໃຫ້​ອອກ​ໄປຢ່າງ​ຊ້າໆ ​ຈາກຄຸ້ມບັນ​ເທິງລານ​ຄວາຍ​ຟອງ (Lan Kwai Fong) ແຕ່​ກໍ​ຍັງ​ບໍ່​ທັນ​ຮູ້ ​ໃນ​ທັນ​ໃດ​ເທື່ອວ່າ ມີ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ ຫລື ​ມີ​ການ​ຈັບ​ກຸມ​ຄົນ​ ຫລືບໍ່​.

ຕຳ​ຫລວດໄດ້​ຍິງແກັ​ສ​ນ້ຳ​ຕາ​ເພື່ອ​ເຮັດ​ໃຫ້ພວກ​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ ທີ່​ຫລາຍ​ຄົນໃນ​ນັ້ນ​ໃສ່​ໜ້າ​ກາກ ໃຫ້ພາ​ກັນ​ແຕກ​ກະ​ຈາຍ​ກັນ​ອອກ​ໄປຢູ່​ໃນຖະ​ໜົນ ຄົນ​ຍ່າງຫລາຍ​ສາຍ ​ຢູ່​ໃນ​ຄຸ້ມຄາວ​ລູນ (Kowloon), ຊຶ່ງ​ເປັນ​ເຂດ​ນຶ່ງທາງ​ພາກ​ເໜືອ​ຂອງ​ຮົງ​ກົງ ຢູ່​ກົງ​ກັນ​ຂ້າມ​ກັບ​ທ່າ​ເຮືອວິກ​ຕໍເຣຍ (Victoria).

ຕຳ​ຫລວດ​ຮົງກົງ​ເວົ້າ​ວ່າ ເຂົາ​ເຈົ້າ​ຈະ​ເອົາ​ຕຳ​ຫລວດໄປ​ປະ​ຈຳ​ ຢູ່​ໃນເຂດ​ຄຸ້ມບັນ​ເທິງລານ​ຄວາຍ​ຟອງ (Lan Kwai Fong) ເພີ້ມ​ອີກ ແລະ​ຈະ​ຮຽກ​ຮ້ອງ​ໃຫ້ຜູ້​ໃດ​ກໍ​ຕາມ ​ທີ່​ສົງ​ໄສວ່າ​ເປັນ​ຜູ້​ປະ​ທ້ວງຖອດ​ໜ້າ​ກາກ​ ຫລື ​ລຶບ​ສີ​ແຕ້ມ​ໜ້າອອກ. ແຕ່​ວ່າໜ້າ​ກາກ​ທີ່​ໃສ່​ໃນ​ການສະ​ຫລອງ​ບຸນ​ຮາ​ໂລ​ວີນ (Halloween) ຫລື​ບຸນ​ຜີ ບໍ່​ໄດ້​ລວມ​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຫ້າມດັ່ງ​ກ່າວ ຊຶ່ງ​ເຮັດ​ໃຫ້​ເປັນ​ການ​ຍາກສຳ​ລັບ ຕຳ​ຫລວດ ທີ່​ຈະ​ສາ​ມາດແຍກ​ແຍະ​ອອກໄດ້ ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງຜູ້​ປະ​ທ້ວງ ແລະ​ຄົນ​ທີ່​ໄປ​ສະ​ຫລອງ​ງານ​ບຸນທຳ​ມະ​ດາ.

ພວກ​ເດີນ​ຂະ​ບວນ​ປະ​ທ້ວງທີ່​ໃ​ສ່ໜ້າ​ກາກ ​ພາ​ກັນເດີນຂະ​ບວນໄປຕາມ​ຖະ​ໜົນ​ສາຍ​ຕ່າງໆ ຢູ່ໃນ​ຮົງ​ກົງ ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້ນ​ມາ, ຊຶ່ງ​ເກີດມາ​ຈາກ​ຄວາມ​ໂກດ​ແຄ້ນ ຕໍ່ຮ່າງ​ກົດ​ໝາຍທີ່​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ພວກຜູ້​ຮ້າຍຂ້າມ​ແດນ ທີ່ໄດ້ກັບ​ກາຍ​ມາ​ເປັນ​ການ​ຮຽກ​ຮ້ອງ​ໃຫ້​ມີ​ປະ​ຊາ​ທິ​ປະ​ໂຕ​ຢ່າງ​ເຕັມ​ສ່ວນ ​ສຳ​ລັບ ຕົວ​ເມືອງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ຈີນ​ແຫ່ງນັ້ນ.

ພວກປະ​ທ້ວງໄດ້​ພາ​ກັນ​ປິດ​ບັງ​ບໍ່​ໃຫ້​ຄົນ​ເບິ່ງ​ອອກວ່າ​ຕົນ​ແມ່ນ​ໃຜ ຍ້ອນ​ຢ້ານ​ວ່າ ຈະ​ຖືກ​ແກ້​ແຄ້ນ​ໂດຍ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຫລື​ເປັນ​ຫວ່ງວ່າ ຂໍ້​ມູນ​ກ່ຽວ​ກັບ​ເຂົາ​ເຈົ້າ ຈະຖືກ​ເປີດ​ເຜີຍ​ໃຫ້​ຈີນ​ແຜ່ນ​ດິນ​ໃຫຍ່​ຮູ້​ນຳ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG