ສະພາການຄ້າສາກົນ, ຊຶ່ງເປັນອົງການທຸລະກິດທີ່ໃຫຍ່ທີ່ສຸດຂອງໂລກ ກາຍເປັນກຸ່ມ
ໃຫຍ່ທີ່ສຸດ ທີ່ຕຳໜິການສະເໜີໃຫ້ມີການປ່ຽນແປງຕໍ່ກົດໝາຍຂອງຮົງກົງ ທີ່ຈະອະນຸ
ຍາດໃຫ້ມີການສົ່ງຕົວຄົນຮ້າຍທີ່ກໍ່ອາດຊະຍາກຳໄປໃຫ້ຈີນແຜ່ນດິນໃຫຍ່.
ຢູ່ໃນຈົດໝາຍທີ່ມີຄຳເວົ້າອັນເຈັບແສບສະບັບນຶ່ງ ທີ່ສົ່ງຫາພວກສະມາຊິກສະພານິຕິບັນຍັດໃນວັນພຸດຜ່ານມານີ້, ສະພາການຄ້າສາກົນ ຫລື ICC ຖາມວ່າ ເປັນຫຍັງຮົງກົງຈຶ່ງເດີນຕາມທາງ ທີ່ມີການປ່ຽນແປງຢ່າງວ່ອງໄວເຊັ່ນນັ້ນ ຕໍ່ລະບົບກົດໝາຍຂອງຕົນ ໂດຍທີ່ໄດ້ມີການປຶກສາຫາລື ກັບປະຊາຊົນແບບຈຳກັດ ໂດຍໄດ້ເອີ້ນການເອົາບາດກ້າວດັ່ງກ່າວວ່າ ເປັນການ "ບໍ່ເໝາະສົມທີ່ສຸດ ໃນ ດ້ານການປົກຄອງປະຊາຊົນ."
ຈົດໝາຍຂອງ ICC ໄດ້ມີຂຶ້ນພາຍຫລັງທີ່ມີຄວາມເປັນຫ່ວງທີ່ຄ້າຍຄືກັນນີ້ ທີ່ສະຫະພາບຢູໂຣບ, ສະພາການຄ້າອາເມຣິກັນ, ສະມາຄົມທະນາຍຄວາມຂອງຮົງກົງ ແລະ ຫົວໜ້າກົງສູນໃຫຍ່ຂອງສະຫະລັດ, ທ່ານເຄີດ ທອງ (Kurt Tong) ໄດ້ກ່າວອອກມາແລ້ວ.
ຮ່າງກົດໝາຍດັ່ງກ່າວ ໄດ້ຖືກນຳສະເໜີໃນເດືອນເມສາຜ່ານມາ ແລະມີກຳນົດທີ່ຈະນຳເອົາໄປລົງຄະແນນສຽງໃນເດືອນກໍລະກົດຈະມາເຖິງນີ້ ໂດຍສະພານິຕິບັນຍັດ ຊຶ່ງຢູ່ໃນນັ້ນ ພວກສະມາຊິກສະພານິຕິບັນຍັດທີ່ສະໜັບສະໜຸນການສ້າງຕັ້ງກົດໝາຍນັ້ນມີສຽງສ່ວນຫລາຍ.
ຖ້າຫາກວ່າ ມັນໄດ້ຖືກຮັບຮອງເອົາ ມັນຈະອະນຸຍາດໃຫ້ເມືອງດັ່ງກ່າວ ສົ່ງມອບຕົວຄົນຮ້າຍທີ່ກໍ່ອາດຊະຍາກຳ ໄປໃຫ້ເຂດອຳນາດໃນການຕັດສິນຄະດີແຫ່ງອື່ນ ລວມທັງ ຈີນແລະໄຕ້ຫວັນນຳ, ອີງຕາມແຕ່ລະກໍລະນີ. ທ່ານ ແຄຣີ ລາມ (Carrie Lam) ຫົວໜ້າບໍລິຫານໄດ້ກ່າວໃນເມື່ອກ່ອນວ່າ ການປ່ຽນແປງເຊັ່ນນັ້ນ ຈະປິດ "ຊ່ອງຫວ່າງ" ທາງກົດໝາຍໄດ້.