ລັດຖະບານຮົງກົງ ທີ່ນິຍົມປັກກິ່ງ ໄດ້ເປີດເຜີຍຂໍ້ສະເໜີຈຳ
ນວນນຶ່ງ ເພື່ອປະຕິຮູບການເລືອກຕັ້ງ ທີ່ບໍ່ເອົາຫົວຊານຳການ
ຮຽກຮ້ອງຂອງພວກປະທ້ວງ ສະໜັບສະໜູນປະຊາທິປະໄຕ.
ແຜນແມ່ບົດທີ່ໄດ້ປະກາດໃນວັນພຸດມື້ນີ້ ໃນດ້ານເທັກນິກແລ້ວ
ແມ່ນອະນຸຍາດໃຫ້ເຂດເຄິ່ງປົກຄອງຕົນເອງ ຂອງຈີນດັ່ງກ່າວ
ເລືອກເອົາຜູ້ນຳຂອງຕົນ ໃນປີ 2017 ເປັນເທື່ອທຳອິດ.
ແຕ່ວ່າແຜນການດັ່ງກ່າວ ຍັງໄດ້ປະຕິບັດຕາມຢ່າງເຄັ່ງຄັດ ຕໍ່
ການຢືນຢັດຂອງ ປັກກິ່ງ ທີ່ວ່າ ບັນດາຜູ້ສະມັກທັງໝົດ ທີ່ຈະ
ເຂົ້າກຳຕຳແໜ່ງຜູ້ນຳສູງສຸດຂອງຮົງ ກົງ ຕ້ອງໄດ້ຮັບການອະ
ນຸມັດ ຈາກຄະນະກຳມະການແຕ່ງຕັ້ງທີ່ສະໜັບສະໜູນ ຈີນ.
ບັນດາຜູ້ແທນຝ່າຍຄ້ານ ໄດ້ປະນາມແຜນນີ້ວ່າ ເປັນການພະຍາຍາມຈັດສາກປະຊາທິ
ປະໄຕແບບຫຼອກລວງ ແລະປະຕິຍານທີ່ຈະໃຊ້ສິດຢັບຢັ້ງແຜນແມ່ບົດດັ່ງກ່າວ ເວລາ
ມີການລົງຄະແນນສຽງ ໃນທ້າຍປີນີ້.
ຫລັງຈາກໄດ້ມີການເປີດເຜີຍແຜນດັ່ງກ່າວໃນວັນພຸດມື້ນີ້ແລ້ວ ບັນດາຜູ້ແທນສະພາ ທີ່ສະໜັບສະໜູນປະຊາທິປະໄຕຫລາຍຄົນ ກໍໄດ້ພາກັນຢ່າງອອກຈາກຕຶກ ສະພາ ເພື່ອ
ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈ.