ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຮົງກົງ ຖືກຈັບ ຢູ່ສະໜາມບິນ ບາງກອກ


ທ້າວ Joshua Wong ຮ້ອງຄຳຂວັນ ຢູ່ນອກສານ ທີ່ຮົງກົງ
ທ້າວ Joshua Wong ຮ້ອງຄຳຂວັນ ຢູ່ນອກສານ ທີ່ຮົງກົງ

ນັກ​ເຄື່ອນ​ໄຫວເພື່ອ​ປະຊາທິປະ​ໄຕ​ທີ່​ສຳຄັນ​ຄົນ​ນຶ່ງ​ຂອງ​ຮົງ​ກົງ ມີ​ລາຍ​ງານ​ວ່າຖືກ​ຈັບ​ຢູ່​ທີ່​ປະ​ເທດ​ໄທ ຕາມ​ການ​ຮ້ອງ​ຂໍ​ຂອງ​ເຈົ້າໜ້າ​ທີ່​ຈີນ ກ່ອນ​ຖືກ​ສົ່ງ​ໂຕ​ໃສ່​ເຮືອບິນ​ກັບຄືນ​ໄປ​ຮົງ​ກົງ.

ທ້າວ Joshua Wong ນັກ​ສຶກສາ​ອາຍຸ 19 ປີຊຶ່ງ​ມີ​ຊື່​ສຽງ​ໃ​ນທາງ​ທີ່​ບໍ່​ຄ່ອຍດີ​ປານ​ໃດ​ກ່ຽວ ​ກັບ​ບົດບາດ​ຂອງ​ຜູ້ກ່ຽວ ​ໃນ​ຂະ​ບວນການ “ຄັນ​ຮົ່ມ” ​ເພື່ອ​ປະຊາທິປະ​ໄຕ​ຂອງ​ຮົງ​ກົງ​ໃນ​ປີ 2014 ​ໄດ້​ຖືກ​ຈັບ ​ເວລາ​ຜູ້​ກ່ຽວ ​ເດີນທາງ​ໄປ​ຮອດສະໜາມ​ບິນ​ບາງກອກ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ຕໍ່​ມາ​ໄດ້​ຖືກ​ສົ່ງ​ຂຶ້ນຖ້ຽວ​ບິນ ​ເດີນທາງ​ກັບ​ໄປ​ຍັງ​ຮົງ​ກົງ.

ທ້າວ Wong ​ເດີ​ນທາງ​ໄປ​ບາງກອກ ເພື່ອ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ການ​ປຸກລະດົມ ​ເພື່ອ​ປະຊາທິປະ​ໄຕຢູ່​ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ ອີງ​ຕາມ​ລາຍ​ງານ​ຂ່າວ​ເຟ​ສບຸກທີ່​ເປັນຂອງ​ພັກ​ການ​ເມືອງ Demosisto ຂອງ​ຜູ້ກ່ຽວ.

ນັກ​ສຶກສາ​ໄທທີ່ຊື່ວ່າ Nitiwit Chotipatpaisal ​ຊຶ່ງ​ມີ​ກຳນົດຈະ​ໄປ​ພົບ​ກັບທ້າວ Wong ຢູ່ສະໜາມ​ບິນກ່າວ​ຕໍ່​ອົງການ​ຂ່າວ AFP ຂອງຝຣັ່ງວ່າລາວ​ໄດ້ຮັບ​ຂ່າວ​ຈາກ​ຕຳຫຼວດວ່າ ລັດຖະບານ​ຈີນ ​ໄດ້​ສົ່ງ​ໜັງສື​ໄປ​ຫາ​ລັດຖະບານ​ໄທ ຂໍ​ຮ້ອງ​ໃຫ້​ຈັບ​ທ້າວ Wong.

Hong Kong Thailand
please wait
Embed

No media source currently available

0:00 0:01:13 0:00

​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ​ຜູ້​ນຶ່ງ ​ທີ່​ສະໜາມ​ບິນ ​ໄດ້​ໃຫ້ການ​ຢືນຢັນ ​ແຕ່​ພຽງ​ວ່າ ລາວ ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຈັບ​ທ້າວ Wong ​ແຕ່​ບໍ່​ຍອມ​ແຈ້ງ​ໃຫ້​ຊາບ​ວ່າ ຄຳ​ສັ່ງ​ນີ້ມາຈາກ​ໃສ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ກ່າວ​ວ່າ ຕົນ​ໃຫ້ການ​ເຄົາ ລົບ​ຕໍ່​ການ​ທີ່​ເຈົ້າໜ້າ​ທີ່​ໄທຂັດຂວາງ​ຜູ້​ຄົນ​ບໍ່​ໃຫ້​ເຂົ້າປະ​ເທດ​ທີ່​ສອດ​ຄ່ອງ​ກັບ​ກົດໝາຍແຕ່ ​ບໍ່ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຂໍ​ຮ້ອງ​ດັ່ງກ່າວ​ມາ​ຈາກ​ປັກ​ກິ່ງ​ຫລື​ບໍ່.

ທ້າວ Wong ມີ​ກຳນົດ​ທີ່ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ພວກ​ນັກ​ສຶກສາ​ທີ່​ມະຫາວິທະຍາ​ໄລຈຸລາ​ລົງ​ກອນ​ໃນ​ລະຫວ່າງ​ໂອກາດ​ວັນ​ຄົບຮອບ 40 ປີ ​ໃນ​ການ​ສັງຫານ​ໝູ່​ພວກນັກ​ສຶກສາ​ທີ່​ນິຍົມ​ປະຊາທິປ​ະ​ໄຕ​ໂດຍ​ກຳລັງ​ຮັກສາ​ຄວາມ​ສະຫງົບ.

​ເປັນ​ທີ່​ຄາດ​ກັນ​ວ່າ ທ້າວ Wong ຈະ​ເວົ້າ​ເຖິງ​ການ​ພົວພັນ​ຂອງ​ລາວ​ໃນ​ຂະ​ບວນການ​ຄັນ​ຮົ່ມ ຊຶ່ງ​ເລີ້ມຂຶ້ນ​ໃນ​ປີ 2014 ​ໃນ​ຖານະ​ກຸ່ມ​ຕໍ່ຕ້ານ​ຮາກ​ຫຍ້າ ຕໍ່​ຕຳຫຼວດຈີນ​ແລະ​ການ​ປົກ ຄອງ​ຂອງ​ພັກ​ຄອມ​ມູນິສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG