ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ວ່າການ ກະຊວງການເງິນ ລາອອກ ເພື່ອລົງແຂ່ງຂັນ ເປັນຫົວໜ້າບໍລິຫານ ຮົງກົງ


ໃນພາບຖ່າຍເມື່ອວັນທີ 4 ພະຈິກ 2016 ນິີ້,ລັດຖະມົນຕີ
ວ່າການກະຊວງການເງິນ ຂອງຮົງກົງ ທ່ານ John Tsang ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ
ຢູ່ທີ່ ສຳນັກງານໃຫຍ່ ຂອງລັດຖະບານ ໃນຮົງກົງ.
ໃນພາບຖ່າຍເມື່ອວັນທີ 4 ພະຈິກ 2016 ນິີ້,ລັດຖະມົນຕີ ວ່າການກະຊວງການເງິນ ຂອງຮົງກົງ ທ່ານ John Tsang ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສຳນັກງານໃຫຍ່ ຂອງລັດຖະບານ ໃນຮົງກົງ.

ລັດຖະມົນຕີວ່າການກະຊວງການເງິນ ຂອງຮົງກົງ ໄດ້ລາອອກຈາກຕຳແໜ່ງ ອັນເປັນ ການເຄື່ອນໄຫວ ທີ່ຫຼາຍຄົນ ເຫັນວ່າ ເປັນບາດກ້າວທຳອິດ ໄປສູ່ການລົງແຂ່ງຂັນເອົາ ຕຳແໜ່ງທີ່ສູງສຸດຂອງເມືອງດັ່ງກ່າວ.

ທ່ານ John Tsang ໄດ້ຍື່ນເອກະສານລາອອກ ຂອງທ່ານ ໃນວັນຈັນວານນີ້ ອີງ
ຕາມ ການກ່າວຂອງລັດຖະບານຮົງກົງ. ຂ່າວລືຕ່າງໆໃນເລື່ອງດັ່ງກ່າວ ໄດ້ມີຂຶ້ນ
ດົນພໍສົມຄວນ ທີ່ວ່າ ທ່ານ Tsang ຜູ້ທີ່ໄດ້ຮັບການສຶກສາຢູ່ທີ່ສະຫະລັດ ຈະລົງແຂ່ງ ເອົາຕຳແໜ່ງ ຜູ້ປົກຄອງຮົງກົງ.

ຜູ້ນຳຄົນປັດຈຸບັນຂອງຮົງກົງ ຫົວໜ້າບໍລິຫານຮົງກົງ ທ່ານ Leung Chun-ying ໄດ້ ປະກາດເມື່ອສັບປະດາແລ້ວນີ້ ວ່າ ທ່ານຈະບໍ່ລົງແຂ່ງເອົາຕຳແໜ່ງສະໄໝທີສອງ ໂດຍອ້າງເຖິງເຫດຜົນດ້ານຄອບຄົວ.

ທ່ານ Tsang ເປັນເຈົ້າໜ້າທີ່ ທີ່ມີຄວາມນິຍົມຊົມຊອບ ອັນດັບສອງຂອງຮົງກົງ ໂດຍ ໄດ້ຮັບ ຄະແນນສຽງ ການໄວ້ເໜື້ອເຊື່ອໃຈ ດ້ວຍອັດຕາສະເລ່ຍ 62 ເປີເຊັນ ໃນຂະ
ນະທີ່ ທ່ານ Leung ໄດ້ຮັບຄະແນນສຽງ ບໍ່ໄວ້ເນື້ອເຊື່ອໃຈ ທີ່ຜິດຫວັງ ດ້ວຍອັດຕາ ສະເລ່ຍ 71 ເປີເຊັນ ອີງຕາມການສຳຫຼວດ ເມື່ອບໍ່ດົນມານີ້ ທີ່ໄດ້ດຳເນີນການໂດຍ ມະຫາວິທະຍາໄລ ຮົງກົງ.

ການປົກຄອງຂອງທ່ານ Leung ໄດ້ເປັນຂີດໝາຍຂອງການປະທ້ວງຕໍ່ຕ້ານປັກກິ່ງ. ທ່ານຍັງໄດ້ຖືກດ່າຢ່າງຮຸນແຮງ ໂດຍພວກນັກເຄື່ອນໄຫວ ຮົງກົງ ໃນທ່າທີ ຂອງນະ
ໂຍບາຍ ອັນໜັກແໜ້ນ ທີ່ຕໍ່ຕ້ານຂະບວນການເພື່ອປະຊາທິປະໄຕ ແລະ ບັນດາ ສະມາຊິກສະພາ. ເປັນທີ່ສົງໄສກັນວ່າ ທ່ານ Leung ມີສາຍສຳພັນອັນໃກ້ຊິດ ກັບ
ປັກກິ່ງ. ສະໄໝການດຳລົງຕຳແໜ່ງ ໄລຍະ 5 ປີຂອງທ່ານ ນັ້ນ ຈະສິ້ນສຸດລົງ ໃນເດືອນມິຖຸນາ ຈະມາເຖິງນີ້.

ກຸ່ມກຳລັງເພື່ອປະຊາທິປະໄຕ ຢູ່ໃນຮົງກົງ ມີຄວາມເປັນຫ່ວງຫຼາຍຂຶ້ນ ທີ່ປັກກິ່ງ ກຳ
ລັງເຄື່ອນໄຫວ ເພື່ອທີ່ຈະຫລຸດຜ່ອນ ສິດເສລີພາບພົນລະເມືອງຫຼາຍຢ່າງ ຂອງຂົງ
ເຂດ ຊຶ່ງໄດ້ມີຢູ່ແລ້ວ ນັບຕັ້ງແຕ່ ອັງກິດໄດ້ສົ່ງການຄວບຄຸມ ຮົ່ງກົງ ຄືນໃຫ້ແກ່ຈີນ
ໃນປີ 1997 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG