ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າບໍລິຫານຮົງກົງຄົນໃໝ່ ສາບານຕົວ ເຂົ້າຮັບຕໍາແໜ່ງ (ວີດິໂອ)


ພິທີສາບານຕົວ ເຂົ້າຮັບຕໍາແໜ່ງຂອງທ່ານ ເຫລີ້ງ ຈຸນ-ຢິງ (ຜູ້ທໍາອິດ ແຖວທີ 2) ຫົວໜ້າບໍລິຫານຮົງກົງຄົນໃໝ່ ທີ່ໃນມື້ນີ້, ວັນອາທິດ ທີ 1 ເດືອນກໍລະກົດ, 2012.
ພິທີສາບານຕົວ ເຂົ້າຮັບຕໍາແໜ່ງຂອງທ່ານ ເຫລີ້ງ ຈຸນ-ຢິງ (ຜູ້ທໍາອິດ ແຖວທີ 2) ຫົວໜ້າບໍລິຫານຮົງກົງຄົນໃໝ່ ທີ່ໃນມື້ນີ້, ວັນອາທິດ ທີ 1 ເດືອນກໍລະກົດ, 2012.

ຫົວໜ້າບໍລິຫານຮົງກົງຄົນໃໝ່ໄດ້ສາບານຕົວເຂົ້າຮັບຕໍາແໜ່ງເພື່ອ​ນໍາພາພົນລະເມືອງ 7
ລ້ານຄົນຂອງ​ດິນ​ແດນ​ແຫ່ງນັ້ນ.

ມີການປ້ອງກັນຄວາມປອດໄພຢ່າງແໜ້ນໜາ ໃນຂະນະທີ່ປະທານປະເທດຈີນ ທ່ານຫູ
ຈິນ​ເຖົາປະກອບ​ພິທີສາບານຕົວ​ໃຫ້ທ່ານ ເຫລີ້ງ ຈຸນ-ຢິງ (Leung Chun-ying), ເຂົ້າຮັບ
ຕໍາແໜ່ງ ​ໃນ​ວັນຄົບຮອບ 15 ປີ ພໍດີ ທີ່ຮົງກົງໄດ້ຖືກໂອນຈາກການປົກຄອງຂອງອັງກິດ​ໄປສູ່ການປົກຄອງຂອງຈີນ.

ທ່ານ ເຫລີ້ງ ຊຶ່ງ​ເປັນທີ່ປຶກສາດ້ານການຊື້ຂາຍທີ່ດິນ ທີ່ຮັ່ງມີ ແລະໄດ້​ເຂົ້າ​ຮັບ​ຕໍາ​ແໜ່​ງ
ຕໍ່ຈາກທ່ານ Donald Tsang ນັ້ນ ​ແມ່ນໄດ້ດຶງດູດ​ໃຫ້​ມີ​ການປະທ້ວງມາ​ແລ້ວຫລາຍ​ຄັ້ງ
ຈາກ​ພວກທີ່ເຫັນວ່າ ທ່ານມີຄວາມສໍາພັນໃກ້ຊິດເກີນໄປກັບລັດຖະບານກຸງປັກກິ່ງ.

ຄາດ​ກັນ​ວ່າ ຈະ​ມີພົນລະ​ເມືອງຮົງກົງຈໍານວນຫລາຍສິບພັນຄົນ ພາກັນລົງ​ສູ່ຖະໜົນ
ຫົນທາງ​ເດີນ​ຂະ​ບວນ ໃນຕອນສວາຍຂອງມື້ນີ້, ວັນທີ 1 ກໍລະກົດ ຊຶ່ງເປັນວັນໂຮມ
ຊຸມນຸມປະຈໍາປີຂອງຮົງກົງ ເພື່ອຮຽກຮ້ອງເອົາເອກະລາດເພີ້ມຂຶ້ນຈາກກຸງປັກກິ່ງ ແລະ ປະທ້ວງຕໍ່ສະພາບການຄວາມແຕກໂຕນກັນ ລະຫວ່າງຄົນຮັ່ງແລະຄົນທຸກ ທີ່ນັບມື້
ນັບກວ້າງອອກນັ້ນ.

ຊາຍປະທ້ວງຜູ້ນຶ່ງໄດ້ຢືນຂຶ້ນ ແລະຮ້ອງຕັດບົດທ່ານຫູ ໃນຂະນະທີ່ທ່ານກ່າວຄໍາປາ​ໄສ
ໃນພິທີສາບານຕົວ ຊຶ່ງຜູ້ກ່ຽວໄດ້ຮຽກຮ້ອງໃຫ້ເຊົາໃຊ້ການປົກຄອງ​ໂດຍພັກດຽວ ແລະ ລະບອບຜະເດັດການຢູ່ໃນຈີນ ກ່ອນໜ້າທີ່ຈະຖືກພະນັກງານຮັກສາຄວາມປອດໄພ
ເອົາຕົວອອກໄປຈາກທີ່ນັ້ນ.

ໃນວັນເສົາວານນີ້ ຕໍາຫລວດໄດ້ປະທະກັນກັບພວກປະທ້ວງ ທີ່ພາກັນອອກມາໂຮມ
ຊຸມນຸມ ຮຽກຮ້ອງ​ເອົາ​ຄໍາອະທິບາຍກ່ຽວ​ກັບການເສຍຊີວິດທີ່ໜ້າສົງໃສໃນເດືອນ​ແລ້ວ​ນີ້ ຂອງຜູ້ຕໍ່ຕ້ານລັດຖະບານ Li Wangyang. ທ່ານລີ ແມ່ນນັກເຄື່ອນໄຫວ ດ້ານສິດທິ
ແຮງງານ ແລະເປັນຜູ້ນຶ່ງໃນບັນາຜູ້ນໍາພາການປະທ້ວງ ຢູ່ຈະຕຸລັດຕຽນອັນເໝິນ ໃນປີ
1989 ນັ້ນ.

ທ່ານຫູ ເດີນທາງໄປເຖິງຮົງກົງໃນວັນສຸກຜ່ານມາ ​ເພື່ອຢ້ຽມຢາມຮົງກົງເປັນເວລາ 3 ມື້.

ເບິ່ງວີດີໂອສໍາພາດຄວາມເຫັນຂອງຜູ້ປະທ້ວງຄົນນຶ່ງ:

XS
SM
MD
LG