ຜູ້ປະທ້ວງຕໍ່ຕ້ານລັດຖະບານໄດ້ປະທະກັບຕຳຫຼວດໃນ ຮົງກົງ ອີກຄັ້ງນຶ່ງເມື່ອວັນອາທິດວານນີ້, ໂດຍຜູ້ປະທ້ວງໄດ້ແກວ່ງກ້ອນຫີນ ແລະ ລະເບີດນ້ຳມັນເຊື້ອໄຟໃສ່ບັນດາເຈົ້າໜ້າທີ່ ຜູ້ທີ່ໄດ້ຕອບໂຕ້ດ້ວຍການໂຍນແກັສນ້ຳຕາ ແລະ ສີດນ້ຳທີ່ຖືກຍ້ອມເປັນສີຟ້າໃສ່.
ຜູ້ປະທ້ວງຫຼາຍພັນຄົນໄດ້ແກວ່ງກ້ອນຫີນໃສ່ຕຳຫຼວດ ຢູ່ນອກຖານກອງທັບບົກປົດປ່ອຍປະຊາຊົນ ຈີນ ແລະ ໄດ້ທຳລາຍ ແລະ ຈູດໄຟໃສ່ປ້າຍທີ່ຂຽນວ່າ ຄົບຮອບ 70 ປີຂອງການກໍ່ຕັ້ງປະຊາຊົນ ຈີນ ວັນທີ 1 ຕຸລາ.
ຕຳຫຼວດໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ, “ພວກປະທ້ວງຫົວຮຸນແຮງປັດຈຸບັນນີ້ໄດ້ຄວບຄຸມຖະໜົນ ຮາຂອດ (Harcourt) ໃນເຂດ ແອັດໄມຣາລຕີ (Admiralty), ທຳລາຍຫ້ອງການຕ່າງໆຂອງລັດຖະບານສູນກາງ ແລະ ໄດ້ແກວ່ງລະເບີດນ້ຳມັນເຊື້ອໄຟເຂົ້າໄປທາງໃນຢ່າງຊ້ຳແລ້ວຊ້ຳອີກ.”
ຜູ້ປະທ້ວງບາງຄົນໄດ້ປະທະກັນໄປມາກັບຕຳຫຼວດ, ຈູດໄຟຢູ່ຖະໜົນ ແລະ ກີດກັ້ນຫົນທາງຕ່າງໆຢູ່ໃນໃຈກາງຂອງຕົວເມືອງ. ບັນດາເຈົ້າໜ້າທີ່ໄດ້ມອດໄຟຢ່າງວ່ອງໄວ ແລະ ຍິງແກັສນ້ຳຕາໃສ່ເພື່ອແຍກຍ້າຍພວກປະທ້ວງ. ນ້ຳທີ່ຖືກຍ້ອມສີຟ້າຍິງອອກຈາກທໍ່ສີດນ້ຳໄດ້ຖືກໃຊ້ ສະນັ້ນບັນດາເຈົ້າໜ້າທີ່ຈຶ່ງສາມາດລະບຸຕົວຜູ້ລະເມີດກົດໝາຍໃນເວລາຕໍ່ມາ.
ມັນເປັນວັນທີ 99 ຂອງການປະທ້ວງຕະຫຼອດລະດູຮ້ອນ ທີ່ເພັ່ງເລັງໃສ່ການສົ່ງເສີມປະ
ຊາທິປະໄຕໃນເຂດແດນຂອງ ຈີນ. ດັ້ງເດີມແລ້ວການປະທ້ວງໄດ້ເລີ່ມຂຶ້ນດັ່ງກັບການ
ປະທ້ວງຕໍ່ຕ້ານຮ່າງກົດໝາຍ ທີ່ຈະອະນຸຍາດໃຫ້ສົ່ງຕົວຜູ້ຕ້ອງສົງໄສເປັນອາຊະຍາ
ກອນໄປດຳເນີນຄະດີໃນ ຈີນແຜ່ນດິນໃຫຍ່.
ມາດຕະການດັ່ງກ່າວແມ່ນໄດ້ຖືກຖອນອອກໄປແລ້ວໃນປັດຈຸບັນນີ້, ແຕ່ການປະທ້ວງ
ຍັງໄດ້ສືບຕໍ່ ໃນການຄັດຄ້ານກັບສິ່ງທີ່ຜູ້ປະທ້ວງເຫັນວ່າ ເປັນການແຊກແຊງຂອງ ປັກ
ກິ່ງ ໃນການຄວບຄຸມ ຮົງກົງ ເຖິງແມ່ນຈະມີການສັນຍາ ກ່ຽວກັບ ການປົກຄອງຕົນເອງ
ເມື່ອ ອັງກິດ ໄດ້ມອບ ຮົງກົງ ຄືນໃຫ້ ຈີນ ຄວບຄຸມໃນປີ 1997 ກໍຕາມ. ຜູ້ປະທ້ວງຢາກ
ທຳການລົງຄະແນນສຽງທົ່ວໄປ ແລະ ສືບສວນສອບສວນໃນສິ່ງທີ່ເຂົາເຈົ້າເຫັນວ່າ
ເປັນການກະທຳທີ່ຜິດຂອງຕຳຫຼວດ ໃນການຄວບຄຸມການປະທ້ວງ.
ໃນຕອນເຊົ້າຂອງວັນອາທິດວານນີ້, ຜູ້ປະທ້ວງໄດ້ເຕົ້າໂຮມກັນຢ່າງສະຫງົບຢູ່ນອກສະ
ຖານກົງສຸນຂອງ ອັງກິດ, ຖືປ້າຍທີ່ອ່ານວ່າ “ຖະແຫຼງການຮ່ວມ ຈີນ-ອັງກິດ ແມ່ນເປັນ
ໂມຄະ” ແລະ “ນຶ່ງປະເທດ, ສອງລະບົບແມ່ນໄດ້ຕາຍໄປແລ້ວ.” ຜູ້ປະທ້ວງໄດ້ຮ້ອງເພງ
“God save the queen” ເຊິ່ງແມ່ນເພງຊາດຂອງ ອັງກິດ.
ປະຊາຊົນຫຼາຍກວ່າ 1,300 ຄົນໄດ້ຖືກຈັບນັບຕັ້ງແຕ່ການປະທ້ວງໄດ້ເລີ່ມຂຶ້ນໃນຕົ້ນ
ເດືອນມິຖຸນາທີ່ຜ່ານມາ.