ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ສອງຄົນ ໃນຮົງກົງ ຖືກປະກັນໂຕອອກມາ


ພວກນັກເຄື່ີອນໄຫວ ເພື່ອປະຊາທິປະໄຕ ພາກັນປະທ້ວງ ຢູ່ ຕໍ່ໜ້າກົງສຸນຈີນ ໃນຮົງກົງ ວັນທີ 2 ຕຸລາ 2014.
ພວກນັກເຄື່ີອນໄຫວ ເພື່ອປະຊາທິປະໄຕ ພາກັນປະທ້ວງ ຢູ່ ຕໍ່ໜ້າກົງສຸນຈີນ ໃນຮົງກົງ ວັນທີ 2 ຕຸລາ 2014.

ສານ​ສູງ​ສຸດ​ຮົງ​ກົງ​ ໄດ້​ປ່ອ​ຍ​ໂຕ​ນັກ​ເຄື່ອນ​ໄຫວເພື່ອ​ປະຊາທິປະ​ໄຕໜຸ່ມ​ນ້ອຍສອງ​ຄົນ​
ຊຶ່ງໄດ້ຖືກ​ປະກັນ​ໂຕ​ອອກມາໃນຂະນະທີ່ລໍຖ້າ​ການຂໍ​ອຸທອນ​ກ່ຽວກັບການຕັດສິນ ແລະ
ໂທດ​ຕິດ​ຄຸກ ​ທີ່ໄດ້​ນຳພາ​ການປະ​ທ້ວງ​ຄັ້ງ​ໃຫຍ່ ​ໃນ​ປີ 2014.

ສານ​ອຸທອນຂັ້ນສຸດ​ທ້າ​ຍ ​ໄດ້​ປ່ອຍ​ໂຕ ທ້າວ Joshua Wong ​ແລະທ້າວ Na-than
Law ​ໃນ​ວັນ​ອັງຄານ​ມື້​ນີ້ ຫຼັງ​ຈາກ​ເຂົາ​ເຈົ້າ​ທັງ​ສອງ​ໄດ້ຈ່າຍຄ່າເງິນຄ່າ​ປະກັນໂຕ
6,400 ​ໂດ​ລາ. ສານ​ໄດ້​ສັ່ງ​ໃຫ້​ ທ້າວ Wong ​ແລະທ້າວ Law ​ມອບ​ໜັງສືຜ່ານ​ແ​ດນ
ໃຫ້ເຈົ້າໜ້າທີ່ ​ແລະ​ລາຍ​ງານໂຕ​ຕໍ່​ຕຳຫລວດ​ອາທິດ​ລະ​ເທື່ອ​.

ການ​ຮັບ​ຟັງ​ຄຳ​ອຸທອນຢ່າງ​ເປັນ​ທາງ​ການ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ​ເດືອນ​ພະຈິກ.

ທ້າວ Wong ທ້າວ Law ​ແລະ​ຜູ້​ນຳ​ພາຄົນປະຊາທິປະໄຕທີ​ສາມ ທ້າວ Alex Chow
​ໃນ​ຂັ້ນ​ຕົ້ນ ​ໄດ້​ຮັບ​ການ​ຕັດສິນລົງໂທດທີ່ເບົາບາງ ​ໂດ​ຍສານ​ຊັ້ນ​ຕົ້ນ​ໃນ ປີ​ກາຍ​ນີ້​ ໃນ​ຖານບຸກເຂົ້າໄປໃນ​ເດີ່ນ​ ສຳນັກງານໃຫຍ່​ລັດຖະບານ​ໃນ​ເດືອນ​ກັນ ຍາ ປີ 2014 ​ເພື່ອ
ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງເສລີຢ່າ​ງ​ເຕັມທີ່ນັ້ນ​.

ການ​ປະ​ທ້ວງໄດ້ນຳໄປສູ່ອັນ​ທີ່​ຮ້ອງ​ວ່າ “ຄັນຮົ່ມ​ປະຕິວັດ” ທີ່​ໄດ້​ປິດ​ທາງຫລວງ​ທີ່​ສຳ
ຄັນ​ຫລາຍ​ສາຍ ​ເປັນ​ເວລາ​ກວ່າ​ສອງ​ເດືອນ.

​ແຕ່​ວ່າ ບັນດາ​ໄອ​ຍະ​ການ​ໄດ້​ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ຊັກ​ຊວນສານວ່າ ການ​ຕັດ
ສິນ​ລົງ​ໂທດ​ໃນຂັ້ນຕົ້ນ​ນັ້ນເບົາ​ເກີນ​ໄປ ​ລະຫວ່າງ​ການ​ຮັບ​ຟັງຄຳໃຫ້ການ​ໃນ​ເດືອນ​ສິງຫາຜ່ານມາ. ທ້າວ Wong ອາຍຸ 21 ປີ ​ໄດ້ຖືກ​ຕັດສິນໃຫ້​ຄິດຄຸກຫົກ​ເດືອນ ​ທ້າວ
Law ອາຍຸ 24 ປີ ຖືກຕັດສິນໃຫ້​ຕິດ​ຄຸກ​ແປດ​ເດືອນ ​ແລະ​ທ້າວ Chow ອາຍຸ 27 ປີ
ຖືກ​ຕັດ​ສິນໃຫ້​ຕິດ​ຄຸກ​ເຈັດ​ເດືອນ.

ທ້າວ Chow ບໍ່​ໄດ້ຂໍ​ປະກັນ​ໂຕ ​ແລະ​ຍັງ​ຢູ່​ໃນ​ຄຸກເວລານີ້.

ທ້າວ Law ​ໄດ້​ຖືກເລືອກ​ເປັນ​ສະມາຊິກສະພານິຕິບັນຍັດຮົງ​ກົງ​ປີ​ກາຍ​ນີ້ ​ແຕ່​ວ່າ​ລາວ
​ແລະສະມາຊິກ​ສະພາທີ່ສະໜັບສະໜູນປະຊາທິປະ​ໄຕອີກຫລາຍໆຄົນ ​ໄດ້​ຖືກ​ປົດ​
ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ເດືອນ​ແລ້ວ​ນີ້ ​ຍ້ອນ​ປະ​ທ້ວງໃນລະຫວ່າງ​ສາບານ​ໂຕ​ເຂົ້າຮັບ
ຕຳ​ແໜ່​ງ. ​ເພາະວ່າ ລາວ​ຖືກ​ຕັດສິນ​ໃຫ້​ຕິ​ດຄຸກ ​ດົນກວ່າ​ສາມ​ເດືອນ ໃນທາງກົດໝາຍ
ແລ້ວ ລາວ​ຈຶ່ງ​ຖືກ​ຫ້າມ ບໍ່ໃຫ້ລົງສະໝັກເປັນສະມາຊິກສະພາ​ອີກ ​ເປັນ​ເວລາ​ຫ້າ​ປີ.

ຮົງ​ກົງ​ໄດ້​ຊົມ​ໃຊ້​ສິດເສລີ​ພາບ​ຫລາຍໆ​ຢ່າງພາຍ​ໃຕ້​ຂໍ້​ຕົກລົງ​ປີ 1997 ທີ່​ໄດ້ໂອນ​ຮົງ
ກົງຄືນ​ໃຫ້​ແກ່​ຈີນຈາກ​ການ​ປົກຄອງ​ຂອງອັງກິດເຖິງ​ແມ່ນ​ວ່າ​ຈີນ​ຍັງສືບຕໍ່ຈັບຕາ​ເບິ່ງ
ຢູ່​ຢ່າງ​ໃກ້ຊິດກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hongkong
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG