ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານຜູ້ນຶ່ງ ຂອງສະຖານກົງສູນ​ອັງ​ກິດ ໃນຮົງກົງ ຖືກກັກຕົວ ໃນຈີນແຜ່ນດິນໃຫຍ່


ຊາຍ​ຜູ້​ນຶ່ງ ຍ່າງ​ຂ້າງນອກ​ສະ​ຖານ​ກົງ​ສູນ​ອັງ​ກິດ ໃນ​ຮົງ​ກົງ, ຈີນ, 20 ສິງ​ຫາ 19. REUTERS/Willy Kurniawan
ຊາຍ​ຜູ້​ນຶ່ງ ຍ່າງ​ຂ້າງນອກ​ສະ​ຖານ​ກົງ​ສູນ​ອັງ​ກິດ ໃນ​ຮົງ​ກົງ, ຈີນ, 20 ສິງ​ຫາ 19. REUTERS/Willy Kurniawan

ກະຊວງ​ການ​ຕ່າງ​ປະ​ເທດ​ຂອງ​ອັງ​ກິດ ກ່າວ​ວ່າ “ຕົນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​” ​ຕໍ່ລາຍ​ງານທີ່​ວ່າ ພະ​ນັກ​ງານ​ຜູ້​ນຶ່ງ​ໃນສະ​ຖານ​ທີ່​ກົງ​ສູນຂອງ​ຕົນໃນ​ຮົງ​ກົງຖືກ ​ກັກ​ຕົວໄວ້ ໃນ​ຈີນ​ແຜນ​ດິນ​ໃຫຍ່.

ອົງ​ການ​ຂ່າວ​ທ້ອງ​ຖິ່ນ​ຂອງ​ຮົງ​ກົງ ​ເວັບ​ໄຊ​ຕ໌ HK01 ກ່າວ​ວ່າ ພະ​ນັກ​ງານ ທີ່​ລະ​ບຸ​ວ່າ​ ແມ່ນທ່ານ​ໄຊ​ມອນ ເຊັງ ບໍ່​ໄດ້​ກັບ​ຄືນ​ມາ​ຍັງ​ຮົງ​ກົງອະ​ດີດອາ​ນາ​ນິ​ຄົມ​ຂອງ​ອັງ​ກິດ ຈາກເມືອງເຊັນ​ເຈັນ ທີ່​ຕັ້ງ​ຢູ່​ໃກ້​ຄຽງ​ໃນ​ພາກ​ໃຕ້​ຂອງ​ຈີນ ເມື່ອວັນ​ທີ 9 ສິງ​ຫາ ຜ່ານ​ມາ ບ່ອນ​ທີ່​ທ່ານ​ໄດ້​ໄປ​ຮ່ວມ​ປະ​ຊຸມ​ທາງ​ທຸ​ລະ​ກິດ​ນັ້ນ.

ຫ້ອງ​ການ​ການ​ຕ່າງ​ປະ​ເທດ ແລະ​ເຄືອ​ຈັກ​ກະ​ພົບ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ກ່າວວ່າ ຕົນໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນແກ່ຄອບ​ຄົວ​ທ່ານ​ເ​ຊັງ ແລະ “ຊອກ​ຫາ​ຂໍ້​ມູນ​ຕ່າງໆ​ເພີ້ມ​ຕື່ມ ຈາກ​ທາງ​ເຈົ້າ​ໜ້າ​ທີ່ ໃນແຂວງ​ກວາງ​ຕຸ້ງແລະ​ຮົງ​ກົງ.”

ຮົງ​ກົງ​ແມ່ນ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍໃນ​ການ​ປະ​ທ້ວງ​ທີ່​ຟົດເດືອດ​ແລະ​ຮຸນ​ແຮງ ຕໍ່​ຕ້ານ​ລັດ​ຖະ​ບານ. ປັກ​ກິ່ງ ແມ່ນ​ໂກດ​ແຄ້ນ ເວ​ລາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ອັງ​ກິດ ທ່ານໂດ​ໂມ​ນິກ ແຣບ ໄ​ດ້​ໂທ​ລະ​ສັບ​ໄປ​ໂອ້​ລົມ​ກັບຜູ້​ນຳຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ໃນ​ວັນ​ສຸກ ຜ່ານ​ມາ​ນີ້ ກ່ຽວ​ກັບ ການ​ປ​ະ​ທ້ວງ ໃນ​ຕົ້ນ​ເດືອນ​ນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງກ່າວວ່າ ຕົນ “​ຂໍ​ຮຽກ​ຮ້ອງຢ່າງ​ເຂັ່ງ​ຂຶມ” ​ໃຫ້ອັງ​ກິດ “ຍຸ​ຕິ​ການ​ເອົາ​ບາດ​ກ້າວ​ໃດ​ໆ​ໃນ​ທັນ​ທີ ​ທີ່​ເປັນ ການ​ແຊກ​ແຊງ​ ເຂົ້າ​ໃນ​ກິດ​ຈະ​ການຮົງ​ກົງ ແລະ​ແຊກແຊງ ເຂົ້າ​ໃນ​ກິດ​ຈະ​ການ ພາຍ​ໃນ​ປະ​ເທດ​ຂອງ​ຈີນ.”

ອ່ານຂ່າວ​ນີ້​ເພີ້ມ​ຕື່ມ ໃນ​ພາ​ສາ​ອັງ​ກິດ

XS
SM
MD
LG