ໃນວັນອາທິດມື້ນີ້, ສານຂອງຮົງກົງໄດ້ປະຕິເສດການຄັດຄ້ານຕໍ່ກົດໝາຍພາວະສຸກ
ເສີນ ທີ່ເຮັດໃຫ້ພວກປະທ້ວງໃສ່ໜ້າກາກກາຍເປັນຜູ້ກະທຳຜິດກົດໝາຍອາຍາ ໃນ
ຂະນະທີ່ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕພາກັນລົງໄປຢູ່ຕາມຖະໜົນຫົນທາງ
ໂດຍຝ່າຝືນລະບຽບເກືອດຫ້າມດັ່ງກ່າວ ເຖິງແມ່ນວ່າບັນດາສະຖານີລົດໄຟໃຕ້ດິນຈຳ
ນວນເຄິ່ງນຶ່ງຍັງປິດໄວ້ຢູ່ກໍຕາມ.
ພວກປະທ້ວງຫລາຍພັນຄົນພາກັນໄປໂຮມຊຸມນຸມເປັນກຸ່ມໃຫຍ່ທີ່ບໍ່ໄດ້ຮັບອະນຸຍາດ
ຢ່າງວ່ອງໄວຢູ່ທົ່ວຕົວເມືອງທີ່ຖືກທຳລາຍຍ້ອນມີການຕໍ່ສູ້ກັນ--ຊຶ່ງບາງຄົນກໍທຳລາຍ
ສະຖານີລົດໄຟໃຕ້ດິນ ແລະຫ້າງຮ້ານຕ່າງໆ--- ພາຍຫລັງທີ່ຜູ້ນຳຮົງກົງ ໄດ້ປະກາດ
ຫ້າມສວມໜ້າກາກໃນເວລາປະທ້ວງ, ຊຶ່ງກໍ່ໃຫ້ເກີດມີການໃຊ້ອຳນາດໃນພາວະສຸກ
ເສີນສະໄໝທີ່ເປັນຫົວເມືອງຂຶ້ນ ທີ່ບໍ່ໄດ້ເອົາມາໃຊ້ໄດ້ເຄິ່ງສັດຕະວັດແລ້ວ.
ບັນດາສະມາຊິກສະພາທີ່ສະໜັບສະໜຸນປະຊາທິປະໄຕໄດ້ພາກັນໄປຫາສານສູງໃນ
ວັນອາທິດມື້ນີ້ ເພື່ອຫາທາງໃຫ້ອອກຄຳສັ່ງສານໃນພາວະສຸກເສີນ ເພື່ອຄັດຄ້ານຕໍ່
ການເກືອດຫ້າມດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ອຳນາດໃນພາວະສຸກເສີນ ບໍ່ໄດ້ໄປ
ຜ່ານຂະແໜງນິຕິບັນຍັດ ແລະຝ່າຝືນລັດຖະທຳມະນູນສະບັບທີ່ຕໍ່າກວ່າຂອງເມືອງ
ດັ່ງກ່າວ.
ແຕ່ວ່າ ຜູ້ພິພາກສາຂັ້ນສູງໄດ້ປະຕິເສດຕໍ່ຄຳຮ້ອງທີ່ຂໍໃຫ້ອອກຄຳສັ່ງຄັດຄ້ານຕໍ່ການ
ເກືອດຫ້າມນັ້ນ.
ໃນຂະນະທີ່ຄຳຕັດສິນກຳລັງອອກມາຢູ່ນັ້ນ ກໍມີການໂຮມຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ
ຂອງສອງກຸ່ມ ເລີ້ມຂຶ້ນຢູ່ໃນສອງຟາກຂ້າງຂອງທ່າເຮືອວິກຕໍເຣຍ (Victoria), ໂດຍທີ່
ມີພວກປະທ້ວງໃສ່ໜ້າກາກຫລາຍພັນຄົນໄປເຕົ້າກັນທ້າມກາງຮ່າຝົນຕົກລົງມາຢ່າງ
ແຮງ.
ພາຍຫລັງທີ່ມີການປະທ້ວງຂະໜາດໃຫຍ່ ແລະນັບມື້ນັບຮຸນແຮງຫລາຍຂຶ້ນມາໄດ້
4 ເດືອນແລ້ວ ທ່ານ ແຄຣີ ແລມ (Carrie Lam), ຜູ້ນຳທີ່ບໍ່ໄດ້ຖືກເລືອກຕັ້ງຂອງຕົວ
ເມືອງດັ່ງກ່າວທີ່ສະໜັບສະໜຸນ ປັກກິ່ງ ກໍໄດ້ນຳເອົາກົດໝາຍ ກວາດລ້າງໃນສະໄໝ
ເປັນຫົວເມືອງຂຶ້ນນັ້ນ ກັບມານຳໃຊ້ໃນວັນສຸກວານນີ້ ຊຶ່ງອະນຸຍາດໃຫ້ທ່ານນາງສາ
ມາດສ້າງ "ລະບຽບການອັນໃດກໍໄດ້" ໃນໄລຍະທີ່ປວງຊົນຕົກຢູ່ໃນສະພາບອັນຕະລາຍ.
ທ່ານນາງໄດ້ໃຊ້ມັນເພື່ອຫ້າມການໃສ່ໜ້າກາກ --ທີ່ພວກປະທ້ວງໄດ້ໃຊ້ມັນປິດບັງບໍ່
ໃຫ້ຄົນຮູ້ຈັກວ່າເຂົາເຈົ້າແມ່ນໃຜ ແລະໃຊ້ປ້ອງກັນແກັສນ້ຳຕາ - ແລະໄດ້ເຕືອນວ່າ
ທ່ານນາງຈະໃຊ້ອຳນາດດັ່ງກ່າວເພື່ອສ້າງກົດລະບຽບໃໝ່ຂຶ້ນມາ ຖ້າຫາກສະພາບວຸ້ນ
ວາຍບໍ່ສິ້ນສຸດລົງ.
ການເຄື່ອນໄຫວດັ່ງກ່າວໄດ້ຮັບຄວາມເຫັນດີນຳຈາກພວກສະໜັບສະໜູນລັດຖະບານ
ແລະປັກກິ່ງ.
ແຕ່ວ່າ ພວກທີ່ຄັດຄ້ານ ແລະພວກປະທ້ວງເຫັນວ່າມັນເປັນການເລີ້ມຕົ້ນເປັນເນີນສູງ
ທີ່ຈະເຮັດໃຫ້ສູນກາງການເງິນສາກົນເລື່ອນເຂົ້າໄປສູ່ລະບອບຜະເດັດການ.