ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກ​ປະ​ທ້ວງ ໃນຮົງ​ກົງ ປະ​ທະ​ກັບ ຕຳຫຼວດ ອີກ​ຄັ້ງ​ນຶ່ງ


ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ພະ​ຍາ​ຍາມ​ທີ່​ຈະ​ແຍກ​ຍ້າຍ​ຜູ້​ປະ​ທ້ວງ​ຢູ່​ໃນ​ຫ້າງ​ສັບ​ພະ​ສິນ​ຄ້າ ໃນ​ເມືອງ ຊາ ຕິນ, ຮົງ​ກົງ, 14 ກໍ​ລະ​ກົດ, 2019.
ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ພະ​ຍາ​ຍາມ​ທີ່​ຈະ​ແຍກ​ຍ້າຍ​ຜູ້​ປະ​ທ້ວງ​ຢູ່​ໃນ​ຫ້າງ​ສັບ​ພະ​ສິນ​ຄ້າ ໃນ​ເມືອງ ຊາ ຕິນ, ຮົງ​ກົງ, 14 ກໍ​ລະ​ກົດ, 2019.

ຕຳຫຼວດ​ໄດ້​ໃຊ້​ໄມ້​ຄ້ອນ ແລະ ສະ​ເປ​ໝາກ​ເຜັດ ເພື່ອ​ສະຫຼາຍແຍກຕົວພວກປະ​ທ້ວງ
ຫຼາຍພັນຄົນ ຜູ້ທີ່ໄດ້ອອກມາຖະໜົນໃນເຂດຊານເມືອງຂອງ ຮົງກົງ ອີກຄັ້ງນຶ່ງ ເພື່ອ
ຮຽກຮ້ອງໃຫ້ຖອນຮ່າງກົດໝາຍທີ່ຈະອະນຸຍາດໃຫ້ສົ່ງຜູ້ຮ້າຍໄປ ຈີນ ແຜ່ນດິນໃຫຍ່
ທັງໝົດ, ພ້ອມກັບການລາອອກຈາກຕຳແໜ່ງຂອງທ່ານນາງ ແຄຣີ ແລມ ຜູ້ທີ່ຖືກຮັບ
ຮອງໂດຍ ປັກກິ່ງ.

ການ​ປະ​ທ້ວງ​ໃນ​ເມືອງ ຊາ ຕິນ ໄດ້​ດຳ​ເນີນ​ໄປ ​ດ້ວຍ​ຄວາມ​ສະ​ຫງົບ​ໃນ​ວັນ​ອາ​ທິດ​ວານ
ນີ້, ແຕ່ການປະທະກັນໄດ້ເກີດຂຶ້ນ ລະຫວ່າງຕຳຫຼວດ ກັບ ຜູ້ປະທ້ວງ ໃນຂະນະທີ່ຕາ
ເວັນໃກ້ຈະຕົກດິນ. ຜູ້ປະທ້ວງບາງຄົນໄດ້ແລ່ນເຂົ້າໄປໃນຫ້າງຊັບພະສິນຄ້າຂອງທ້ອງ
ຖິ່ນ ໃນຂະນະທີ່ການປະທະກັນ ໄດ້ດຳເນີນຕໍ່ໄປ.

ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ໄດ້​ໃຊ້​ສະ​ເປ​ໝາກ​ເຜັດ ແລະ ໄມ້​ຄ້ອນ​ເພື່ອ​ສະຫຼາຍຕົວ
ພວກປະທ້ວງຈາກຫ້າງຊັບພະສິນຄ້າ ໃນຂະນະທີ່ເຂົາເຈົ້າໄດ້ໃຊ້ຄັນຮົ່ມ ແລະ ອາວຸດ
ທີ່ເຮັດຂຶ້ນມາເອງອື່ນໆເພື່ອຕໍ່ສູ້ກັບຕຳຫຼວດ.

ພວກ​ປະ​ທ້ວງ​ໄດ້​ເລີ່ມ​ເດີນ​ຂະ​ບວນ​ ​ໄປ​ເຂດ​ທີ່​ຫ່າງ​ໄກອອກ​ໄປນອກຮົງ​ກົງ ເພື່ອ​ພະ​ຍາ
ຍາມທີ່ຈະໄປຫາປະຊາກອນທີ່ກວ້າງອອກໄປ. ເມືອງ ຊາ ຕິນ ຕັ້ງຢູ່ພາກພື້ນ New
Territories ໃກ້ກັບເຂດຊາຍແດນຕິດ ຈີນ ແຜ່ນດິນໃຫຍ່, ແລະ ເປັນທີ່ນິຍົມສຳລັບ
ນັກທ່ອງທ່ຽວ ຈີນແຜ່ນດິນໃຫຍ່.

ຜູ້​ຈັດ​ການ​ປະ​ທ້ວງ​ໄດ້​ກ່າວ​ວ່າ ມີ​ຜູ້​ປະ​ທ້ວງ 110,000 ໄດ້​ເຂົ້າ​ຮ່ວມ, ໃນ​ຂະ​ນະ​ທີ່​ຕຳ
ຫຼວດໄດ້ເວົ້າວ່າຕົວເລກແມ່ນ 28,000 ຄົນ, ອີງຕາມອົງການຂ່າວ RTHK.

ຮົງ​ກົງ ໄດ້​ເປັນ​ຈຸດ​ທຳ​ການ​ປະ​ທ້ວງ​ທ້າຍ​ອາ​ທິດ​ ເປັນ​ເວ​ລາຫຼາຍ​ອາ​ທິດ​ແລ້ວ.

ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ​ຍ້ອນ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ທີ່​ມີ​ບັນ​ຫາ ທີ່​ຈະ​ອະ​
ນຸຍາດໃຫ້ສົ່ງຕົວຜູ້ຕ້ອງສົງໄສເປັນອາຊະຍາກອນ ຮົງກົງ ໄປ ຈີນແຜ່ນດິນໃຫຍ່.

ຫຼັງ​ຈາກ​ການ​ມີ​ບັນ​ຫາຫຼາຍ​ອາ​ທິດ ແລະ ການ​ປະ​ທ້ວງ​ທີ່​ໃຫຍ່ ແລະ ດຸ​ຮ້າຍ​ຢູ່​ຕາມ​ຖະ
ໜົນນັ້ນ, ເມື່ອບໍ່ດົນມານີ້ ທ່ານນາງ ແລມ ກໍໄດ້ກ່າວວ່າ ຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມ
ແດນແມ່ນ “ໄດ້ດັບສູນໄປແລ້ວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG