ສານຂັ້ນສູງຂອງຮົງກົງ ໄດ້ຕ່າວປີ້ນການຕັດສິນກ່ອນໜ້ານີ້ ແລະໄດ້ຫ້າມພວກປະທ້ວງ
ຄືນໃໝ່ ບໍ່ໃຫ້ໃສ່ໜ້າກາກໃນການປະທ້ວງຕໍ່ຕ້ານລັດຖະບານ. ສານໄດ້ຕັດສິນໃນວັນ
ສຸກວານນີ້ວ່າ ລັດຖະບານສາມາດບັງຄັບການຫ້າມດັ່ງກ່າວເປັນເວລານຶ່ງອາທິດ. ການ
ຫ້າມນີ້ເລີ້ມນຳໃຊ້ໃນຂັ້ນຕົ້ນ ເມື່ອເດືອນຕຸລາຜ່ານມາ ພາຍໃຕ້ອຳນາດຂອງພາວະ
ສຸກເສີນທີ່ບໍ່ຄ່ອຍມີ ເພື່ອວ່າບໍ່ໃຫ້ພວກປະທ້ວງສາມາດທີ່ຈະເຊື່ອງໜ້າຂອງເຂົາເຈົ້າໄດ້.
ການຕັດສິນເທື່ອຫລ້າສຸດ ມີຂຶ້ນໃນຂະນະທີ່ຕຳຫຼວດພວມກະກຽມການຮັບມືກັບຄວາມ
ວຸ້ນວາຍທີ່ອາດຈະເກີດຂຶ້ນລະຫວ່າງການແຂ່ງຂັນເລືອກຕັ້ງສະພາປະຈຳເຂດ ທີ່ມີກຳ
ນົດຈະມີຂຶ້ນໃນວັນອາທິດມື້ອື່ນນີ້.
ເວລາສານໂຈະການຫ້າມດັ່ງກ່າວ ທາງສານກ່າວວ່າມາດຕະການນີ້ໄດ້ລະເມີດຕໍ່ ສິດ
ທິພື້ນຖານ ຂອງພວກປະທ້ວງ ເກີນໄປກວ່າທີີ່ມີເຫດຜົນຈຳເປັນ. ສະພາຈີນໄດ້ຕ້ອງ
ຕິການຕັດສິນຂອງສານ ແລະມີຄວາມເປັນຫ່ວງວ່າ ປັກກິ່ງອາດພະຍາຍາມບອກໃຫ້
ຍົກເລີກການຕັດສິນດັ່ງກ່າວ.
ພວກປະທ້ວງຈຳນວນຫຼວງຫຼາຍພາກັນທ້າທາຍຕໍ່ການຫ້າມນີ້ ແລະ 632 ຄົນໄດ້ຖືກ
ຈັບຍ້ອນລະເມີດກົດລະບຽບ ຊຶ່ງ 61 ຄົນໄດ້ຖືກກ່າວຫາ ອີງຕາມການຕັດສິນຂອງ
ສານເທື່ອຫລ້າສຸດໄດ້ກ່າວໄວ້.
ການໂຮມຊຸມປະທ້ວງຕໍ່ຕ້ານລັດຖະບານ ໄດ້ມີຂຶ້ນຢ່າງກະຈັດກະຈາຍໃນລະຍະບໍ່
ເທົ່າໃດມື້ທີ່ຜ່ານມານີ້. ຕຳຫຼວດປາບຈາລະຈົນ ໄດ້ທັບມ້າງ ການຕໍ່ສູ້ກັນເລັກນ້ອຍ
ລະຫວ່າງພວກປະທ້ວງ ແລະພວກສະໜັບສະໜູນປັກກິ່ງ ຢູ່ທີ່ຂົວແຫ່ງນຶ່ງໃນເຂດ
ໃຈກາງເມືອງ ໃນວັນສຸກວານນີ້ ແຕ່ວ່າບໍ່ໄດ້ມີການປະທະກັນທີ່ສຳຄັນເກີດຂຶ້ນກ່ອນ
ໜ້າການເລືອກຕັ້ງ.
ການປະທ້ວງຕ້ານລັດຖະບານໄດ້ເລີ້ມຂຶ້ນໃນເດືອນມິຖຸນາຜ່ານມາເພື່ອຄັດຄ້ານຕໍ່
ຮ່າງກົດໝາຍທີ່ຖືກນຳສະເໜີ ແຕ່ບັດນີ້ໄດ້ຖອນໄປແລ້ວ ທີ່ຈະອະນຸຍາດໃຫ້ປະຊາ
ຊົນຮົງກົງ ຖືກສົ່ງໄປດຳເນີນຄະດີຢູ່ຈີນແຜ່ນດິນໃຫຍ່. ການປະທ້ວງໄດ້ຫັນປ່ຽນຢ່າງ
ວ່ອງໄວ ກາຍເປັນການຮຽກຮ້ອງ ໃນຂອບເຂດທີ່ກວ້າງຂວາງ ເພື່ອປະຊາທິປະໄຕ
ແລະຄັດຄ້ານຕໍ່ການມີອິດທິພົນເພີ້ມຂຶ້ນຂອງຈີນ. ການປະທ້ວງຍັງໄດ້ແຜ່ອອກໄປ
ສູ່ມະຫາວິທະຍາໄລຕ່າງໆໃນທ້ອງຖິ່ນ. ຢູ່ທີ່ມະຫາວິທະຍາໄລ Hong Kong
Polytechnic ພວກນັກສຶກສາຫຼາຍຄົນໄດ້ຖືກຈັບ ທ່າມກາງຮູບພາບທີ່ຊັບສິນຖືກ
ທຳລາຍ.
ປະທານາທິບໍດີດໍໂນລ ທຣໍາ ໃນວັນສຸກວານນີ້ໄດ້ໃຫ້ຄວາມເຫັນກ່ຽວກັບສະຖານະ
ການຢູ່ໃນຮົງກົງ ໂດຍຮ້ອງວ່າ “ເປັນເລື້ອງທີ່ສັບສົນ” ໃນຄວາມສຳພັນລະຫວ່າງ
ສະຫະລັດກັບຈີນ ແລະການເຈລະຈາການຄ້າ ລະຫວ່າງສອງປະເທດທີ່ພວມດຳເນີນ
ຢູ່. ໃນການໃຫ້ສຳພາດທາງໂທລະສັບກັບຕໍ່ລາຍການໂທລະພາບ “Fox &:amp: friends” ນັ້ນ ປະທານາທິບໍດີທຣຳ ໄດ້ອ້າງເອົາຄວາມ ເຄຣດິດ ໃນການປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ຈາກການບຸກຂອງຈີນເຂົ້າໄປໃນຮົງກົງ.
ປະທານາທິບໍດີ ໄດ້ກ່າວເຖິງປະທານປະເທດຈີນ ທ່ານສີ ຈິ້ນຜິງ ໂດຍເວົ້າວ່າ “ຖ້າ
ຫາກບໍ່ແມ່ນຍ້ອນຂ້າພະເຈົ້າແລ້ວ ຮົງກົງອາດຖືກທຳລາຍພາຍໃນ 14 ນາທີ. ລາວມີ
ທະຫານນຶ່ງລ້ານຄົນ ພ້ອມແລ້ວຢູ່ນອກຮົງກົງ.” ປະທານາທິບໍດີທຣຳ ຍັງກ່າວວ່າ ທ່ານ
ຍັງຂໍຮ້ອງໃຫ້ຜູ້ນຳຈີນ ໃຫ້ຍັບຢັ້ງກ່ຽວກັບການກະທຳໃດໆ ທີ່ຈະສົ່ງຜົນກະທົບໃນທາງ
ລົບ ຕໍ່ການເຈລະຈາການຄ້າສອງຝ່າຍ.
Hong Kong's High Court has reversed an earlier decision and reinstated a ban on anti-government demonstrators wearing face masks. The court ruled Friday that the government could enforce the ban for one week. The ban was initially imposed in October under rarely used emergency powers so that protesters could not hide their faces.
The latest decision comes as police prepare for possible unrest during contested district council elections scheduled for Sunday.
When the court suspended the ban, it said the measure infringed on the protesters' fundamental rights more than was reasonably necessary. China's parliament rebuked that court ruling and there was concern that Beijing could try to overrule the decision.
Many protesters have defied the ban, and 632 people have been arrested under the regulation, of which 61 have been charged, the court's latest ruling said.
Anti-government rallies were held sporadically in recent days. Riot police broke up minor scuffles between protesters and pro-Beijing supporters at a downtown bridge Friday, but there were no major clashes ahead of the elections.
The anti-government protests began in June in opposition to a proposed bill - now withdrawn - that would have allowed Hong Kong citizens to be extradited to the mainland. The protests quickly turned into wider calls for democracy and opposition to growing Chinese influence. The protests also spread to local universities. At Hong Kong Polytechnic University, a number of students have been arrested amid images of property damage.
U.S. President Donald Trump on Friday commented on the situation in Hong Kong, calling it "a complicating factor" in U.S.-China relations and the ongoing trade talks between the two countries. In a telephone interview with the "Fox & friends" news program, Trump claimed credit for preventing a violent incursion from China into Hong Kong.
"If it weren't for me, Hong Kong would have been obliterated in 14 minutes. He's got a million soldiers, standing outside of Hong Kong", said the president, referring to Chinese President Xi Jinping. Trump also said he had asked the Chinese leader to refrain from any actions that would negatively impact the bilateral trade talks.