ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວ ຮົງ​ກົງ ຖືກ​ພົບວ່າ ​ມີ​ຄວາມ​ຜິດ​ ກ່ຽວ​ກັບ ການ​ໂຄ່ນ​ລົ້ມ ໃນ​ຄະ​ດີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ສຳ​ຄັນ


​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢືນ​ຍາມ​ຢູ່ນອກ​ສານ​ຜູ້​ພິ​ພາກ​ສາ​ເມືອງ ຄາວ​ລູນ ຕາ​ເວັນ​ຕົກ ໃນ ຮົງ​ກົງ, 30 ພຶດ​ສະ​ພາ 2024.
​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢືນ​ຍາມ​ຢູ່ນອກ​ສານ​ຜູ້​ພິ​ພາກ​ສາ​ເມືອງ ຄາວ​ລູນ ຕາ​ເວັນ​ຕົກ ໃນ ຮົງ​ກົງ, 30 ພຶດ​ສະ​ພາ 2024.

ສານ​ຮົງ​ກົງ​ ໃນ​ວັນ​ພະ​ຫັດ​ມື້ນີ້​ ໄດ້​ຕັດ​ສິນ​ລົງ​ໂທດ​ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ 14 ຄົນ ໃນ​ຄະ​ດີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເມືອງ​ດັ່ງ​ກ່າວ ພາຍ​ໃຕ້​ກົດ​ໝາຍ​ທີ່​ຖືກ​ກຳ​ນົດ​ໂດຍ ປັກ​ກິ່ງ ທີ່​ໄດ້​ກວາດ​ລ້າງ​ການຄັດ​ຄ້ານ​ຂອງ​ສາ​ທາ​ລະ​ນະ ໃຫ້​ອອກ​ໄປ​ທັງ​ໝົດ ອີງຕາມລາຍງານຂອງອົງການຂ່າວເອພີ.

ຜູ້​ທີ່​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ ​ລວມ​ມີ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ ທ່ານ ລຶງ ຄວັອກ-ຮັງ, ທ່ານ ແລມ ຈຶກ-ຕິງ, ທ່ານ​ນາງ ເຮ​ເລ​ນາ ວອງ ແລະ ທ່ານ ເຣມອນ ແຊນ, ແລະ ເຂົາ​ເຈົ້າ​ອາດ​ປະ​ເຊີນ​ກັບ​ການ​ຂັງ​ຄຸກ​ຕະຫຼອດ​ຊີ​ວິດ​ ເມື່ອການຕັດ​ລົງໂທດຕາມທີຫຼັງ. ຈຳ​ເລີຍ​ສອງ​ຄົນ​ທີ່​ຖືກ​ຕັດ​ສິນໃຫ້​ພົ້ນ​ໂທດ ​ມີອະ​ດີດ​ທີ່​ປຶກ​ສາ​ເມືອງ ທ່ານ ລີ ຢູ-ຊັນ ແລະ ທ່ານ​ນາງ ລໍ​ເຣັນ​ສ ລາວ.

ເຂົາ​ເຈົ້າ​ແມ່ນ​ລວມ​ຢູ່​ໃນ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ 47 ຄົນ ຜູ້​ທີ່​ຖືກ​ຟ້ອງ​ຮ້ອງ​ໃນ​ປີ 2021 ສຳ​ລັບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ ທີ່​ບໍ່​ເປັນ​ທາງ​ການ. ບັນ​ດາ​ໄອ​ຍະ​ການ​ໄດ້​ກ່າວ​ຫາ​ເຂົາ​ເຈົ້າ ກ່ຽວ​ກັບການ​ພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ລັດ​ຖະ​ບານ​ຂອງ ຮົງ​ກົງ ແລະ ໂຄ່ນ​ລົ້ມ​ຜູ້​ນຳ​ຂອງ​ເມືອງ​ ດ້ວຍ​ການ​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຫ້າມ​ການ​ອອກ​ງົບ​ປະ​ມານ​ຕາມ​ອຳ​ເພີ​ໃຈ.

ໃນ​ບົດ​ສະຫຼຸບ​ຂອງ​ຄຳ​ຕັດ​ສິນ​ທີ່​ແຈກ​ຢາຍ​ໃຫ້​ສື່​ມວນ​ຊົນ​ນັ້ນ, ສານ​ໄດ້​ກ່າວ​ວ່າ​ ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ໄດ້​ປະ​ກາດ​ວ່າ​ ເຂົາ​ເຈົ້າ​ຈະ “ໃຊ້​ອຳ​ນາດ​ຢ່າງ​ແຂງ​ຂັນ ຫຼື ໃຊ້​ອຳ​ນາດ​ທີ່​ຖືກມອບ​ໃຫ້​ຈາກສະ​ພາ​ນິ​ຕິ​ບັນ​ຍັດ​ ໂດຍ​ກົດ​ໝາຍ​ພື້ນ​ຖານ​ເພື່ອ​ຍັບ​ຢັ້ງ​ການ​ອອກ​ງົບ​ປະ​ມານ.”

ພາຍ​ໃຕ້​ກົດ​ໝາຍ​ພື້ນ​ຖານ, ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ເມືອງຈະ​ຖືກ​ບັງ​ຄັບ​ໃຫ້​ຍຸບ​ສະ​ພາ​ນິ​ຕິ​ບັນ​ຍັດ ແລະ ​ລົງ​ຈາກ​ຕຳ​ແໜ່ງໃນ​ທີ່​ສຸດ​ ຖ້າ​ຮ່າງ​ກົດ​ໝາຍ​ທີ່​ສຳ​ຄັນ​ເຊັ່ນ​ງົບ​ປະ​ມານ​ຖືກ​ຍັບ​ຢັ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG