ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທານ​ປະ​ເທດ ສີ ຈິ້ນ​ຜິງ ຂອງ​ຈີນ ບອກ​ຜູ້​ນຳ​​ ຂອງຮົງ​ກົງວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ ​ໃນ​ຕົວ​​ທ່ານ​ນາງ


ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ພົບ​ກັບ ທ.ນ. ​ແຄ​ຣີ ແລມ, ຜູ້​ນຳ​​ຂອງຮົງ​ກົງ ຢູ່ນອກກອງ​ປະ​ຊຸມ APEC-ASEAN ໃນ​ນະ​ຄອນ​ດານັງ​ ຂອງ​ຫວຽດ​ນາມ ໃນ​ວັນ 10 ພະ​ຈິກ, 2017
ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ພົບ​ກັບ ທ.ນ. ​ແຄ​ຣີ ແລມ, ຜູ້​ນຳ​​ຂອງຮົງ​ກົງ ຢູ່ນອກກອງ​ປະ​ຊຸມ APEC-ASEAN ໃນ​ນະ​ຄອນ​ດານັງ​ ຂອງ​ຫວຽດ​ນາມ ໃນ​ວັນ 10 ພະ​ຈິກ, 2017

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ກ່າວ​ຕໍ່​ຜູ້​ນຳຂອງຮົງ​ກົງ ທ່ານ​ນາງ​ແຄ​ຣີ ແລມ ວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ​ຂອງ​ທ່ານ​ນາງ ຂະ​ນະ​ທີ່​ການ​ປະ​ທ້ວງ​ຢູ່ ໃນ​ຮົງ​ກົງ ຊຶ່ງ​ເປັນ​ຫົວ​ເມືອງ​ເຄິ່ງ​ປົກ​ຄອງ​ຕົນ​ເອງ​ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ໃນ​ການ​ພົບ​ປະລະ​ຫວ່າງພວກຜູ້​ນຳ​ທັງ​ສອງທີ່​ນະ​ຄອນ​ຊຽງ​ໄຮ້ ໃນ​ວັນ​ຈັນ​ວານນີ້ ທ່ານສີ​ໄດ້​ຮັບ​ຮູ້​ເຖິງວຽກ​ງານທີ່​ທ່ານ​ນາງ ແລະ​ຄະ​ນະ​ຂອງ​ທ່ານ​ນາງ​ໄດ້​ເຮັດ​ ໃນໄລ​ຍະຫ້າ​ເດືອນ​ຜ່ານ​ມາໃນ​ຂະ​ນະ​ທີ່​ຮົງ​ກົງ​ມີ​ການ​ປະ​ທ້ວງ​ເພື່ອ​ຮຽກ​ຮ້ອງ​ໃຫ້​ມີ​ສິດໃນ​ການ​ປົກ​ຄອງ​ຕົນ​ເອງ​ຫຼາຍ​ຂຶ້ນ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່ ອີງ​ຕາມ​ລາຍ​ງານ​ຂອງອົງ​ການ​ຂ່າວ​ຊິນ​ຫົວ.

ໃນ​ວັນ​ເສົາ​ຜ່ານ​ມານີ້ ຕຳ​ຫຼວດ​ຮົງ​ກົງ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່ ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈະ​ຂັບ​ໄລ່​ພວກ​ປະ​ທ້ວງໃຫ້​ແຕກ​ພ່າຍ​ໜີຊຶ່ງ​ການ​ໂຮມ​ຊຸມ​ນຸມ​ໃນ​ເຂດເຄິ່ງ​ປົກ​ຄອງ​ຕົນ​ເອງ​ດັ່ງ​ກ່າວ​ຂອງ​ຈີນບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃ​ຫ້​ເຫັນ​ເລີຍ​ວ່າ​ຈະເບົາ​ບາງ​ລົງ.

ວັນ​ເສົາທີ່ຜ່ານ​ມາແມ່ນ​ໂອ​ກາດ​ຄົບ​ຮອບວັນ​ທ້າຍ​ອາ​ທິດ​ທີ 22 ລຽນ​ຕິດ ທີ່​ໄດ້​ມີ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ຮົງ​ກົງ.

ສູນ​ກາງ​ການ​ເງິນ​ໃນ​ເອ​ເຊຍໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ ແລະບາງ​ຄັ້ງ​ກໍ​ເກີດ​ຄວາມ​ຮຸນ​ແຮງນັ້ນ ມາ​ແຕ່​ເດືອນ​ມິ​ຖຸ​ນາ ຊຶ່ງ​ເລີ້ມ​ຂຶ້ນ​ຍ້ອນ​ການ​ສະເໜີ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຕ້ອງ​ສົງ​ໄສ​ຂ້າມ​ແຜນ​ໄປ​ຈີນ​ແຜ່ນ​ດິນ​ໃຫຍ່. ການ​ປະ​ທ້ວງ

ດັ່ງ​ກ່າວໄດ້​ຜັນ​ຂະ​ຫຍາຍ​ກາຍ​ເປັນ​ການ​ຮຽກ​ຮ້ອງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ເຕັມ​ສຳ​ລັບ​ຮົງ​ກົງ ​ການ​ສືບ​ສວນ​ຢ່າງ​ເປັນ​ອິດ​ສະ​ຫຼະ ກ່ຽວ​ກັບ​ການ​ທີ່​ອາດ​ມີ​ການ​ໃຊ້ກຳ​ລັງ​ເກີນ​ຂອບ​ເຂດ​ຂອງ​ຕຳ​ຫຼວດ ແລະ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ແກ່​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຖືກ​ຈັບ​ທັງ​ໝົດ ໃນ​ລະ​ຫວ່າງ​ທີ່​ມີ​ການ​ປະ​ທ້ວງ. ພວກ​ນັກ​ເຄື່ອນ​ໄຫວ​ທີ່​ໃສ່​ໜ້າ​ກາກ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຂດ​ຄຸ້ມ​ທຸ​ລະ​ກິດ ​ແລະລະ​ບົບລົດ​ໄຟ​ໃຕ້​ດິນ​ແລະ​ແກວ່ງ​ດິນ​ຈີ່ ແລະ​ລະ​ເບີດ​ນ້ຳ​ມັນ ​ເຂົ້າ​ໃສ່​ຕຳ​ຫຼວດ.

ອ່ານ​ຂ່ວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG