ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ຮົງກົງ ລົງໂທດນັກບໍາບັດການເວົ້າ 5 ຄົນ ກ່ຽວກັບປື້ມທີ່ມີເນື້ອໃນກ່ຽວກັບ 'ການປັ່ນປ່ວນຂອງແກະ'

ແຟ້ມ-ສະມາຊິກຂອງອົງການຂ່າວ ຖ່າຍຮູບເພື່ອເປັນຫຼັກຖານ, ລວມທັງປຶ້ມຂອງເດັກນ້ອຍ ທີ່ມີການອະທິບາຍກ່ຽວກັບການເຄື່ອນໄຫວປະຊາທິປະໄຕຂອງເມືອງ ຢູ່ງານຖະແຫຼງຂ່າວຂອງຕໍາຫຼວດໃນຮົງກົງ, ວັນທີ 22 ກໍລະກົດ 2021, ລຸນຫຼັງທີ່ 5 ຄົນໄດ້ຖືກຕັ້ງຂໍ້ຫາວ່າດໍາເນີນການປຸກລະດົມ ຢູ່ໃນເນື້ອເລື້ອງທີ່ພິມອອກມາ.

ສານຂອງຮົງກົງ ໄດ້ຕັດສິນລົງໂທດ ນັກບໍາບັດການເວົ້າ 5 ຄົນ ໃນຂໍ້ຫາສ້າງຄວາມປັ່ນປ່ວນໂດຍການປຸກລະດົມກໍ່ຄວາມວຸ້ນວາຍ ລຸນຫຼັງທີ່ພວກເຂົາເຈົ້າພິມເຜີຍແຜ່ໜັງສືສໍາລັບເດັກນ້ອຍ ດ້ວຍເນື້ອໃນທີ່ຖືວ່າເປັນການຕໍ່ຕ້ານລັດຖະບານ.

ທ່ານລໍຣີ ຫຼາຍ ມານ-ຫຼິງ (Lorie Lai Man[ling), ທ່ານເມໂລດີ ເຢິງ (Melody Yeung), ທ່ານຊິດນີ ອຶງ (Sidney Ng), ທ່ານຊາມູເອລ ຊານ (Samuel Chan), ແລະທ່ານຟອງ ເທັສ-ໂຮ (Fong Tsz-ho) ເປັນສະມາ ຊິກ ສູນກາງສະຫະພາບເພື່ອບໍາບັດການເວົ້າຂອງ ຮົງກົງ, ເຊິ່ງໄດ້ຖືກປິດໄປແລ້ວ. ທັງໝົດສາລະພາບວ່າ ບໍ່ມີຄວາມຜິດ ແລະໄດ້ຕັດສິນໃຈທີ່ຈະບໍ່ເປັນພະ ຍານໃນສານ.

ພວກເຂົາເຈົ້າໄດ້ຖືກກ່າວຫາວ່າພິມເຜີຍແຜ່ປຶ້ມກາຕູນກ່ຽວກັບຮູບພາບສາມຫົວ ທີ່ມີເນື້ອໃນກ່ຽວກັບແກະ ກໍາລັງພາກັນພະຍາຍາມຂັບໄລ່ໝາປ່າ ອອກຈາກໝູ່ບ້ານຂອງພວກມັນ.

ແຟ້ມ-ຜູ້ສະໜັບສະໜຸນສຫະພາບເພື່ອປະຊາທິປະໄຕ ສະແດງເປັນແກະ ຢູ່ດ້ານນອກຂອງສານເກົາລູນ ທີ່ຢູ່ທາງທິດຕາເວັນຕົກຂອງຮົງກົງ, ວັນທີ 23 ກໍລະກົດ 2021, ເຊິ່ງສະມາຊິກຂອງສະຫະພາບຖືກຕັ້ງຂໍ້ຫາວ່າປັ່ນປ່ວນ ດ້ວຍການພິມເຜີຍແຜ່ປຶ້ມຂອງເດັກນ້ອຍ ທີ່ມີເນື້ອໃນກ່ຽວກັບການເຄື່ອນໄຫວເພື່ອປະຊາທິປະໄຕ ໂດຍນໍາໃຊ້ໂຕສະແດງຜ່ານຝູງແກະ.

ທ່ານຜູ້ພິພາກສາກັອກ ວາຍ-ກິນ (Kwok Wai-kin), ນຶ່ງໃນຜູ້ພິພາກສາທີ່ກໍານົດກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ເຊິ່ງໄດ້ຮັບການເລືອກໂດຍຜູ້ບໍລິຫານໃຫຍ່ຂອງຮົງ​ກົງ, ຕັດສິນວ່າ ປຶ້ມກ່ຽວກັບກາ​ຕູນທັງສາມຫົວນັ້ນມີເຈດ ຕະນາເພື່ອສ້າງຄວາມປັ່ນປ່ວນ. ຢູ່ໃນຖະແຫຼງການທີ່ໄດ້ຂຽນອອກມາ ທ່ານໄດ້ສະແດງຄວາມໝາຍວ່າ ເດັກນ້ອຍທີ່ອ່ານໜັງສືເຫຼົ່ານັ້ນກໍາລັງໄດ້ຮັບການບອກ ເລົ່າວ່າພວກເຂົາເຈົ້າເປັນແກະ ແລະໝາປ່າທີ່ກໍາລັງພະຍາຍາມທໍາລາຍພວກເຂົາເຈົ້າຄືເຈົ້າໜ້າທີ່ທາງການຂອງລັດຖະບານຈີນ.

ນຶ່ງໃນປຶ້ມດັ່ງກ່າວ ໄດ້ເລົ່າກ່ຽວກັບເລື້ອງລາວຂອງຝູງແກະທີ່ພາກັນຕໍ່ສູ້ຕ້ານຝູງໝາປ່າທີ່ກໍາລັງພະຍາຍາມຢຶດຄອງໝູ່ບ້ານຂອງພວກເຂົາເຈົ້າ.

ໃນການພິມເຜີຍແຜ່ດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຫດການໂຕຈິງ ຢູ່ໃນຮົງກົງ ລວມທັງການປະທ້ວງຕໍ່ຕ້ານລັດຖະບານຂະໜາດໃຫຍ່ໃນປີ 2019, ໂດຍມີຈໍາໜ່າຍຢູ່ໃນຮ້ານໜັງສືທ້ອງຖິ່ນທົ່ວໄປ ແລະທາງອອນລາຍ.

ໃນການພິຈາລະນາຄະດີສອງເດືອນ, ບັນດາໄອຍະການກ່າວວ່າ ປຶ້ມເຫຼົ່ານັ້ນສົ່ງຜົນເຮັດໃຫ້ເກີດຄວາມຄຽດຊັງຕໍ່ລັດຖະບານ. ພວກເຂົາເຈົ້າໄດ້ພິຈາລະນາ ວ່າ ການປຸກລະດົມດັ່ງກ່າວ ເປັນການກະທໍາທີ່ຜິດກົດໝາຍ ຄືກັນກັບ “ທໍລະຍົດຕໍ່ຊາດ.”

ທະນາຍຄວາມຂອງຈໍາເລີຍໄດ້ໂຕ້ແຍ້ງວ່າ ໂຕລະຄອນສັດເຫຼົ່ານັ້ນ ເປັນໂຕລະຄອນທີ່ບໍ່ມີຕົວຕົນຈິງ, ແລະຂໍ້ກ່າວຫາດັ່ງກ່າວ ແມ່ນກວມລວມເກີນໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG